ຮົງກົງ ແລະສິງກະໂປ ມັກຈະເປັນຄູ່ແຂ່ງຂັນແບບໃດ ແບບນຶ່ງມາຕະຫລອດ. ສະຖຽນລະພາບຂອງລັດຖະບານ ແລະລະບົບກົດໝາຍທີ່ໂປ່ງໄສໄດ້ດຶງດູດເອົາບໍລິສັດຂ້າມຊາດຫລາຍພັນບໍລິສັດໃຫ້ເຂົ້າໄປປະເທດທັງສອງ ນັບແຕ່ຊຸມປີ 1960 ເປັນຕົ້ນມາ ຊຶ່ງໄດ້ເຮັດໃຫ້ທັງສອງປະເທດນັ້ນຖືກຂະໜານນາມວ່າ ເປັນສູນກາງການເງິນຂອງຂົງເຂດເອເຊຍ.
ການປະທ້ວງຕໍ່ຕ້ານລັດຖະບານທີ່ເກີດຂຶ້ນຫລາຍໆຄັ້ງໃນເດືອນມິຖຸນາຜ່ານມາ ໃນທັນທີທັນໃດ ກໍໄດ້ເປັນໄພຂົ່ມຂູ່ຕໍ່ຄວາມສາມາດທີ່ສູງສົ່ງຂອງຮົງກົງ. ການເດີນຂະບວນຂອງຄົນຫລາຍລ້ານຄົນ ຢູ່ຕາມຖະໜົນສາຍຕ່າງໆ, ການປິດສະໜາມບິນ ແລະຈູດເຜົາສະຖານທີ່ຂອງລັດຖະບານ ໄດ້ເຮັດໃຫ້ຄວາມຮູ້ສຶກໃນດ້ານສະຖຽນລະພາບທີ່ບໍລິສັດຂ້າມຊາດຢາກມີໃນເວລາທີ່ເລືອກບ່ອນສ້າງຕັ້ງທຸລະກິດໃນເອເຊຍນັ້ນເຊື່ອມລົງ.
ສິງກະໂປດຽວນີ້ກຳລັງກຽມພ້ອມທີ່ຈະຮັບເອົາພວກທີ່ຍົກຍ້າຍອອກໄປຈາກຮົງກົງ.
ຮົງກົງກຳລັງຈະເລີ້ມປ່ອຍໃຫ້ສິງກະໂປ ເຮັດແນວນັ້ນໄດ້, ອີງຕາມຄວາມຄິດຂອງຄົນທີ່ຢູ່ໃກ້ກັບບ່ອນນຶ່ງ ຫລືທັງສອງບ່ອນນັ້ນ, ຖ້າຫາກການປະທ້ວງສໍ່ສະແດງໃຫ້ເຫັນວ່າ ມັນຍັງຈະແກ່ຍາວໄປ ແລະໂດຍສະເພາະແລ້ວ ຖ້າຫາກການປະທ້ວງນັ້ນ ຜັກດັນໃຫ້ມີການປ່ຽນແປງກົດໝາຍ ຫລື ເຮັດໃຫ້ການເດີນທາງມີການຊັກຊ້າຢູ່ສະໜາມບິນ. ສະພາບການນັ້ນກໍໝາຍຄວາມວ່າ ຈະມີການຫລັ່ງໄຫລຂອງບໍລິສັດຂ້າມຊາດໄປຫາສິງກະໂປ ຫລືຢ່າງໜ້ອຍບໍລິສັດຕ່າງໆ ກໍຈະຕັດສິນໃຈທີ່ຈະເພີ້ມພະນັກງານຢູ່ສິງກະໂປຂຶ້ນ ແທນທີ່ຈະຈ້າງພະນັກງານຢູ່ໃນຮົງກົງ ໃນໄລຍະທີ່ມີການຂະຫຍາຍທຸລະກິດຂອງຕົນຢູ່ນັ້ນ.
ທ່ານ ຣາຈິບ ບິສວາສ (Rajiv Biswas), ຫົວໜ້ານັກສາດຖະສາດປະຈຳຂົງເຂດເອເຊຍ-ປາຊີຟິກຢູ່ບໍລິສັດ IHS Markit ທີ່ຄົ້ນຄວ້າການຕະຫລາດເວົ້າວ່າ "ແທ້ໆແລ້ວ ແມ່ນມັນຂຶ້ນກັບວ່າ ສະພາບການນີ້ ຈະແກ່ຍາວໄປດົນໄປໃດ." ທ່ານກ່າວຕໍ່ໄປວ່າ "ຖ້າມັນຫາກກາຍເປັນສະພາບທີ່ຍືດເຍື້ອອອກໄປ ແລະການ ລົບກວນຕ່າງໆ ຍັງມີສືບຕໍ່ໄປແລ້ວ ຂ້າພະເຈົ້າກໍຄິດວ່າ ມັນຈະເຮັດໃຫ້ຄວາມເຊື່ອໝັ້ນຕໍ່ສູນກາງການເງິນແຫ່ງນັ້ນເຊື່ອມລົງແທ້. ທີ່ແນ້ໆ ກໍຄືມັນສາມາດທີ່ຈະເຮັດໃຫ້ຄວາມສາມາດຂອງຮົງກົງໃນການແຂ່ງຂັນກັບສິງກະໂປຫລຸດລົງໄດ້."