ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສ​ະ​ຫະ​ລັດ ແລະ ກຸ່ມ​ຕາ​ລີ​ບານ ກັບໄປຫາໂຕະ ​ເພື່ອ​ເລີ້ມ ເຈ​ລະ​ຈາກັນ ຄືນ​ອີກ ໃນ​ມື້ນີ້


ພາບ​ສະ​ແດງ​ໃຫ້​ເຫັນ​ວ່າ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ພົບ​ປະ​ກັບ ເຈົ້າ​ໜ້າ​ທີ່​ກຸ່ມ​ຕາ​ລີ​ບານ ແລະກາ​ຕາ ຢູ່​ໃນ​ກອງ​ປະ​ຊຸມ​ເຈ​ລະ​ຈາຢູ່​ໂດ​ຮາ ຂອງ​ປະ​ເທດ​ກາ​ຕາ (ຖ່າຍ​ໂດຍ ກ.ຊ. ການ​ຕ່າງ​ປະ​ເທດ​ກາ​ຕາເອົາ​ໃຫ້​ແກ່​ອົງ​ການ​ຂ່າວ​ຣອຍ​ເຕີ)
ພາບ​ສະ​ແດງ​ໃຫ້​ເຫັນ​ວ່າ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ພົບ​ປະ​ກັບ ເຈົ້າ​ໜ້າ​ທີ່​ກຸ່ມ​ຕາ​ລີ​ບານ ແລະກາ​ຕາ ຢູ່​ໃນ​ກອງ​ປະ​ຊຸມ​ເຈ​ລະ​ຈາຢູ່​ໂດ​ຮາ ຂອງ​ປະ​ເທດ​ກາ​ຕາ (ຖ່າຍ​ໂດຍ ກ.ຊ. ການ​ຕ່າງ​ປະ​ເທດ​ກາ​ຕາເອົາ​ໃຫ້​ແກ່​ອົງ​ການ​ຂ່າວ​ຣອຍ​ເຕີ)

ສ​ະ​ຫະ​ລັດໄດ້ເລີ້ມທຳການ​ເຈ​ລະ​ຈາ​ສັນ​ຕິ​ພາບຄື​ນ​ອີກ ຢ່າງ​ເປັນ​ທາງ​ການ ກັບ​ພວກ​ກຸ່ມ​ຕາ​ລີ​ບານ 3 ເດືອນ​ ຫລັງ​ຈາກປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດ, ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້ເຮັດ​ໃຫ້ຂັ້ນ​ຕອນ​ທີ່​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ 1 ປີ ເພື່ອ​ແນ​ໃສ່​ຫາ​ທາງ​ແກ້​ໄຂ​ບັນ​ຫາ ໂດຍ​ໃຊ້​ທາງ​ການ​ເມືອງ ​ກັບ​ກຸ່ມ​ກະ​ບົດ​ດັ່ງ​ກ່າວ ແລະ​ເຮັດ​ໃຫ້​ສົງ​ຄາມຢູ່ໃນ​ອັ​ຟ​ກາ​ນິ​ສ​ຖານຍຸ​ຕິ​ລົງ​ນັ້ນ ຖືກ​ໂຈະ​ໄວ້​.

ທ່ານຊາ​ລ​ເມ ຄາ​ລີ​ລ​ຊາດ (Zalmay Khalilzad), ຜູ້​ຕາງ​ໜ້າ​ພິ​ເສດ​ ໃນ​ດ້ານ​ການສ້າງ​ຄວາມປອງດອງ​ຊາດ​ຂອງ​ສະ​ຫະ​ລັດ ທີ່​ເກີດ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ກຳ​ລັງ​ນຳ​ພາ​ທີມ​ຂອງ​ທ່ານ ​ເຂົ້າ​ຮ່ວມກອງ​ປະ​ຊຸມໃນ​ວັນ​ເສົາ​ມື້ນີ້ຢູ່​ໂດ​ຮາ, ນະ​ຄອນ​ຫລວງຂອງ​ກາ​ຕາບ່ອນ​ທີ່​ພວກ​ນັກ​ເຈ​ລະ​ຈາ​ຂອງ​ກຸ່ມ​ກະ​ບົດ​ດັ່ງ​ກ່າວ​ຕັ້ງ​ຫ້ອງ​ການ ​ຢູ່ທີ່ນັ້ນ, ອີງ​ຕາມ​ແຫລ່ງ​ຂ່າວສະ​ຫະ​ລັດ​ຄົນ​ນຶ່ງ ທີ່​ກ່າວ​ຕໍ່ວີ​ໂອ​ເອ.

