ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຄັນ​ຢາ ຍັງ​ຈະ​ສືບ​ຕໍ່ ເຂົ້າ​ຮ່ວມ​ການ​ປະ​ຕິ​ບັດ​ງານ ກັບ ສະ​ຫະ​ພາບ​ອາ​ຟ​ຣິ​ກາ ​ທ່າມ​ກາງ ທີ່ເກີດ​ຄວາມ​ເຄັ່ງ​ຕຶງ


ປະ​ທານ​າ​ທິ​ບໍ​ດີ​ອູ​ຮູ​ຣູ ເຄັນ​ຢັດ​ຕາ ຖະ​ແຫຼງ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ​ນະ​ຄອນ​ໄນ​ໂ​ຣ​ບີ ເມື່ອ​ວັນ​ທີ 1 ກໍ​ລະ​ກົດ 2019.
ປະ​ທານ​າ​ທິ​ບໍ​ດີ​ອູ​ຮູ​ຣູ ເຄັນ​ຢັດ​ຕາ ຖະ​ແຫຼງ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ​ນະ​ຄອນ​ໄນ​ໂ​ຣ​ບີ ເມື່ອ​ວັນ​ທີ 1 ກໍ​ລະ​ກົດ 2019.

ປະທານາທິບໍດີເຄັນຢາກ່າວວ່າ ກໍາລັງທະຫານປະເທດຂອງທ່ານຍັງ ຈະສືບຕໍ່ເປັນສ່ວນ
ນຶ່ງໃນ ການປະຕິບັດງານຂອງສະຫະພາບອາຟຣິກາຢູ່ໃນໂຊມາເລຍແລະຈະອອກຈາກ
ໂຊມາເລຍເວລາປະເທດດັ່ງກ່າວມີຄວາມໝັ້ນຄົງແລະມີສະຖຽນລະພາບແລ້ວ. ຖະແຫຼງ
ການຂອງປະທານາທິບໍດີ ມີຂຶ້ນໃນຂະນະທີ່ກຳລັງຂອງເຄັນຢາ ພວມປະເຊີນກັບຄວາມ
ເປັນປໍລະປັກ ຢູ່ໃນ ຫຼາຍໆເຂດ ຂອງໂຊມາເລຍ ຍ້ອນການໃຫ້ຄວາມສະໜັບສະໜຸນຕໍ່
ລັດຖະບານຈູບາແລນ ຊຶ່ງລັດຖະບານໂຊມາເລຍ ໄດ້ປະຕິເສດບໍ່ຍອມໃຫ້ການຮັບຮູ້ນັ້ນ. ໂມຮຳເໝັດ ຢູຊຸບ ມີລາຍງານ ກ່ຽວກັບເລື້ອງນີ້ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.



ໃນເດືອນນີ້ ເຄັນຢາແລະໂຊມາເລຍ ໄດ້ຕົກລົງ ທີ່ຈະສ້າງຕັ້ງສາຍພົວພັນ ແບບປົກກະ
ຕິ ລະຫວ່າງກັນຂຶ້ນ ຫຼັງຈາກໄດ້ເກີດຄວາມເຄັ່ງຕຶງທາງດ້າການທູດ ເປັນເວລາຫຼາຍໆ
ເດືອນລະຫວ່າງ ປະເທດທັງສອງ ຊຶ່ງມີຄວາມເຫັນທີ່ແຕກຕ່າງກັນ ໃນຫລາຍໆບັນຫາ
ຮວມທັງການຂັດແຍ້ງ ກ່ຽວກັບການເລືອກຕັ້ງຢູ່ໃນເຂດຈູບາແລນ.

ເຄັນຢາ ແມ່ນປະເທດດຽວເທົ່ານັ້ນ ຢູ່ໃນຂົງເຂດ ທີ່ໃຫ້ການຮັບຮູ້ ຜົນການເລືອກຕັ້ງ
ຊຶ່ງທ່ານອາເໝັດ ມາໂດບີ ໄດ້ຖືກຮັບເລືອກ ໃຫ້ກຳຕຳແໜ່ງຕື່ມອີກ ເປັນເວລາ 4 ປີ. ລັດຖະບານໂຊມາເລຍ ໄດ້ວາງແຜນ ທີ່ຈະຈັດໃຫ້ມີການເລືອກຕັ້ງໃໝ່ ສຳລັບລັດຈູ
ບາແລນ.

ທ່ານຈອຣ໌ຈ ມູຊາມາລີ ແມ່ນຜູ້ອຳນວຍການ ຂອງສູນກາງ ຄຸ້ມຄອງຄວາມສ່ຽງ ໃນ
ອາຟຣິກາ ກ່າວກ່ຽວກັບເລື້ອງນີ້ວ່າ:

“ສິ່ງທີ່ເກີດຂຶ້ນຢ່າງແທ້ຈິງນັ້ນ ກໍແມ່ນວ່າ ລັດຖະບານໂຊມາເລຍໄດ້້​ເບັ່ງກ້າມຂອງ
ຕົນສະແດງໃຫ້ເຫັນວ່າ ພວກເຮົາບໍ່ຍອມຮັບຮູ້ລັດຖະບານໃນເຂດຈູບາແລນແລະ
ນີ້ໄດ້ແຈ້ງໃຫ້ຊາບ ເຖິງການຕັດສິນໃຈປະຕິເສດບໍ່ໃຫ້ຮອງປະທານເຂດຈູບາແລນ
ເຂົ້າ ໄປໃນໂຊມາເລຍ ແລະນີ້ ໄດ້ກາຍເປັນເລື້ອງທີ່ຮ້ອນແຮງຫຼັງຈາກກຳລັງຂອງ
ເຄັນຢາໄດ້ຖືກຍົກຍ້າຍອອກຈາກເຂດເກໂດ (Gedo) ໄປປະ ຕິບັດງານຢູ່ໃນເຂດ
ອື່ນ ໂດຍນຳເອົາກຳລັງເອທີໂອເປຍທີ່ເປັນມິດຫຼາຍຂຶ້ນກັບ ລັດຖະບານໂມກາດິສ
ຊູນັ້ນ ເຂົ້າ​ມາ​ແທນ. ຂ້າພະເຈົ້າຄິດວ່າພວກເຮົາຈະເຫັນກິດຈະການຫຼາຍຢ່າງເກີດ
ຂຶ້ນຢູ່ໃນເຂດນັ້ນ.”

ເຄັນຢາໄດ້ສົ່ງກຳລັງທະຫານຂອງຕົນເຂົ້າໄປໃນໂຊມາເລຍ ເມື່ອປີ 2011 ເພື່ອ
ຂັບໄລ່ພວກ ຫົວຮຸນແຮງອາລ-ຊາບັບ ແລະປົກປ້ອງຊາຍແດນຂອງຕົນຈາກກຸ່ມ
ກໍ່ການຮ້າຍດັ່ງກ່າວ. ຫຼາຍໆເດືອນຕໍ່ມາ ເຄັນຢາໄດ້ເຂົ້າຮ່ວມ ການປະຕິບັດງານ
ຂອງສະຫະພາບອາຟຣິກາ ຢູ່ໃນໂຊມາເລຍ ທີ່ເອີ້ນວ່າ AMISOM ນັ້ນ.

ປະທານາທິບໍດີເຄັນຢາ ທ່ານອູຮູຣູ ເຄັນຢັດຕາ​ກ່າວໃນວັນພະຫັດອາທິດແລ້ວນີ້
ວ່າ ປະເທດ ຂອງທ່ານຈະຢູ່ໃນໂຊມາເລຍໄລຍະຍາວ ໂດຍໃຫ້ຄວາມເຫັນວ່າ:


“ດັ່ງທີ່ຂ້າພະເຈົ້າໄດ້ຖະແຫຼງໄປແລ້ວ ທະຫານຂອງພວກເຮົາຈະສືບຕໍ່ເປັນພາກ
ສ່ວນນຶ່ງຂອງ ກຳລັງ AMISOM ຈົນກວ່າເວລາໃດທີ່ຈຸດປະສົງ ຂອງພວກເຮົາ ໄດ້ມີການບັນລຸແລ້ວ.”

ເຄັນຢາມີທະຫານປະຕິບັດງານໃນເຂດໂລເວີ ແລະມິດໂດຈູບາ ແລະໃນເຂດ
ເກໂດ ຊຶ່ງເປັນ ເຂດ ທີ່ມີຊາຍແດນຕິດກັບປະເທດເຄັນຢາ.

ທ່ານໂມຮຳເໝັດ ອັບດູລລາຮີ ກາດຸບ ເປັນເຈົ້າເມືອງໆລູອຸກ (Luug) ໃນເຂດ
ເກໂດ. ທ່ານເວົ້າ ວ່າ ເຂດຂອງທ່ານ ແມ່ນຢູ່ພາຍໃຕ້ການຄວບຄຸມຂອງກຳລັງ
ລັດຖະບານກາງ. ທ່ານກາດຸບໃຫ້ ຄວາມເຫັນກ່ຽວກັບເລື້ອງນີ້ວ່າ:


“ຄວາມໝັ້ນຄົງໃນເຂດເມືອງດັ່ງກ່າວ ແມ່ນດີຫຼາຍ. ເຂດນີ້ແມ່ນໄດ້ຮັບການປົກ
ປ້ອງ ຈາກກຳ ລັງຂອງລັດຖະບານກາງ ແລະພວກເຂົາເຈົ້າແມ່ນຜູ້ດຽວເທົ່ານັ້ນ ທີ່ຮັບຜິດຊອບເລື້ອງຄວາມໝັ້ນຄົງ. ກຳລັງທີ່ວ່ານີ້ບໍ່ໄດ້ຄວບຄຸມແຕ່ເມືອງລູອຸກ
ເທົ່ານັ້ນ ແລະພວກເຂົາເຈົ້າຍັງໄດ້ເຂົ້າຄວບ ຄຸມຢູ່ໃນອີກ 7 ເມືອງຂອງເຂດເກ
ໂດ ນຳດ້ວຍ.”

ໃນອາທິດນີ້ ຮອງຜູ້ນຳຂອງເຂດຈູບາແລນ ໄດ້ຖືກປະຕິເສດ ບໍ່ໃຫ້ເຂົ້າໄປໃນເຂດ
ເກໂດ. ທ່ານ ມູຊາມາລີກ່າວວ່າ ເຂດເກໂດ ໄດ້ເຮັດໃຫ້ເຄັນຢາຕົກຢູ່ໃນຄວາມ
ສ່ຽງທາງດ້ານຄວາມໝັ້ນຄົງ ຫຼາຍຂຶ້ນ. ທ່ານມູຊາມາລີກ່າວຕື່ມວ່າ.


“ເວລານີ້ໄດ້ຖືກຍ້າຍອອກໄປຈາກເຂດເກໂດແລ້ວ ຊຶ່ງເປັນເຂດທີ່ພວກເຂົາເຈົ້າ
ມີຜົນປະໂຫຍດ ຢ່າງຫຼວງຫຼາຍນັ້ນ ຈະແຈ້ງແມ່ນເຮັດໃຫ້ເຄັນຢາມີຄວາມບໍ່ໝັ້ນ ຄົງຫຼາຍຂຶ້ນຍ້ອນພວກເຮົາບໍ່ ຮູ້ຈັກວ່າເອທິໂອເປັນຈະຫຼິ້ນແບບໃດ. ເຄັນຢາຄວນ ຈະມີຄວາມເປັນຫ່ວງກ່ຽວກັບເລື້ອງນັ້ນ.”

ບັນຫາໃນເລື້ອງຜູ້ນຳຂອງເຂດຈູບາແລນ ໄດ້ກາຍເປັນຄວາມເຄັ່ງຕຶງມາໄດ້ຫຼາຍ
ປີແລ້ວ ລະ ຫວ່າງລັດຖະບານໂມກາດິສຊູ ແລະເຄັນຢາ.

ໃນການໃຫ້ຄວາມເຫັນຕໍ່ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດນັ້ນ
ທ່ານເຈມສ໌ ສແວນຜູ້ຕາງໜ້າຂອງສະຫະປະຊາຊາດໃນໂຊມາເລຍກ່າວວ່າ​ ການ
ບໍ່ເຫັນພ້ອມນຳກັນ ກ່ຽວກັບການເລືອກຕັ້ງໃນເດືອນສິງຫາຜ່ານມາຢູ່ໃນເຂດຈູບາ
ແລນນັ້ນ ເຮັດໃຫ້ເກີດຄວາມສ່ຽງຕໍ່ການເກີດຄວາມຮຸນແຮງການແຕກແຍກໃນໝູ່ ພວກຜູ້ນຳຊົນເຜົ່າແລະການເຂົ້າແຊກແຊງຈາກພາຍນອກ. ທ່ານສແວນຮຽກຮ້ອງ
ໃຫ້ພວກຜູ້ນຳ ແກ້ໄຂບັນຫາຕ່າງໆໂດຍຜ່ານການ

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG