ລັດຖະບານຂອງປະທານາທິບໍດີດໍໂນລ ທຣຳ ໄດ້ໃຫ້ລາຍລະອຽດເພີ້ມຕື່ມກ່ຽວກັບການຫ້າມບໍ່ໃຫ້ ເຈົ້າໜ້າທີ່ອະວຸໂສຂອງອີຣ່ານ ແລະສະມາຊິກໃນຄອບຄົວເຂົ້າມາໃນສະຫະລັດ ທີ່ຫາກໍມີການປະກາດໃໝ່ໆ ແຕ່ກໍຍັງມີຄຳຖາມຫຼາຍໆຂໍ້ທີ່ຍັງບໍ່ທັນມີມີຄຳຕອບວ່າ ມັນຈະມີຜົນກະທົບຕໍ່ຜູ້ໃດແດ່.
ປະທານາທິບໍດີທຣຳໄດ້ປະກາດໃນມື້ວັນພຸດຜ່ານມານີ້ ກ່ຽວກັບການຫ້າມເຂົ້າປະເທດ ໂດຍສັ່ງໃຫ້ພວກເຈົ້າໜ້າທີ່ສະຫະລັດ “ຈຳກັດ ແລະໂຈະ” ບໍ່ໃຫ້ “ພວກເຈົ້າໜ້າທີ່ອະວຸໂສ ຂອງລັດຖະບານອີຣ່ານ ແລະສະມາຊິກໃກ້ຊິດໃນຄອບຄົວ” ເຂົ້າມາໃນສະຫະລັດ ໃນນາມພວກຄົນເຂົ້າເມືອງແລະບໍ່ແມ່ນຄົນເຂົ້າເມືອງ. ນີ້ແມ່ນການເຄື່ອນໄຫວຫຼ້າສຸດໃນອັນທີ່ທ່ານເອີ້ນວ່າ ການປຸກລະດົມ “ກົດດັນສູງສຸດ” ເພື່ອບັງຄັບໃຫ້ອີຣ່ານຍຸຕິການກະທຳທີ່ເບິ່ງຄືວ່າເປັນໄພນັ້ນ.
ໃນຖະແຫຼງການທີ່ອອກ ໃນວັນພະຫັດວານນີ້ ລັດຖະມົນຕີ ການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ໃຫ້ລາຍລະອຽດເພີ້ມຕື່ມກ່ຽວກັບຄຳປະກາດດັ່ງກ່າວ ໂດຍເວົ້າວ່າ ມັນແນໃສ່ “ພວກທີ່ຖືກລະບຸວ່າ” ເປັນເຈົ້າໜ້າທີ່ອະວຸໂສຂອງອີຣ່ານ ຊຶ່ງໝາຍເຖິງພວກເຈົ້າໜ້າທີ່ ທີ່ຢູ່ໃນບັນຊີຂອງລັດຖະບານສະຫະລັດ ທີ່ຊັບສິນຂອງພວກເຂົາເຈົ້າຖືກກັກໂດຍສະຫະລັດແລະພວກທີ່ຖືກຫ້າມບໍ່ໃຫ້ຊາວອາເມຮິກັນເຮັດທຸລະກິດນຳ.
ທ່ານພອມພຽວກ່າວໃຫ້ຄວາມເຫັນຕໍ່ພວກນັກຂ່າວ ທີ່ນະຄອນນິວຢອກວ່າ “ນັບເປັນເວລາຫຼາຍປີມາແລ້ວ ພວກຊົນຊັ້ນຜູ້ນຳ ຂອງອຳນາດການປົກຄອງອີຣ່ານໄດ້ຮ້ອງອອກມາວ່າ ອາເມຣິກາຈົ່ງຈິບຫາຍ ໃນຂະນະດຽວກັນຍາດພີ່ນ້ອງຂອງພວກເຂົາໄດ້ພາກັນມາອາໄສຢູ່ ແລະເຮັດວຽກຢູ່ນີ້. ຈະບໍ່ມີອີກຕໍ່ໄປແລ້ວ.”
ໃນການປາກົດຕົວຕໍ່ສື່ມວນຊົນຢູ່ອີກບ່ອນນຶ່ງ ທີ່ນະຄອນນິວຢອກນັ້ນ ຜູ້ຕາງໜ້າພິເສດຂອງສະຫະລັດ ຮັບຜິດຊອບກ່ຽວກັບເລື້ອງອີຣ່ານ ທ່ານບຣາຍແອນ ຮຸກໄດ້ຕອບຄຳຖາມກ່ຽວກັບວ່າມີຜູ້ໃດແດ່ຢູ່ໃນລາຍຊື່ເຈົ້າໜ້າທີ່ອີຣ່ານທີ່ຖືກຫ້າມນັ້ນໂດຍໃຫ້ຂໍ້ສັງເກດວ່າ ອີຣ່ານໄດ້ສັບປ່ຽນບຸກຄົນຢູ່ເປັນປະຈຳໃນບັນດາລັດຖະມົນຕີຂອງລັດຖະບານພວກຜູ້ນຳທາງທະຫານ ຮວມທັງພວກທີ່ສັງກັດຢູ່ໃນກຳລັງພິທັກປະຕິວັດ ທີ່ຖືກລະບຸໂຕໂດຍສະຫະລັດວ່າ ເປັນອົງການກໍ່ການຮ້າຍຕ່າງປະເທດ ໃນເດືອນເມສາທີ່ຜ່ານມາ.
ທ່ານຮຸກເວົ້າວ່າ “ພວກເຮົາຈະປັບປຸງແລະທົບທວນເບິ່ງບັນຊີລາຍຊື່ນີ້ຢູ່ສະເໝີ ເພື່ອຄ້ຳປະກັນວ່າ ພວກເຈົ້າໜ້າທີ່ຂອງອຳນາດການປົກຄອງອີຣ່ານແລະຄອບຄົວ ຈະຖືກປະຕິເສດບໍ່ໃຫ້ເດີນທາງເຂົ້າມາໃນສະຫະລັດໄດ້.”
ແຕ່ທັງທ່ານຮຸກແລະທ່ານພອມພຽວຕ່າງກໍບໍ່ໄດ້ໃຫ້ການອະທິບາຍຫຍັງເພີ້ມຕື່ມ ກ່ຽວກັບເຈົ້າໜ້າທີ່ອີຣ່ານແລະຄອບຄົວ ທີ່ຈະຖືກປະຕິເສດບໍ່ໃຫ້ເຂົ້າມາ ແລະມີຜູ້ໃດແດ່ຈະໄດ້ຮັບການຍົກເວັ້ນໂດຍຄຳປະກາດຂອງປະທານາທິບໍດີທຣຳ.