ມີຮູບປັ້ນໃໝ່ຂອງທ່ານໂຣນັນ ເຣແກນ ປະທານາທິບໍດີຄົນທີ 40 ຂອງສະຫະລັດ ຕັ້ງຢູ່ເດີ່ນທາງໜ້າຂອງສະຖານທູດສະຫະລັດທີ່ນະຄອນເບີລິນ ບໍ່ໄກຈາກປະຕູຂ້າມແບຣນເດັນເບີກທີ່ມີຊື່ສຽງ.
ມັນໄດ້ມີການຄອງຄອຍຖ້າມາດົນນານແລ້ວ ສຳລັບມູນນິທິປະທານາທິບໍດີໂຣນັນ ເຣແກນ ແລະພວກສະໜັບສະໜຸນ ສຳລັບໂຄງການດັ່ງກ່າວ. ພວກເຂົາເຈົ້າໄດ້ກົດດັນເຈົ້າໜ້າທີ່ນະຄອນເບີລິນມາໄດ້ຫຼາຍປີ ໃຫ້ນຳເອົາຮູບປັ້ນຂອງທ່ານເຣແກນ ໄປຕັ້ງຢູ່ໃນສະຖານທີ່ສາທາລະນະ ແຕ່ພວກເຈົ້າໜ້າທີ່ໃນນະຄອນເບີ ລິນຄັດຄ້ານ ໂດຍໃຫ້ຂໍ້ສັງເກດວ່າ ມີຫຼາຍໆປັດໄຈແລະຜູ້ຄົນມີສ່ວນໃນການເຮັດໃຫ້ກຳລັງເບີລິນພັງທະລາຍລົງ ເມື່ອວັນທີ 9 ພະຈິກ ປີ 1989.
ພວກສະໜັບສະໜຸນທ່ານເຣແກນ ໃນທີ່ສຸດກໍໄດ້ຕັດສິນໃຈ ນຳເອົາຮູບປັ້ນດັ່ງກ່າວໄປຕັ້ງຢູ່ໃນບໍລິເວນສະຖານທູດ ຊຶ່ງເປັນດິນແດນຂອງອາເມຣິກັນ ໃນເຂດໃຈກາງນະຄອນຫຼວງເບີລິນ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ໄປຮ່ວມພິທີເປີດຮູບປັ້ນດັ່ງກ່າວ ໃນວັນສຸກວານນີ້ ໂດຍເອີ້ນຮູບປັ້ນນີ້ວ່າ “monumental moment” ຫຼືຄວາມສຳເລັດອັນຍິ່ງໃຫຍ່ແຫ່ງຍຸກສະໄໝ ດັ່ງທີ່ງານສິນລະປະກຳ ໄດ້ປາກົດໃຫ້ເຫັນ. ຮູບປັ້ນ ຂອງທ່ານເຣແກນ ແມ່ນລະນຶກເຖິງການກ່າວຄຳປາໄສໃນປີ 1987 ຂອງທ່ານ ທີ່ໄດ້ຂໍຮ້ອງໃຫ້ປະທານາທິບໍດີໂຊຫວຽດ ທ່ານມິເຄລ ກໍບາຊັອບ ໃນເວລານັ້ນ ໃຫ້ “ມ້າງກຳແພງນີ້ເສຍ.”
ສອງປີຕໍ່ມາ ກຳແພງດັ່ງກ່າວເລີ້ມພັງທະລາຍລົງ ໃນການອອກອາກາດສົດທາງໂທລະພາບ. ຫຼັງຈາກໄດ້ມີການປະກາດຢ່າງບໍ່ຄາດຝັນ ໂດຍເຈົ້າໜ້າທີ່ເຢຍຣະມັນຕາເວັນອອກທີ່ຈະອະນຸຍາດໃຫ້ປະຊາຊົນເດີນທາງໄປຍັງເຢຍຣະມັນຕາເວັນຕົກແລ້ວ ໃນທັນທີຫຼັງຈາກນັ້ນ ປະຊາຊົນຊາວເບີລິນ ກໍເລີ້ມພາກັນເອົາຄ້ອນຕີໄປທັບກຳແພງດັ່ງກ່າວໃຫ້ພັງລົງດ້ວຍຕົວຂອງເຂົາເຈົ້າເອງ.
ນາງລໍຣີ ຟາມເມີ ຈາກເມືອງຊິລເວີສ໌ປຣິງ ລັດແມຣີແລນ ຊຶ່ງຍັງເປັນສາວນ້ອຍຢູ່ໃນເວລານັ້ນ ຈຳໄດ້ວ່າ ໄດ້ເບິ່ງລາຍງານຂ່າວໂທລະພາບກ່ຽວກັບເລື້ອງນີ້.
ນາງເວົ້າວ່າ “ເວລາຂ້ອຍເຫັນຜູ້ຄົນພາກັນຟ້ອນລຳ ສະເຫຼີມສະຫຼອງເວລາກຳແພງພັງລົງ ຂ້ອຍຮູ້ສຶກຢາກຮ້ອງໄຫ້ອອກມາແຮງໆ. ມັນຢູ່ຫ່າງໄກຫຼາຍຈາກໂລກຂອງຂ້ອຍ ແຕ່ເຫັນຊີມັງເປັນທ່ອນໆ ແມ່ນຮູ້ສຶກຕື່ນເຕັ້ນຫຼາຍ.”
ສ່ວນນາງແຈັສຊີກາ ກຣີນ ຈາກເມືອງມໍຣິສທາວນ໌ ໃນລັດເທັນເນັສຊີ ຊຶ່ງໃນເວລານັ້ນກໍຍັງເປັນສາວນ້ອຍຢູ່ຄືກັນ ເວລານາງເບິ່ງລາຍການສົດທາງໂທລະພາບ. “ຂ້ອຍຮູ້ສຶກມີຄວາມຫວັງ ຂ້ອຍຢາກໄດ້ປ່ຽງນ້ອຍໆປ່ຽງນຶ່ງຂອງກຳແພງນັ້ນ.”
ສ່ວນນາງມີແຊລ ແອແດັມ ຈາກນະຄອນແອັດແລນຕາ ລັດຈໍເຈຍ ພວມສຶກສາຢູ່ທີ່ປະເທດອັງກິດໃນເວລານັ້ນ ຊຶ່ງບໍ່ໄກປານໃດ ພໍຈະເດີນທາງໄປຍັງນະຄອນເບີລິນໄດ້. ນາງກ່າວເຖິງການເດີນທາງທີ່ສັບສັນໄປຍັງນະຄອນເບີລິນໃນເດືອນມັງກອນປີ 1990 ນັ້ນວ່າ. “ພວກເຮົາໄດ້ຜ່ານດ່ານກວດຊາລີ ນຶ່ງໃນຊຸມມື້ສຸດທ້າຍ ຂອງການຄວບຄຸມໜັງສືເດີນທາງ.” ນາງໄດ້ກ່າວເຖິງຖະໜົນຫົນທາງທີ່ຫວ່າງເປົ່າ ຂອງເຂດເບີລິນຕາເວັນອອກ ແລະການມີໜ້າຂອງທະຫານເຢຍຣະມັນຕາເວັນອອກ. ນາງໄດ້ເດີນທາງກັບຄືນໄປນະຄອນເບີລິນອີກ ດົນກວ່ານຶ່ງທົດສະວັດຜ່ານມມາ ແລະຮູ້ສຶກວ່າເປັນປະຕິຫານທີ່ໄດ້ເຫັນການປ່ຽນແປງເກີດຂຶ້ນແບບໃດ.