ແຫລ່ງ​ຂ່າວສະ​ຫະ​ລັດ​ຄົນ​ນັ້ນເວົ້າ​ວ່າ "ສະ​ຫະ​ລັດ​ໄດ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຄືນ​ອີກ​ໃນ​ມື້ນີ້ ຢູ່​ໂດ​ຮາ. ຈຸ​ດເພັ່ງ​ເລັງ​ຂອງ​ການ​ສົນ​ທະ​ນາ​ກັນ​ ແມ່ນ​ການ​ຫລຸດ​ຜ່ອນ​ການກໍ່​ຄວາມ​ຮຸນ​ແຮງ​ ທີ່​ຈະ​ນຳ​ໄປ​ສູ່​ການ​ເຈ​ລະ​ຈາ​ກັນຢູ່​ພາຍ​ໃນ​ອັ​ຟ​ກາ​ນິ​ສ​ຖານ ເອງ ແລະ​ການ​ຢຸດ​ຍິງ.”

ລັດ​ຖະ​ບານ​ຂອງ​ກາ​ຕາ​ໄດ້​ມີ​ບົດ​ບາດ​ໃນ​ການ​ຈັດ​ໃຫ້​ມີ​ການ​ສົນ​ທະ​ນາເຈ​ລະ​ຈາ​ກັນ​ລະ​ຫວ່າງ ສະ​ຫະ​ລັດ ກັບ​ກຸ່ມຕາ​ລີ​ບານ ກ່ອນ​ທີ່​ຈະ​ຢຸດ​ສະ​ງັກ​ລົງ ໂດຍ​ທ່ານ​ທ​ຣຳ​ ໃນ​ວັນ​ທີ 7 ກັນ​ຍາ​ຜ່ານ​ມາ ເພື່ອ​ເປັນ​ການ​ຕອບ​ໂຕ້​ຄືນຕໍ່​ການ​ໂຈມ​ຕີ​ຂອງ​ກຸ່ມ​ກະ​ບົດ​ດັ່ງ​ກ່າວ​ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ ທີ່​ໄດ້​ສັງ​ຫານ​ຊີ​ວິດ ຂອງ​ທະ​ຫານ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ໃນ​ຈຳ​ນວນ​ຄົນ​ທີ່​ເສຍ​ຊິ​ວິດ​ຫລາຍໆ​ຄົນ​ນັ້ນ.

ການ​ຢຸດ​ສະ​ງັກ​ລົງ​ຂອງ​ການ​ເຈ​ລະ​ຈານັ້ນ ເກີດ​ຂຶ້ນ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ສຳ​ຄັນທີ່​ສຸດ ເມື່ອ​ມີ​ການ​ເຊື່ອ​ກັນ​ວ່າ ທັງ​ສອງ​ຝ່າຍໃກ້​ຈະ​ເຮັດ​ໃຫ້​ຂໍ້​ຕົກ​ລົງ​ສຳ​ເລັດ​ລົງແລ້ວ ຊຶ່ງ​ຈະ​ໄດ້​ກຳ​ນົດໄລ​ຍະເວ​ລາ ​ສຳ​ລັບ​ການ​ຖອນ​ທະ​ຫານ​ສະ​ຫະ​ລັດ ແລະ​ທະ​ຫານ​ຂອງ​ປະ​ເທດ​ພັນ​ທະ​ມິດ​ອອກ​ຈາກ ອັ​ຟ​ກາ​ນິ​ສ​ຖານໄປ.

ໃນ​ທາງ​ຕອບກັບ, ຂໍ້​ຕົກ​ລົງ​ດັ່ງ​ກ່າວ ກໍໄດ້​ວາງວິ​ທີ​ການ​ຮັບ​ປະ​ກັນ ​ໃນ​ການ​ຕ້ານ​ການກໍ່​ການ​ຮ້າຍ​ຂອງ​ກຸ່ມ​ຕາ​ລີ​ບານຢູ່​ໃນ​ເຂດ​ທີ່​ກຸ່ມ​ກະ​ບົດ​ດັ່ງ​ກ່າວ​ຄວບ​ຄຸມ ຢູ່ໃນ ອັ​ຟ​ກາ​ນິ​ສ​ຖານນັ້ນ ​ອອກ​ມາ ແລະ​ມີການ​ຮັບ​ປະ​ກັນ​ວ່າ ພວກ​ກະ​ບົດ​ດັ່ງ​ກ່າວ​ຕ້ອງ​ໄດ້​ທຳ​ການ​ເຈ​ລະ​ຈາ​ກັບ​ພັກ​ຝ່າຍຢູ່ພາຍ​ໃນອັ​ຟ​ກາ​ນິ​ສ​ຖານໃນ​ທັນ​ທີ​ທັນ​ໃດ ເພື່ອ​ເຮັດ​ໃຫ້​ການສູ້​ລົບ​ກັນ​ທີ່​ແກ່​ຍາວ​ມາ​ໄດ້​ຫລາຍ​ທົດ​ສະ​ວັດ​ຢູ່​ໃນ​ປະ​ເທດນັ້ນ ຍຸ​ຕິ​ລົງ​ຢ່າງ​ຖາ​ວອນ.

​ທາງ​ດ້ານກຸ່ມ​ຕາ​ລີ​ບານ​ໄດ້​ເວົ້າ​ວ່າ ພວກ​ນັກ​ລົບ​ຂອງ​ຕົນຈະ​ປະ​ຕິ​ບັດ​ຕາມ​ການ​ຢຸດ​ຍິງ​ກັບ​ທະ​ຫານ​ຕ່າງ​ປະ​ເທດ ຢູ່​ໃນເຂດ​ທີ່​ມີ​ການ​ຖອນ​ທະ​ຫານນັ້ນ. ແຕ່​ຢ່າງ​ໃດ​ກໍ​ດີ, ກຸ່ມ​ຕາ​ລີ​ບານ​ໄດ້​ຢືນ​ຢັດວ່າ ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຢຸດການ​ສູ້​ລົບ​ກັນ ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົ​ບ​ຂອງ​ອັ​ຟ​ກາ​ນິ​ສ​ຖານວ່າ ຈະ​ຖືກ​ນຳ​ເຂົ້າ​ໄປ​ໄວ້​ໃນ​ຫົວ​ຂໍ້​ເຈ​ລະ​ນາ​ໄດ້​ກໍ​ຕໍ່ເມື່ອ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ກຸ່ມ​ຕາ​ລີ​ບານ ​ກັ​ບ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ​ໄດ້​ເລີ້ມເປີດ​ຂຶ້ນ​ແລ້ວ​ເທົ່າ​ນັ້ນ. ພວ​ກ​ກະ​ບົດ​ດັ່ງ​ກ່າວລັ່ງ​ເລ​ໃຈ ບໍ່​ຢາກ​ທຳ​ການ​ຢຸດ​ຍິງ​ຢູ່​ທົ່ວ​ປະ​ເທດ ຍ້ອນ​ຢ້ານ​ວ່າ ​ມັນຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເສຍ​ປຽບ​ທາງໂການ​ທະ​ຫານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG