ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍ​ພັນ​ຄົນ ຕ້ອງ​ໄດ້​ຍົກ​ຍ້າຍ ຍ້ອນ​ໄຟ​ປ່າ ໃນ​ລັດ​ຄາ​ລີ​ຟໍ​ເນຍ


ໄຟ​ປ່າ​ພວມ​ໄໝ້​ເຮືອນ​ຫຼັງ​ນຶ່ງ ເມື່ອ​ວັນ​ທີ 24 ຕຸ​ລາ ທີ່​ເມືອງ​ຊາງ​ຕາ ກ​ລາ​ລາ ໃນ​ລັດ​ຄາ​ລີ​ຟໍ​ເນຍ. (ວັນ​ທີ 14 ຕຸ​ລາ 2019)
ໄຟ​ປ່າ​ພວມ​ໄໝ້​ເຮືອນ​ຫຼັງ​ນຶ່ງ ເມື່ອ​ວັນ​ທີ 24 ຕຸ​ລາ ທີ່​ເມືອງ​ຊາງ​ຕາ ກ​ລາ​ລາ ໃນ​ລັດ​ຄາ​ລີ​ຟໍ​ເນຍ. (ວັນ​ທີ 14 ຕຸ​ລາ 2019)

ໄຟ​ໄດ້​ລຸກ​ໄໝ້​ໃນ​ພາກ​ເໜືອ ແລະ​ພາກ​ໃຕ້​ລັດ​ຄາ​ລີ​ຟໍ​ເນຍ ຊຶ່ງ​ໄດ້​ມີ​ການ​ບັງ​ຄັບ​ໃຫ້​ຍົກ​ຍ້າຍ​ປະ​ຊາ​ຊົນ​ບໍ່​ຕ່ຳ​ກວ່າ 50,000 ຄົນ.

ບໍ​ລິ​ສັດ​ແກັ​ສ​ແລະ​ໄຟ​ຟ້າ​ປາ​ຊີ​ຟິກ ໄດ້​ຢຸດ​ສົ່ງກະ​ແສໄຟ​ຟ້າ​ໄປ​ໃຫ້​ປະ​ຊາ​ຊົນ​ຫຼາຍພັນ​ຄົນ ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຄວບ​ຄຸມ​ການ​ໄໝ້​ລາມ​ຂອງ​ໄຟ​ດັ່ງ​ກ່າວ.

ບໍ​ລິ​ສັດ​ແກັ​ສ​ແລະ​ໄຟ​ຟ້າ​ປາ​ຊີ​ຟິກໄດ້​ເຕືອນ​ວ່າ ​ເບິ່ງ​ຊົງຈະ​ມີ​ການ​ຕັດ​ການ​ສົ່ງ​ກະ​ແສ​ໄຟ​ຟ້າ​ ໄປ​ໃຫ້ປະ​ຊາ​ຊົນ​ຕື່ມ​ອີ​ກ ໃນ​ວັນ​ທ້າຍ​ສັບ​ປະ​ດານີ້.

ອົງ​ການ​ຂ່າວ​ເອ​ພີ​ລາຍ​ງານ​ວ່າ ມີ​ປະ​ຊາ​ຊົນຫ້າ​ແສນ​ຄົນ ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ຢຸດ​ເຊົາ​ໃນ​ການ​ສົ່ງ​ກະ​ແສ​ໄຟ​ຟ້າ​ດັ່ງ​ກ່າວ.

ເຈົ້າ​ເມືອງ​ໆໂຊ​ໂນ​ມາ ທ່ານ​ມາກ ແອັ​ສ​ຊິກ ໄດ້​ເຕືອນເມື່ອ​ໄວໆ​ມານີ້​ວ່າ “​ກະ​ລຸ​ນາ​ໃຫ້ເອົາ​ໃຈ​ໃສ່​ຕໍ່​ຄຳ​ສັ່ງຍົກ​ຍ້າຍ​ອອກ​ໜີ​ ຂອງ​ເຈົ້າ​ໜ້າ​ທີ່.”

ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຕ້ອງ​ການ​ຢາກ​ສຸມ​ຄວາມ​ພະ​ຍາ​ຍາມ​ໃສ່​ການ​ດັບ​ໄຟ ຫຼາຍກວ່າ​ທີ່​ຈະ​ມາ​ກັງ​ວົນ​ໃນ​ການ​ຍົກ​ຍ້າຍ​ພວກ​ທ່ານ.”

Fires have erupted in northern and southern California, forcing the evacuations of at least 50,000 people.

Pacific Gas and Electric has shut down power to thousands of consumers in an effort to contain the spread of the fires.

The utility company warned that more shutdowns are likely this weekend.

Associated Press says the outages have affected half a million people.

"Please heed our evacuation order," Sonoma County Sheriff Mark Essick warned recently.

"We really need to be able to fight the fire, rather than worrying about rescuing you," he said.

XS
SM
MD
LG