ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຊ່ວຍ​ໄກ່​ເກ່ຍ ການ​ຜິດ​ຖຽງກັນ ຍ້ອນ​ສ້າງ​ເຂື່ອນ ໃສ່​ແມ່​ນ້ຳ​ໄນ​ລ໌


ການ​ສ້າງ​ເຂື່ອນ​ພະ​ລັງ​ໄຟ​ຟ້າ​ຂະ​ໜາດ​ໃຫຍ່ ໃກ້​ເມືອງ​ອັ​ສ​ໂຊ​ສາ ຂອງ​ເອ​ທິ​ໂອ​ເປຍ ເມື່ອ​ວັນ​ທີ 28 ມິ​ຖຸ​ນາ 2013.
ການ​ສ້າງ​ເຂື່ອນ​ພະ​ລັງ​ໄຟ​ຟ້າ​ຂະ​ໜາດ​ໃຫຍ່ ໃກ້​ເມືອງ​ອັ​ສ​ໂຊ​ສາ ຂອງ​ເອ​ທິ​ໂອ​ເປຍ ເມື່ອ​ວັນ​ທີ 28 ມິ​ຖຸ​ນາ 2013.

ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ເຊື້ອ​ເຊີນລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ອີ​ຈິບ ເອ​ທິ​ໂອ​ເປຍ ແລະ​ຊູ​ດານ ມາ​ຍັງ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເພື່ອປະ​ຊຸມປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂຄງ​ການ​ສ້າງ​ເຂື່ອນພະ​ລັງ​ໄຟ​ຟ້າ​ຂະ​ໜາດ​ໃຫຍ່ໃນ​ເຂດ​ແມ່​ນ້ຳ​ບ​ລູໄນ​ລ໌ (Bule Nile) ຂອງ​ເອ​ທິ​ໂອ​ເປຍ ໂດຍ​ຈະ​ແນ​ໃສ່​ການ​ຜິດ​ຂ້ອງ​ຕ້ອງ​ຖຽງ​ທີ່​ພວມ​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ນ້ຳ ລະ​ຫວ່າງ​ອາ​ດິ​ສອາ​ບາ​ບາ ແລະໄຄ​ໂຣ.

ໜັງ​ສື​ເຊື້ອ​ເຊີນ​ທີ່​ວີ​ໂອ​ເອ​ໄດ້​ຮັບ​ມານັ້ນ ແມ່ນ​ມີ​ຂຶ້ນ​ໂດຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ທ່ານ​ສ​ຕີ​ເວັນ ມ​ນຸກ​ຊິນ ເມື່ອ​ວັນ​ທີ 21 ຕຸ​ລາ​ຜ່​ານ​ມາ ​ຕໍ່​ປະ​ເທດທັງ​ສາມ ແລະ​ທ່ານ​ເດ​ວິດ ມອ​ລ​ແພັ​ສ (David Malpass) ປະ​ທານຂອງ​ທະ​ນາ​ຄານ​ໂລກ.

ໂຄ​ສົກ​ຂອງທະ​ນາ​ຄານ​ໂລກ​ກ່າວໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່​າ ທ່ານມອ​ລ​ແພັ​ສ “ມີ​ແຜນ​ຈະ​ເຂົ້າ​ຮ່ວມ ໂດຍ​ຄາດວ່າ ປະ​ເທດ​ທັງ​ສ​າມ (ເອ​ທິ​ໂອ​ເປຍ ອີ​ຈິບ ແລະ​ຊູ​ດານ) ຕ່າງ​ກໍ​ມີ​ສ່ວນ​ພົວ​ພັນ​ຢ່າງ​ເຕັມ​ທີ່​ແລະ​ເຂົ້າ​ຮ່ວມ​ປະ​ຊຸມ​ດ້ວຍ.”

ອີ​ຈິບ ຊຶ່ງ​ໄດ້​ຊອກ​ສະ​ແຫວງ​ຫາ​ການ​ຊ່ວຍ​ເຫຼືອ​ຈາກ​ພາຍນອກ​ມາ​ໄກ່​ເກ່ຍ​ເປັນ​ເວ​ລາ​ດົນນານ​ແລ້ວນັ້ນ ໄດ້​ຮັບ​ເອົາ​ການ​ປະ​ຊຸມ​ດັ່ງ​ກ່າວ ຊຶ່ງ​ກຳ​ນົດ​ຈະ​ມີ​ຂຶ້ນ​ທີ່​ຫ້ອງການ​ຂອງ​ທ່ານມ​ນຸກ​ຊິນ ໃນ​ວັນ​ທີ 6 ພະ​ຈິກ​ຈະ​ມານີ້.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ໄດ້​ໃຫ້​ການ​ຢືນ​ຢັນ​ໃນ​ລະຫວ່າງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປ​ະ​ຊາ​ຊາດທີ່​ນະ​ຄອນ​ນິວຢອກ​ໃນ​ເດືອນກັນ​ຍາ​ຜ່ານ​ມານີ້​ວ່າ ປະ​ທາ​ນາ​ທິ​ບໍ​ດີ ອັບ​ແດ​ລ ຟາ​ຕາ ແອ​ລ-ຊິ​ສ​ຊີ​ ແຫ່ງ​ອີ​ຈິບ ໄດ້ຂໍ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄກ່​ເກ່ຍ​ບັນ​ຫາ​ຂັດ​ແຍ້ງ ທີ່​ເກີດ​ຈາກການ​ສ້າງ​ເຂື່ອນ​ຂະ​ໜາດ​ໃຫຍ່​ຂອງ​ເອ​ທິ​ໂອ​ເປຍ.

ອີ​ຈິບ​ຖືວ່າ ບັນ​ຫາ​ດັ່ງ​ກ່າວນີ້​ເປັນ​ເລື້ອງ​ຄວາມ​ໝັ້​ນ​ຄົງ​ຂອງ​ປະ​ເທດ. ຖ້າບໍ່​ມີ​ການ​ຕົກ​ລົງ​ກັບ​ເອ​ທິ​ໂອ​ເປຍ​ແລ້ວ ການ​ສ້າງ​ເຂື່ອນ​ຂະ​ໜາດ​ໃຫຍ່​ຢູ່​ເທິງ​ຕົ້ນ​ນ້ຳ ຂອງແມ່​ນ້ຳ​ໄນ​ລ໌ ອາດ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ແຫຼ່ງ​ຊັ​ບ​ພະ​ຍາ​ກອນ​ນ້ຳ​ຈືດ​ຂອງ​ອີ​ຈິບ.

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ສະ​ຫະ​ລັດ ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ສະ​ເໜີ​ຕໍ່ທ່ານ​ແອ​ລ​-ຊິ​ສ​ຊີ ກ່ຽວ​ກັບ “ການ​ນຳ​ໃຊ້​ອິດ​ທິ​ພົນ​ຂອງ​ຫ້ອງ​ການ​ທ່ານມ​ນຸກ​ຊິນ.”

ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ກະ​ຊວງ​ການ​ເງິນ​ຈະ​ເປັນ​ຈຸດ​ສູນ​ກາງ​ ໃນ​ການ​ຕິດ​ຕໍ່​ກ່ຽວ​ກັບ​ເລື້ອງນີ້ ແທນ​ທີ່​ຈະ​ແມ່ນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຊຶ່ງ​ມີ​ພະ​ແນກ​ການ​ຮັບ​ຜິດ​ຊອບ​ໃນ​ເລື້ອງ​ມະ​ຫາ​ສະ​ໝຸດ ສິ່ງ​ແວດ​ລ້ອມ​ລະ​ຫວ່າງ​ປະ​ເທດ​ແລະ​ກິດ​ຈະການ​ວິ​ທະ​ຍາ​ສາດນັ້ນ ຊຶ່ງ​ເປັນ​ພະ​ແນກ​ທີ່​ມີ​ໜ້າ​ທີ່​ພົວ​ພັນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ​ເລື້ອງ​ການ​ຄຸ້​ມ​ຄອງ​ນ້ຳ​ຂ້າມ​ຊາຍ​ແດນ ໂດຍ​ຜ່ານ​ຫ້ອງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ນ້ຳ​ຂອງ​ຕົນ​ນັ້ນ.

ຫ້ອງ​ການ​ດັ່ງ​ກ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ພົວ​ພັນ​ກັບ​ພັກ​ຝ່​າຍ​ຕ່າງໆ​ກ່ຽວ​ກັບ​ການ​ສ້າງ​ເຂື່ອນ​ມາ​ແຕ່​ປີ 2011 ແລະ​ກໍ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ທັງ​ສາມ ເປີດການ​ເຈ​ລະ​ຈາ​ສາມ​ຝ່າຍເພື່ອ​ແກ້​ໄຂ​ບັ​ນ​ຫານ້ຳ ແລະ​ກໍ​ແຈ້ງ​ໃຫ້​ອີ​ຈິບ​ຊາບໃນ​ເດືອນ​ແລ້ວນີ້​ວ່າ ການ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເທັກ​ນິກ​ໃດໆ​ກໍ​ຕາມ ຈະ​ຂຶ້ນ​ຢູ່​ກັບຜົນ​ຂອງການ​ຕົກ​ລົງ​ກັນ​ສາມ​ຝ່າຍ.

ຫ້ອງ​ການ​ດັ່ງ​ກ່າວ ບໍ່​ໄດ້​ມີ​ສ່ວນ​ພົວ​ພັນ​ໃນ​ການ​ເຊື້ອ​ເຊີນ​ໂດຍ​ທ່ານມ​ນຸກ​ຊິນເພື່ອ​ເລີ້ມ​ການ​ເຈ​ລະ​ຈາ​ໃນ​ຄັ້ງ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG