ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ກ່າວ​ວ່າ ການ​ທົດ​ລອງ ລູກ​ສອນ​ໄຟ ຂອງ​ເກົາ​ຫຼີ​ເໜືອ ໃຫ້​ຜົນໃນ​ທາງ​ກົງ​ກັນ​ຂ້າມ


ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ຄົນ​ໃໝ່ ທ່ານ​ນາງ​ແຄ​ລ​ລີ ແຄ​ຣັ​ຟ​ທ໌ ຍ່າງ​ໄປ​ບ່ອນ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກ​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ເທື່ອ​ທຳ​ອິດ ໃນ​ວັນ​ທີ 12 ກັນ​ຍາ 2019.
ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ຄົນ​ໃໝ່ ທ່ານ​ນາງ​ແຄ​ລ​ລີ ແຄ​ຣັ​ຟ​ທ໌ ຍ່າງ​ໄປ​ບ່ອນ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກ​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ເທື່ອ​ທຳ​ອິດ ໃນ​ວັນ​ທີ 12 ກັນ​ຍາ 2019.

ສະ​ຫະ​ລັດ​ໄດ້​ເຕືອນ​ເກົາ​ຫຼີ​ເໜືອ ໃນ​ວັນ​ພຸດ​ວານນີ້​ວ່າ ການ​ທົດ​ລອງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ຫຼາຍ​ເທື່ອ​ຂອງ​ປະ​ເທດ​ດັ່ງ​ກ່າວ ແມ່ນ​ສ່ຽງ​ຕໍ່​ການ “ປິດ​ປະ​ຕູ” ສຳ​ລັບຂໍ້​ຕົກ​ລົງ​ກັບ​ວໍ​ຊິງ​ຕັນ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຄ​ລ​ລີ ແຄ​ຣັ​ຟ​ທ໌ ກ່າວ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ແຜ່​ຜາຍ​ອາ​ວຸດ​ວ່າ “ການ​ທົດ​ລອງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ເຫຼົ່າ​ນີ້ ບໍ່​ວ່າ​ໄລ​ຍະ​ໃດ​ກໍ​ຕາມແມ່ນ​ບ່ອນ​ທຳ​ລາຍ​ຕໍ່​ຄວາມ​ໝັ້ນ​ຄົງ​ແລະສະ​ຖຽນ​ລະ​ພາບ​ຢູ່​ໃນ​ພາກ​ພື້ນແລະ​ເປັນ​ການ​ລະ​ເມີດ​ຢ່າງ​ຈະ​ແຈ້ງ​ຕໍ່​ມະ​ຕິ​ສະ​ພາຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ. ການ​ກະ​ທຳ​ເຫຼົ່າ​ນີ້​ຍັງ​ເປັນ​ການ​ສ່ຽງ​ຕໍ່​ການ​ປິດປະ​ຕູ​ຕໍ່ໂອ​ກາດ​ໃນ​ການ​ຊອກ​ຫາ​ຊ່ອງ​ທາງ​ທີ່​ດີ​ຂຶ້ນ​ສຳ​ລັບ​ອະ​ນາ​ຄົດ.”

ທ່ານ​ນາງແຄ​ຣັ​ຟ​ທ໌ ຮຽກ​ຮ້ອງ​ໃຫ້​ພຽງ​ຢາງ​ຢຸດ​ເຊົາ​ການ​ເພີ້ິ້ມ​ຄວາມ​ເປັນ​ປໍ​ລະ​ປັກ​ຕໍ່​ວໍ​ຊິງ​ຕັນ ແລະ​ຍົກ​ເລີກ​ກຳ​ນົດ​ເສັ້ນ​ຕາຍ​ທ້າຍ​ປີ​ທີ່​ຈະ​ເອົາ​ມາດ​ຕະ​ການນັ້ນ.

ທ່ານ​ນາງ​ກ່າວ​ຕື່ມ​ວ່ວ​າ “ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ຢ່າງ​ຈະ​ແຈ້ງວ່າ ສະ​ຫະ​ລັດ​ແລະ​ສະ​ພາ​ຄວາມ​ໝັ້ນ​ຄົງ ​ແມ່ນມີ​ເປົ້າ​ໝາຍ ບໍ່​ແມ່ນ​ກຳ​ນົດ​ເສັ້ນ​ຕາຍ.”

ພຽງ​ຢາງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຕົນ​ໝົດ​ຄວາມ​ອົດ​ທົນ​ຫຼາຍ​ຂຶ້ນ​ກັບ​ວໍ​ຊິງ​ຕັນ​ໂດຍ​ອອກ​ຖະ​ແຫຼງ​ການ​ຫຼາຍໆ​ສະ​ບັບ​ໃນ​ຮອບ​ສອງ​ອາ​ທິດ​ທີ່​ຜ່ານ​ມາທວງ​ໃຫ້​ເອົາ​ມາດຕະ​ການ​ກ່ອນ​ທ້າຍ​ປີ ຫຼື​ບໍ່​ກໍ​ຂົ່ມ​ຂູ່​ທີ່​ເອົາ “ເສັ້ນ​ທາງ​ໃໝ່.”

ໃນ​ອາ​ທິດ​ແລ້ວນີ້ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ເໜືອ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ກິດ​ຈະ​ການ​ສະ​ຫະ​ລັດ ທ່ານ​ນີ ແທ ຊອງ ໄດ້​ເຕືອນ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ “ມີ​ຂອງ​ຂວັນ​ຄ​ຣິ​ສ​ມັ​ສ” ສຳ​ລັບ​ສະ​ຫະ​ລັດ ແລະ​ໄດ້​ເຕືອນ​ແບບ​ທີ່ເປັນ​ລາງ​ບໍ່​ດີ​ວ່າ “ທັງ​ໝົດ​ຈະ​ຂຶ້ນ​ຢູ່​ກັບ​ສະ​ຫະ​ລັດ” ກ່ຽວ​ກັບ​ວ່າ​ຂອງ​ຂວັນ​ນັ້ນຈະ​ແມ່ນ​ຫຍັງ.

ທ່ານ​ນາງແຄ​ຣັ​ຟ​ທ໌ໄດ້ກ່າວ​ໂດຍ​ເອີ້ນ​ຊື່​ຫຍໍ້​ຢ່າງ​ເປັນ​ທາງ​ການ​ຂອງ​ເກົາ​ຫຼີ​ເໜືອວ່າ “ການ​ທົດ​ລອງ​ລູກ​ສອນ​ໄຟ​ແລະ​ອາ​ວຸດ​ນິວ​ເຄ​ລຍ ຈະ​ບໍ່​ເຮັດ​ໃຫ້​ ສ​ປ​ປ ເກົາ​ຫຼີ​ມີ​ຄວາມ​ໝັ້ນ​ຄົງ​ຕື່ມ​ຂຶ້ນ. ມັນ​ຈະ​ບໍ່​ເຮັດ​ໃຫ້ ສ​ປ​ປ ເກົາ​ຫຼີ ​ຫຼື​ຂົງ​ເຂດ​ ມີ​ສະ​ຖຽນ​ລະ​ພາບຕື່ມ​ຂຶ້ນ. ມັນ​ຈະ​ບໍ່​ຊ່ວຍ ສ​ປ​ປ ເກົາ​ຫຼີ​ບັນ​ລຸ​ໂອ​ກາດ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່ຕົນ​ຊອກ​ສະ​ແຫວງ​ຫານັ້ນ.”

ທ່ານ​ນາງແຄ​ຣັ​ຟ​ທ໌ກ່າວ​ວ່າ ມັນ​ມີ​ແຕ່​ຈະ​ເຮັດ​ໃຫ້​ການ​ເຈ​ລະ​ຈາ ​ຫຍຸ້ງ​ຍາກ​ຕື່ມ​ຂຶ້ນ​ໃນ​ການ​ທີ່​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ເພື່ອ​ແກ້​ໄຂ​ເລື້ອງ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ໝັ້ນ​ຄົງຂອງ​ເກົາ​ຫຼີ​ເໜືອແລະ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ເສດ​ຖະ​ກິດ. ທ່ານ​ນາງໄດ້​ຮຽກ​ຮ້ອງ​ໃຫ້​ເກົາ​ຫຼີ​ເໜືອ​ເຮັດ “ການ​ຕັດ​ສິນ​ໃຈ​ທີ່​ຫຍຸ້ງ​ຍາກ​ແຕ່​ກ້າ​ຫານ” ເພື່ອເຮັດ​ວຽກ​ຮ່ວມ​ກັບ​ສະ​ຫະ​ລັດ ໂດຍ​ເວົ້າ​ວ່າ ວໍ​ຊິງ​ຕັນ​ເຕັມ​ໃຈ ​ທີ່​ຈະ​ປັບ​ປຸງ​ແກ້​ໄຂກ່ຽວ​ກັບ​ວິ​ທີ​ແກ້​ໄຂ​ບັນ​ຫາ​ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ.

ທ່ານ​ນາງ​ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ພ້ອມ​ແລ້ວ ທີ່​ຈະ​ເອົາ​ມາດ​ຕະ​ການ​ຄຽງ​ຄູ່​ແລະດຳ​ເນີນ​ໄປ​ພ້ອມໆ​ກັນ​ເພື່ອ​ເອົາ​ບາດ​ກ້າວ​ອັນ​ໜັກ​ແໜ້ນ​ໄປ​ສູ່​ຂໍ້​ຕົກ​ລົງ​ນີ້.”

ແຕ່​ຖ້າ ສ​ປ​ປ ເກົາ​ຫຼີ​ຫາກ​ຍັງ​ສືບ​ຕໍ່​ດຳ​ເນີນ​ການ​ໄປ​ໃນ​ທິດ​ທາງ​ທີ່​ບໍ່​ຖືກ​ຕ້ອງ​ແລ້ວ ທ່ານ​ນາງແຄ​ຣັ​ຟ​ທ໌ກ່າວ​ວ່າ ສະ​ພາ​ຄວາມ​ໝັ້ນ​ຄົງ “​ຕ້ອງຕ້ອງ​ໄດ້​ກະ​ກຽມ ​ທີ່​ຈ​ະ​ເອົາ​ມາດ​ຕະ​ການ​ອັນ​ເໝາະ​ສົມ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG