ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ແລະ ທ່ານ​ມາກ​ຣົງ ສະ​ແດງ​ຄວາມ​ເຫັນ ທີ່​​ຕ່າງ​ກັນ ຢູ່ກອງ​ປະ​ຊຸມ​ສຸດຍອດ ອົງ​ການເນ​ໂຕ້


ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ (ຂວາ) ພວມ​ຮັບ​ຟັງ ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ເອັມ​ມາ​ນູ​ລ​ແອ​ລ ມາກ​ຣົງ ຂອງ​ຝ​ຣັ່ງ ພວມ​ຖະ​ແຫຼງ ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ທີ່​ບ້ານ​ພັກ​ວິນ​ຟຽ​ລ ນະ​ຄອນ​ລອນດອນ. (ວັນ​ທີ 3 ທັນ​ວາ 2019)
ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ (ຂວາ) ພວມ​ຮັບ​ຟັງ ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ເອັມ​ມາ​ນູ​ລ​ແອ​ລ ມາກ​ຣົງ ຂອງ​ຝ​ຣັ່ງ ພວມ​ຖະ​ແຫຼງ ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ທີ່​ບ້ານ​ພັກ​ວິນ​ຟຽ​ລ ນະ​ຄອນ​ລອນດອນ. (ວັນ​ທີ 3 ທັນ​ວາ 2019)

ຄວາມ​ເຫັນ​ທີ່​ຂັດ​ແຍ້ງ​ກັນ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົ​ງ ໄດ້​ມີ​ການ​ສະ​ແດງ​ອອກຢ່າງ​ເຕັມທີ່ຂະ​ນະ​ທີ່​ພວກ​ຜູ້​ນຳ​ຂອງ​ອົງ​ການ​ເນ​ໂຕ້ເຕົ້າ​ໂຮມ​ກັນ​ເພື່ອ​ພົບ​ປະ​ສຸດຍອດ ທີ່​ນະ​ຄອນ​ຫຼວງ​ລອນດອນ.

ໃນ​ການ​ພົບ​ປະ​ກັບ​ພວກ​ນັກ​ຂ່າວ ​ເປັນ​ເວ​ລາເກືອບ 40 ນາ​ທີນັ້ນ ພວກ​ຜູ້​ນຳ​ທັງ​ສອງ​ໄດ້​ປະ​ທະ​ກັນ​ໃນ​ຫຼາຍໆ​ບັນ​ຫາ ຮວມ​ທັງ​ເລື້ອງ ​ການ​ແບ່ງ​ປັນ​ພາ​ລະ​ຮັບ​ຜິດ​ຊອບ​ພາຍ​ໃນ​ອົງ​ການ​ເນ​ໂຕ້ ​ລັດ​ທິ​ກໍ່​ການ​ຮ້າຍ ການບຸກ​ເຂົ້າ​ໄປ​ໃນພາກ​ເໜືອ​ຊີ​ເຣຍ​ໂດຍ​ເທີ​ກີ ແລະ​ການ​ທີ່​ສະ​ຫະ​ລັດ​ຖອນ​ໂຕ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ລົດ​ກຳ​ລັງ
ອາ​ວຸດ​ກັບ​ຣັດ​ເຊຍ.

ພວກ​ຜູ້​ນຳ​ທັງ​ສອງ​ໄດ້​ພົບ​ປະ​ກັນ​ເປັນ​ເວ​ລາ​ຫຼາຍໆ​ຊົ່ວ​ໂມງ ຫຼັງ​ຈາກ​ທ່ານ​ທ​ຣຳ​ໄດ້​ຕ້ອງ​ຕິ​ທ່ານ​ມາ​ກ​ຣົງ ກ່ຽວ​ກັບ​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ເມື່ອ​ໄວໆ​ມານີ້ ທີ່​ບັນ​ລະ​ຍາຍ​ເຖິງ​ອົງ​ການ​ເນ​ໂຕ້ວ່າ ກຳ​ລັງ​ປະ​ສົບ​ກັບພາ​ວະ “ສະ​ໝອງ​ຕາຍ” ນັ້ນ ຍ້ອນ​ບົດບາດ​ການ​ນຳ​ພາ​ທີ່​ຫຼຸດ​ນ້ອຍ​ຖອຍ​ລົງ​ຂອງ​ສະ​ຫະ​ລັດ. ທ່ານ​ທ​ຣຳ​ເອີ້ນ​ຄຳ​ຖະ​ແຫຼງດັ່ງ​ກ່າວນັ້ນ​ວ່​າ ເປັນ “ຄຳ​ຖ​ະ​ແຫຼງ​ທີ່​ຂີ້​ຮ້າຍ​.”

ໃນ​ຂະ​ນະ​ທີ່​ພວກ​ຜູ້​ນຳ​ທັງ​ສອງ​ໂອ້​ລົມ​ກັນ​ຢູ່ນັ້ນ ທ່ານ​ທ​ຣຳ​ໄດ້​ເຕືອນ​ສະ​ມາ​ຊິກ​ອົງ​ການ​ເນ​ໂຕ້​ ທີ່​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການ​ໃຊ້​ຈ່າຍ 2 ເປີ​ເຊັນ​ຂອງຍອດ​ຜ​ະ​ລິດ​ຕະ​ພັນ​ລວມ​ ຫຼື ຈີ​ດີ​ພີ ເຂົ້າ​ໃນ​ການ​ປ້ອງ​ກັນ​ຮ່ວມ ອາດ​ຈະ​ຖືກ​ລົງ​ໂທດ​ທາງ​ດ້ານ​ການ​ຄ້າ ຊຶ່ງ​ໝາຍ​ເຖິງ​ການ​ເກັບ​ພາ​ສີ​ຕໍ່​ຜະ​ລິດ​ຕະ​ພັນຂອງ​ຕົນຮວມ​ທັງເຫຼົ້າວາຍ​ຂອງ​ປະເທດ​ຝ​ຣັ່ງ.

ເຫດ​ການ​ດັ່ງ​ກ່າວ​ ໄດ້​ພາ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ມາກ​ຣົງ ຜູ້​ຊຶ່ງ​ໃນ​ປັດ​ຈຸ​ບັນ ​ໄດ້​ປະ​ກອບ​ສ່ວນ 1.9 ເປີ​ເຊັນ​ຂອງ​ຈີ​ດີ​ພີ​ຝ​ຣັ່ງ ເຂົ້າ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ອົງການ​ເນ​ໂຕ້ ໄດ້​ຕອບ​ໂຕ້​ຄືນ.

ທ່ານ​ມາກ​ຣົງ​ກ່າວ​ວ່າ “ມັນ​ບໍ່​ແມ່ນ​ແຕ່​ກ່ຽວ​ກັບ​ເລື້ອງ​ການ​ເງິນ” ແລະ​ທ່ານ​ໄດ້​ຕັ້ງ​ຄຳ​ຖາມ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຄືນ​ວ່າ “ເລື້ອງ​ສັນ​ຕິ​ພາບ​ໃນ​ຢູ​ໂຣບ​ເດ​?”

ທ່ານ​ມາກ​ຣົງ​ກ່າວ​ວ່າ “ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເວົ້າ​ວ່າ ຕ້ອງ​ໄດ້​ປະ​ກອບ​ສ່ວນ​ໃນເລື້ອງ​ການ​ເງິນ, ພວກ​ເຮົາ​ຕ້ອງ​ໄດ້​ປະ​ກອບ​ສ່ວນ​ໃນ​ເລື້ອງ​ທະ​ຫານ ໂດຍ​ປາ​ສະຈາກ​ໃນ​ຄວາມ​ກະ​ຈ່າງ​ແຈ້ງ​ທີ່​ວ່າ ອົງ​ການ​ເນ​ໂຕ້​ຄວນ​ເປັນ​ອົງ​ການ​ແບບ​ໃດ.”

ທ່ານ​ມາ​ກ​ຣົງ​ກ່າວ​ວ່າ ທ່ານ​ສະ​ໜັບ​ສະ​ໜຸນ​ອົງ​ປະ​ກອບ​ທີ່​ເຂັ້ມ​ແຂງ​ໃນ​ອົງ​ການ​ເນ​ໂຕ້ ແຕ່​ກໍ​ຊີ້​ໃຫ້​ເຫັນ​ວ່າຫຼັງ​ຈາກ​ການ​ສິ້ນ​ສຸດ​ລົງ​ຂອງ​ສົນ​ທິ​ສັນ​ຍາ​ກຳ​ລັງ​ນິວ​ເຄ​ລຍໄລ​ຍະ​ປານ​ກາງ​ແລ້ວ ບັນ​ດາ​ປະ​ເທດ​ໃນ​ຢູ​ໂຣບ ​ກຳ​ລັງ​ປະ​ເຊີນ​ໜ້າ​ ກັບ​ໄພ​ຂົ່ມ​ຂູ່​ໃໝ່​ຈາກ​ລູກ​ສອນ​ໄຟ​ຂອງ​ຣັດ​ເຊຍ.

ລັດ​ຖະ​ບານ​ທ່ານ​ທ​ຣຳ​ ໄດ້​ຖອນ​ໂຕ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ຄວບ​ຄຸມ​ອາ​ວຸດ ​ສະ​ບັບ​ປີ 1987 ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ສະ​ຫະ​ພາບ​ໂຊ​ຫວຽດ ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ ຫຼັງ​ຈາກ​ສະ​ຫະ​ລັດ​ກ່າວ​ວ່າ ການ​ລະ​ເມີດ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຂອງ​ມົ​ສ​ກູ​ຕໍ່​ຂໍ້​ຕົກ​ລົງ​ດັ່ງກ່າວນີ້.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG