ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ພາ​ຕ່ຳ ສ​ຫລ ຮັບ​ຜ່ານ ຮ່າງ​ກົດ​ໝາຍ ປະ​ນາມ ການ​ປາບ​ປາມ​ຂອງ​ຈີນ ຕໍ່ຊາວ​ວີ​ເກີ້


ຄົນ​ງານ​ຍ່າງ​ຜ່ານ​ບໍ​ລິ​ເວນ​ຮົ້ວ ຂອງ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ເປັນ​ສູນ​ຝຶກວິ​ຊາ​ຊີບ ທີ່​ເມືອງ​ດາ​ບັນ​ເຈັງ ໃນ​ເຂດ​ປົກ​ຄອງ​ຕົນ​ເອງ ຊິນ​ຈຽງ ຂອງ​ຊາວ​ວີ​ເກີ້. (ວັນ​ທີ 4 ກັນ​ຍາ 2018)
ຄົນ​ງານ​ຍ່າງ​ຜ່ານ​ບໍ​ລິ​ເວນ​ຮົ້ວ ຂອງ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ເປັນ​ສູນ​ຝຶກວິ​ຊາ​ຊີບ ທີ່​ເມືອງ​ດາ​ບັນ​ເຈັງ ໃນ​ເຂດ​ປົກ​ຄອງ​ຕົນ​ເອງ ຊິນ​ຈຽງ ຂອງ​ຊາວ​ວີ​ເກີ້. (ວັນ​ທີ 4 ກັນ​ຍາ 2018)

ຈີນ​ໄດ້​ສະ​ແດງ​ຄວາມ​ໂກດ​ແຄ້ນ ທີ່​ສະ​ພາ​ຕ່ຳ​ສະ​ຫະ​ລັດ​ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ສະ​ບັບ​ນຶ່ງ ທີ່​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ເອົາ​ມາດ​ຕະ​ການ​ຕໍ່​ປັກ​ກິ່ງກ່ຽວ​ກັບ​ການປາບ​ປາມ​ຊາວ​ມຸ​ສ​ລິມ​ຫຼາຍ​ລ້ານ​ຄົນ.

ດ້ວຍ​ການ​ລົງ​ຄະ​ແນນ​ສຽງ 407 ຕໍ່ 1 ສະ​ພາ​ຕ່ຳ​ທີ່​ນຳ​ພາ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ ​ວີ​ເກີ້​ສະ​ບັບ​ປີ 2019 ໃນ​ວັນ​ອັງ​ຄານ​ວານນີ້ ຊຶ່ງໄດ້​ປະ​ນາມ​ການ​ຄຸມ​ຂັງ​ຊາວ​ວີ​ເກີ້​ ຊາວ​ກາ​ຊັກ​ສະ​ຖານແລະ​ຊາວ​ມຸ​ສ​ລິມ​ກຸ່ມ​ນ້ອຍອື່ນໆ ປະ​ມານ 1 ລ້ານ​ຄົນ ໃນ​ອັນ​ທີ່​ເອີ້ນ​ວ່າ “ສູນ​ສຳ​ມະ​ນາ” ຢູ່​ໃນ​ແຂວງ​ຊິນ​ຈຽງ​ທີ່​ສອກ​ຫຼີກ​ຫ່າງ​ໄກ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ. ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້​ໄດ້ສັ່ງ​ໃຫ້​ພະ​ແນກ​ການ​ຕ່າງໆ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດກະ​ກຽມ​ລາຍ​ງານ​ກ່ຽວ​ກັບ
ກ​ານ​ປະ​ຕິ​ບັດ​ຂອງ​ຈີນ ​ຕໍ່​ພວກ​ຊາວ​ມຸ​ສ​ລິມ​ກຸ່ມ​ນ້ອຍ ແລະ​ ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທຳ​ການ​ລົງ​ໂທດ​ຕໍ່​ເຈົ້າ​ໜ້າ​ທີ່​ຈີນທີ່​ເຫັນ​ວ່າ​ເປັນ​ຜູ້​ຮັບ​ຜິດ​ຊອບຕໍ່​ການ​ຄຸມ​ຂັງ​ຂະ​ໜາດ​ໃຫຍ່​ດັ່ງ​ກ່າວ ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ທ່ານ ເຈັນ ກວາງໂກ (Chen Quangguo) ຜູ້​ນຳ​ພັກ​ຄອມ​ມູ​ນິ​ສ​ໃນ​ແຂວງ​ຊິນ​ຈຽງ.

ປັກ​ກິ່ງ​ໄດ້​ປະ​ຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ຄຸມ​ຂັງ​ຊາວ​ວີ​ເກີ້ ແບບ​ຂັດ​ຕໍ່​ຄວາມ​ສະ​ໝັກ​ໃຈ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ກ່າວ​ວ່າ ສູນ​ເຫຼົ່າ​ນັ້ນ​ແມ່ນ “ສູນ​ຝຶກວິ​ຊາ​ຊີບ” ທີ່​ແນ​ໃສ່ເພື່ອ​ປາບ​ປາມ​ພວກ​ກໍ່​ການ​ຮ້າຍ​ແລະ​ພວກ​ຫົວ​ຮຸນ​ແຮງ​ຈັດແລະ​ສອນ​ວິ​ຊາ​ຊີບ​ໃໝ່​ໃຫ້​ແກ່​ພວກ​ເຂົາ​ເຈົ້າ.

ສະ​ພາ​ສູງ​ທີ່​ຄວບ​ຄຸມ​ໂດຍ​ພັກ​ຣີ​ພັບ​ບ​ລີ​ກັນ ກໍ​ໄດ້​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ທີ່​ຄ້າຍ​ຄືກັນເມື່ອ​ເດືອນ​ກັນ​ຍາ​ຜ່ານ​ມາ. ມາດ​ຕະ​ການ​ທັງ​ສອງ​ຈະ​ຖືກ​ນຳ​ມາ​ປຽບ​ທຽບ​ແລະ​ແກ້​ໄຂ ແລ້ວ​ກໍ​ໃຫ້​ການ​ເຫັນ​ພ້ອມ​ ໂດຍ​ທັງ​ສະ​ພາ​ຕ່ຳ​ແລະ​ສະ​ພາ​ສູງ​ອີກ​ເທື່ອ​ນຶ່ງ ກ່ອນ​ທີ່​ຈະ​ສົ່ງ​ໄປ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ເຊັນ​ເປັນ​ກົດ​ໝາຍ.

ທີ່​ນະ​ຄອນ​ຫຼວງ​ປັ​ກ​ກິ່ງ ທ່ານ​ນາງ​ຫ​ວາ ຈຸ້ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ປະ​ເທດ​ໃດ​ກໍ​ຕາມ ທີ່​ຢາກ​ຈະ​ແຊກ​ແຊງ​ເຂົ້າ​ໃນ​ກິດຈະ​ການ​ພາຍ​ໃນ​ຂອງ​ຈີນ ຈະ​ຕ້ອງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ຜົນ​ທີ່​ຕິດ​ຕາມ​ມາ.

China has expressed anger over passage of a bill by the U.S. House of Representatives that calls for official actions against Beijing over its crackdown on millions of ethnic Muslims.

By a vote of 407-to-1, the Democratic-led chamber approved the Uighur Act of 2019 Tuesday which condemns the detention of an estimated one million Uighurs, Kazahks and other ethnic Muslims in so-called "re-education camps" in the remote western province of Xinjiang.The bill directs various U.S. government agencies to prepare reports on China's treatment of the Muslim minorities, and calls on President Donald Trump to impose sanctions on Chinese officials deemed responsible for the mass detentions, specifically Chen Quanguo, the ruling Communist Party's chief in Xinjiang.

Beijing has denied that it is detaining the Uighurs against their will, maintaining that the camps are "vocational training centers" designed to combat terrorism and extremism and to teach new skills.

The Republican-controlled Senate passed a similar bill back in September.The two measures will have to be reconciled and approved by both the House and Senate before they go to Trump for his signature.

In Beijing, Foreign Ministry spokeswoman Hua Chunying told reporters that any nation that seeks to interfere in China's internal affairs will pay a price.

The U.S., the United Nations and various human rights groups have accused China of detaining ethnic Muslims in Xinjiang in an attempt to force them to renounce their religion and heritage. The State Department has imposed visa restrictions against Chinese government and Communist Party officials it believes are behind the detentions, while the Trump administration has created of list of nearly 30 Chinese organization that are barred from doing business with U.S. companies.

China is already seething over a bill signed last week by President Trump that expresses support for pro-democracy activists in Hong Kong.The government retaliated by slapping sanctions on U.S.-based non-governmental organizations, including Human Rights Watch, and suspended future visits to the semi-autonomous city by U.S. warships.

XS
SM
MD
LG