ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ເປີດ​ສະ​ໜາມ​ບິນສາ​ກົນ ແຫ່ງ​ທີ 2 ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ


ຮູບ​ຖ່າຍ​ເມື່ອ​ວັນ​ທີ 24 ກັນ​ 2019 ຂອງ​ສະ​ໜາມ​ບິນ​ສາ​ກົນ​ປັກ​ກິ່ງ-ເດັ​ກ​ຊິ່ງ ທີ່​ເບິ່ງ​ລົງ​ມາ​ຈາກ​ທາງ​ອາ​ກາດ.
ຮູບ​ຖ່າຍ​ເມື່ອ​ວັນ​ທີ 24 ກັນ​ 2019 ຂອງ​ສະ​ໜາມ​ບິນ​ສາ​ກົນ​ປັກ​ກິ່ງ-ເດັ​ກ​ຊິ່ງ ທີ່​ເບິ່ງ​ລົງ​ມາ​ຈາກ​ທາງ​ອາ​ກາດ.

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໃນ​ວັນ​ພຸດ​ວານນີ້ ໄດ້​ເປີດ​ສະ​ໜາມ​ບິນ​ສາ​ກົນ​ແຫ່ງ​ທີສອງ ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ ຊຶ່ງ​ມີ​ການ​ກ່າວອວດ​ອ້າງ​ວ່າ ​ມີ​ອາ​ຄານ​ຕ້ອນ​ຮັບ​ຜູ້​ໂດຍ​ສານ​ຮ່ວມ ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ສະ​ໜາມ​ບິນ​ສາ​ກົນ​ປັກ​ກິ່ງ-ເດັກ​ຊິ່ງ ຫຼື BCIA ​ໄດ້​ເປີດ​ໃຫ້​ບໍ​ລິ​ການ​ພຽງ​ບໍ່​ເທົ່າ​ໃດ​ມື້ ກ່ອນ​ວັນ​ຄົບ​ຮອບ 70 ​ປີ ໃນ​ການ​ປົກຄອງ​ຂອງ​ພັກ​ຄອມ​ມູ​ນິ​ສ​ຢູ່​ຈີນ ໃນ​ວັນ​ທີນຶ່ງຕຸ​ລາຈະ​ມານີ້.

ໃນ​ຕອນ​ເລີ້ມ​ຕົ້ນ​ນັ້ນ ແມ່ນ​ມີ​ພຽງ​ແຕ່​ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ໃຊ້​ສະໜາມ​ບິນ​ດັ່ງ​ກ່າວ ແຕ່​ຕໍ່​ມາ​ກໍ​ມີ​ການ​ສະ​ເໜີ​ໃຫ້​ບໍ​ລິ​ການ​ແກ່​ຖ້ຽວ​ບິນ​ສາ​ກົນ​ທີ່​ເດີນທາງ​ໄປ​ຍັງ​ຕ່າງ​ປະ​ເທດ 112 ແຫ່ງ ໃນ​ລະ​ດູ​ບານ​ໃໝ່​ຈະ​ມາ​ເຖິງນີ້.

ສະ​ໜາມ​ບິນ​ດັ່ງ​ກ່າວ ຊຶ່ງ​ມີ​ຮູບ​ຄ້າຍ​ຄື​ປາ​ດາວ ຖືກ​ສ້າງ​ຂຶ້ນ​ມາ​ໂດຍ​ໃຊ້ເວ​ລາ​ບໍ່​ຮອດ 5 ປີ ແລະ​ໃຊ້​ທຶນ​ກໍ່​ສ້າງ​ເກືອບ 17 ຕື້​ໂດ​ລາ.

ສະ​ໜາມ​ບິນ​ຊຶ່ງ​ອອກ​ແບບ​ໂດຍ​ສະ​ຖາ​ປະ​ນິກ​ຊາວ​ອັງ​ກິດ​ເຊື້ອ​ສາຍ​ອີ​ຣັກ ທ່ານ​ຊາ​ຮາ ຮາ​ດິດ ມີ​ທາງ​ແລ່ນ​ຂຶ້ນ​ລົງ 4 ທາງ. ນອກນັ້ນ ກໍ​ຍັງ​ມີ​ແຜນ​ການ​ທີ່​ຈະສ້າງ​ທາງ​ແລ່ນຕື່ມ​ອີກ 3 ທາງ​ໃນ​ອະ​ນາ​ຄົດ​ຕໍ່​ໜ້າ.

ເຖິງ​ແມ່ນອາ​ຄານ​ຕ້ອນ​ຮັບ​ຜູ້​ໂດຍ​ສານ​ຂອງ​ສະ​ໜາມ​ບິນກວມ​ເອົາ​ພື້ນ​ທີ່ 1 ລ້ານ​ຕາ​ແມັດ ຫຼື​ມີ​ຂະ​ໜາດ​ເທົ່າ​ກັບ​ເດີ່ນ​ເຕະ​ບານ 100 ເດີ່ນ​ກໍ​ຈິງ ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຜູ້​ໂດຍ​ສານ​ບໍ່ຕ້ອງ​ໄດ້​ຍ່າງ​ໄກກວ່າ 600 ແມັດ​ເພື່ອ​ຈະ​ໄປ​ເຖິງ​ປະ​ຕູ​ທີ່​ຢູ່​ໄກທີ່​ສຸດນັ້ນ.

​ມີ​ການ​ທຳ​ນາຍ​ວ່າ ຈີນຈະ​ກາຍ​ເປັນ​ຕະ​ຫຼາດຜູ້​ໂດຍ​ສານ​ທາງ​ອາ​ກາດ​ທີ່​ໃຫຍ່​ທີ່​ສຸດລື່ນ​ສະ​ຫະ​ລັດ​ໃນ​ປີ 2022. ໃນ​ການ​ກະ​ກຽມ​ດັ່ງ​ກ່າວ ສະ​ໜາມ​ບິນ​ເດັກ​ຊິ່ງແມ່ນ​ອອກ​ແບບ​ໃຫ້​ສາ​ມາດ​ຕ້ອນ​ຮັບ​ຜູ້​ໂດຍ​ສານ​ໄດ້​ເຖິງ 72 ລ້ານ​ຄົນ​ຕໍ່​ປີ ຊຶ່ງໃນ​ທີ່​ສຸດ​ແມ່ນ​ຈະຮັບ​ໄດ້ເຖິງ 100 ລ້ານ​ຄົນ.

ໃນ​ປັດ​ຈຸ​ບັນ​ນີ້ ສະ​ໜາມ​ບິນ ຮາດ​ຟິ​ລ-ແຈັກ​ສັນ (Hartsfield-Jackson) ໃນ​ນະ​ຄອນ​ແອັດ​ແລນ​ຕາ ລັດ​ຈໍ​ເຈຍ ເປັນ​ສະ​ໜາມ​ບິນ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ຊຶ່ງສາ​ມາດ​ຕ້ອນ​ຮັບ​ຜູ້​ໂດຍ​ສານ ​ໄດ້​ເຖິງ 107 ລ້ານ​ຄົນ​ຕໍ່​ປີ. ສະ​ໜາມ​ບິນສາ​ກົນ​ປັກ​ກິ່ງໃນ​ປັດ​ຈຸ​ບັນ​ນີ້ ຊຶ່ງ​ເປັນ​ສູນ​ກາງ​ການ​ບິນ​ໃຫຍ່​ທີ່​ສຸດ​ອັນ​ດັບ​ສອງ​ຂອງ​ໂລກແມ່ນ​ສາ​ມາດ​ຕ້ອນ​ຮັບ​ຜູ້​ໂດຍ​ສານ​ໄດ້​ເຖິງ 101 ລ້ານ​ຄົນ​ຕໍ່​ປີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG