ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳ​ມະ​ການ ສະ​ພາ​ຕ່ຳ ສ​ຫລ ສັ່ງ​ໃຫ້ ທຳ​ນຽບ​ຫ້າ​ແຈ ມອບ​ເອກ​ກະ​ສານ​ຕ່າງ​ໆ​ໃຫ້ ແລະ​ກຽມ ຟັງ​ຄຳ​ໃຫ້​ການ ທ່ານ​ຊັນ​ແລນ​ດ໌


ທີ່​ເຫັນ​ຢູ່ນັ້ນ ຄື​ທຳ​ນຽບ​ຂາວ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ
ຖ່າຍ​ເມື່ອ​ວັນ​ທີ 1 ຕຸ​ລາ 2019
ທີ່​ເຫັນ​ຢູ່ນັ້ນ ຄື​ທຳ​ນຽບ​ຂາວ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ຖ່າຍ​ເມື່ອ​ວັນ​ທີ 1 ຕຸ​ລາ 2019

ຄະ​ນະ​ກຳ​ມະ​ການ​ຕ່າງໆ​ຂອງ​ສະ​ພາ​ຕ່ຳ​ສະ​ຫະ​ລັດ 3 ຄະ​ນະ​ກຳ​ມະ​ການ ມີ​ກຳ​ນົດ​ຈະ​ສອບ​ຖາມ​ທ່ານກໍ​ດັອນ ຊັນ​ແລນ​ດ໌ (Gordon Sondland) ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ສະ​ຫະ​ພາບ​ຢູ​ໂຣບໃນ​ວັນ​ອັງ​ຄານມື້ນີ້ເພື່ອ​ຢາກ​ຮູ້​ຈັກ​ລາຍ​ລະ​ອຽດ​ຕື່ມ​ກ່ຽວ​ກັບ​ການ​ຕິດ​ຕໍ່​ລະ​ຫວ່າງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ.

ການ​ໃຫ້​ການ​ແບບ​ປິດ​ລັບ​ດັ່ງ​ກ່າວ ແມ່ນ​ພາກ​ສ່ວນ​ນຶ່ງ ​ຂອງ​ການ​ສືບ​ສວນ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ​ຢູ່​ໃນ​ສະ​ພາ​ຕ່ຳ ຊຶ່ງ​ໃນ​ວັນ​ຈັນ​ວານນີ້ທ່ານ​ທ​ຣຳ​ໄດ້​ປະ​ຕິ​ເສດວ່າ “ເປັນ​ແຜນ​ການຫຼອກ​ລວງ” ທີ່​ເຮັດ​ຂຶ້ນ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ທີ່​ບໍ່​ຕ້ອງ​ການຢາກ​ໃຫ້​ທ່ານ​ຊະ​ນະ​ການ​ເລືອກ​ຕັ້ງ ເພື່ອ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ສະ​ໄໝ​ທີ​ສອງ​ຕື່ມອີກ 5 ປີ.

ທ່ານ​ຊັນ​ແລນ​ດ໌​ໄດ້​ກາຍ​ມາ​ເປັນ​ບຸກ​ຄົນ​ສຳ​ຄັນ​ໃນ​ການ​ສືບ​ສວນ ຍ້ອນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ​ທີ່​ໄດ້​ຊັກ​ຊວນ​ໃຫ້​ຢູ​ເຄ​ຣນ ທຳ​ການສືບ​ສວນ​ຜູ້​ທີ່​ອາດ​ຈະເປັນຄູ່​ແຂ່ງ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ທ​ຣຳ ນັ້ນ​ກໍ​ຄື​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ທ່ານ​ຮັນ​ເຕີ ລູກ​ຊາຍ​ຂອງ​ທ່ານ​ໄບ​ເດັນ​.

​ການຮ້ອງ​ທຸກຂອງຜູ້​ແຈ້ງ​ຄວາມ​ທີ່​ພາ​ໃຫ້​ເລີ້ມ​ມີ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີນັ້ນ ກ່າວ​ວ່າ ນຶ່ງມື້​ຫຼັງ​ຈາກ​ທ່ານ​ທ​ຣຳ​ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣ​ນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ໌ກີ ແລ້ວ ທ່ານ​ຊັນ​ແລນ​ດ໌ແລະ​ທູດ​ພິ​ເສດ​ຂອງ​ສະ​ຫະ​ລັດ​ປະ​ຈຳ​ຢູ​ເຄ​ຣນ ທ່ານ​ເຄີດ ວອ​ລ​ເກີ ກໍ​ໄດ້​ພົບ​ປະກັບ​ຜູ້​ນຳ​ຂອງ​ຢູ​ເຄ​ຣນ ແລະ​ພວກ​ນັກ​ການ​ເມືອງ​ຄົນ​ສຳ​ຄັນ​ອື່ນໆ​ອີກ.

​ຜູ້​ແຈ້ງ​ຄວາມ ​ຊຶ່ງ​ອີງ​ຕາມ​ຖະ​ແຫຼງ​ຂ່າວ​ທີ່​ສະ​ຫລຸບ​ຜົນການ​ພົບ​ປະ​ເຫຼົ່າ​ນັ້ນໂດຍ ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກ່າວ​ວ່າ “ເອກ​ອັກ​ຄະ​ລັດ​ຖະ​ທູດວອ​ລ​ເກີ ແລະ​ທ່ານ​ຊັນແລນ​ດ໌ ມີ​ລາຍ​ງານ​ວ່າ ໄດ້​ໃຫ້​ຄຳ​ແນະ​ນຳ​ແກ່​ພວກ​ຜູ້​ນຳ​ຂອງ​ຢູ​ເຄ​ຣນ ກ່ຽວ​ກັບວ່າຈະ​ສະ​ໜອງ​ຕອບ​ແບບ​ໃດຕໍ່​ຄຳ​ຮຽກ​ຮ້ອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ໄດ້​ສະ​ເໜີ​ຕໍ່ທ່ານ​ເຊ​ເລັນ​ສ໌​ກີນັ້ນ.”

ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ທີ່​ທຳ​ນຽບ​ຂ​າວໃນ​ວັນ​ຈັນ​ວານນີ້ ທ່ານ​ທ​ຣຳ​ໄດ້ກ່າວ​ຢ້ຳ ​ເຖິງ​ການ​ປ້ອງ​ກັນ​ໃນ​ການ​ໂອ້​ລົມ​ຂອງ​ທ່ານກັບ​ທ່ານ​ເຊ​ເລັນ​ສ໌​ກີ​ຄືນ​ອີກ ໂດຍ​ເວົ້າ​ວ່າ “ເປັນ​ການ​ໂອ້​ລົມ​ທີ່​ດີ​ເລີດ.” ເມື່ອ​ມີ​ການ​ຖາມ​ວ່າ ທ່ານ​ເປັນ​ຫ່ວງ​ຫຼືບໍ່ ​ກ່ຽວ​ກັບ​ການອອກ​ມາປາ​ກົດ​ຕົວ ​ຂອງ​ຜູ້​ແຈ້ງ​ຄວາມ​ຄົນ​ທີ​ສອງ ຊຶ່ງ​ທ່ານ​ທ​ຣຳ​ກ່າວ​ຕອບ​ວ່າ “ບໍ່​ໄດ້​ເປັນ​ຫ່ວງ​ເລີຍ.”

ທ່ານ​ໄດ້​ກ່າວ​ເຖິງ​ການ​ໂອ້​ລົມ​ວ່າ “ເຂົ້າ​ໃຈ​ກັນ​ດີ” ແລະ​ເວົ້າ​ວ່າ ​ມັນ “ບໍ່​ມີການ ກົດ​ດັນ​ໃດໆເລີຍ.”

​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ ຄະ​ນະ​ກຳ​ມະ​ການ​ຄວາມ​ສຳ​ພັນ​ກັບ​ຕ່າງ​ປະ​ເທດ​ແລະຄະ​ນະ​ກຳ​ມະ​ການ​ສືບ​ສວນ​ຂອງສະ​ພາ​ຕ່ຳ​ສະ​ຫະ​ລັດ ແມ່ນ​ເປັນ​ຜູ້​ນຳ​ໜ້າ​ໃນ​ການສອບ​ຖາມ​ດ້ວຍ​ການ​ໃຫ້​ການ ​ແລະ​ການ​ສັ່ງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ລັດ​ຖະບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ແລະ​ທະ​ນາຍ​ຄວາມ​ສ່ວນ​ໂຕ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ຣູ​ດີ ຈູ​ລີ​ອາ​ນີ ນຳ​ເອົາ​ເອກ​ກະ​ສານ​ຕ່າງໆ​ໄປ​ມອບ​ໃຫ້​ແກ່​ຕົນ.

ໃນ​ວັນ​ຈັນ​ວານນີ້ ທາງ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ກໍ​ໄດ້​ສັ່ງ​ໃຫ້​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ມາກ ແອັ​ສ​ເປີ ແລະຮັກ​ສາ​ການ ຜູ້​ອຳ​ນວຍ​ການ ຫ້ອງ​ການ​ຄຸ້ມ​ຄອງ​ງົບ​ປະ​ມານ ​ທ່ານ​ຣັ​ສ​ເຊີ​ລ ວໍ (Russell Vought) ມອບ​ເອກ​ກະສານ​ຕ່າງໆ​ ທີ່​ພົວ​ພັນ​ກັບ​ການ​ຕັດ​ສິນ​ໃຈຂອງ​ທ່ານ​ທ​ຣຳໂຈະການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ແກ່​ຢູເຄ​ຣນ ​ພາຍ​ໃນ​ວັນ​ທີ 15 ຕຸ​ລານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG