ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ​. ທ​ຣຳ ປະ​ຕິ​ເສດ​ວ່າ ​ທ່ານບໍ່​ໄດ້​ 'ໃຫ້​ຄຳ​ໝັ້ນ​ສັນ​ຍາ' ທີ່​ບໍ່​ເໝາະ​ສົມ ກັບ​ຜູ້​ນຳຕ່າງ​ປະ​ເທດ


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ທີ່​ເດີ່ນ​ຫຍ້າ​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ ເມື່ອ​ວັນ​ທີ 16 ກັນ​ຍາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ທີ່​ເດີ່ນ​ຫຍ້າ​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ ເມື່ອ​ວັນ​ທີ 16 ກັນ​ຍາ 2019.

ການ​ຮ້ອງ​ທຸກ​ ໂດຍ​ຜູ້​ເປີດ​ເຜີຍ​ຄວາມ​ຜິດ​ຂອງຜູ້​ມີ​ອຳ​ນາ​ດ​ກວ່າໃນ​ປະ​ຊາ​ຄົມ​ສືບ​ລັບ​ຂອງ​ສະ​ຫະ​ລັດ ໄດ້​ກາຍ​ເປັນການ​ຕໍ່​ສູ້​ຄັ້ງ​ຫຼ້າ​ສຸດລະ​ຫວ່າງ​ຂະ​ແໜງ​ບໍ​ລິ​ຫານແລະ​ນິ​ຕິ​ບັນ​ຢັດ​ຂອງ​ລັດ​ຖະ​ບານ ທີ່​ພົວ​ພັນ​ກັບ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ​ແລະປະ​ເທດ​ຢູ​ເຄ​ຣນ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ທ໌.

ໜັງ​ສື​ພິມ​ສະ​ບັບ​ນີ້ ຊຶ່ງ​ໄດ້​ອ້າງ​ຄຳ​ເວົ້າ​ຂອງອະ​ດີດ​ເຈົ້າ​ໜ້າ​ທີ່ 2 ຄົນ​ທີ່​ຮູ້​ເລື້ອງ​ດີ ລາຍງ​ານ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳໄດ້ “​ໃຫ້​ຄຳ​ໝັ້ນ​ສັນ​ຍາ” ​ຕໍ່​ຜູ້​ນຳຂອງ​ຕ່າງ​ປະເທດ ທີ່​ຄ​າດ​ກັນ​ວ່າແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີແຫ່ງ​ຢູ​ເຄຣນ.

ປະ​ທາ​ນາ​ທິ​ບໍ​ດີ​ທັງ​ສອງ​ໄດ້​ໂອ້​ລົມ​ກັນ ເມື່ອ​ສອງ​ອາ​ທິດກວ່າໆ​ຜ່ານ​ມາ ກ່ອນ​ຈະມີ​ການ​ຮ້ອງ​ທຸກ​ ຕໍ່​ຜູ້ກວດ​ກາ​ທົ່ວ​ໄປ ​ຂອງ​ປະ​ຊາ​ຄົມ​ສືບ​ລັບ ທ່ານ​ໄມ​ເກີ​ລ ແອັດ​ກິນ​ສັນ ໃນ​ວັນ​ທີ 12 ສິງ​ຫາຜ່​ານ​ມາ.

ທຳ​ນຽບ​ຂາວ​ຍັງ​ບໍ່​ທັນ​ໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັ​ບ​ເລື້ອງນີ້ ແຕ່​ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ວານນີ້ ທ່ານ​ທ​ຣຳ​ ໄດ້​ໃຊ້​ຄຳ​ເວົ້າ ​ທີ່​ທ່ານມັກ​ໃຊ້​ “ຂ່າວ​ປອມ” ໃນ​ການກ່າວ​ຫາ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ລາຍ​ງານ​ຂ່າວ​ທີ່​ວ່າ ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ບາງ​ຢ່າງ​ຕໍ່​ຜູ້​ນຳ​ຂອງ​ຕ່າງ​ປະ​ເທດ ທີ່​ພາ​ໃຫ້ເຈົ້າໜ້າ​ທີ່​ສືບ​ລັບ​ອາ​ເມ​ຣິ​ກັນ​ຄົນນຶ່ງຍື່ນ​ຄຳ​ຮ້ອງ​ທຸກ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ມີ​ຄົນ​ໂງ່​ພໍ​ບໍ​ທີ່​ຈະ​ເຊື່ອ​ວ່າຂ້າ​ພະ​ເຈົ້າຈະ​ກ່າວ​ບາງ​ເລື້ອງ ​ບໍ່​ເໝາະ​ສົມ ​ກັບ​ຜູ້​ນຳ​ຕ່າງ​ປະ​ເທດ ໃນ​ຂະ​ນະ​ທີ່ທຳ​ການ​ຮຽກ​ຮ້ອງທີ່​ອາດ​ພົວ​ພັນ ​ກັບ​ເຂດ​ທີ່​ມີການ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ​. ຂ້າ​ພະ​ເຈົ້າ​ຈະ​ເຮັດ​ແຕ່​ພຽງ​ໃນ​ສິ່ງ​ທີ່​ດີໆ​ເທົ່າ​ນັ້ນ ແລະ​ເຮັດ​ສິ່ງ​ດີໆ​ສຳ​ລັບ​ສະ​ຫະ​ລັດ​ເທົ່າ​ນັ້ນ.”

ທ່ານ​ທ​ຣຳ ຊຶ່ງ​ມັກ​ກ່າວ​ຫາ​ປະ​ຊາ​ຄົມ​ສືບ​ລັບ​ຂອງ​ສະ​ຫະ​ລັດ​ວ່າເປັນ​ສ່ວນ​ນຶ່ງ​ຂອງອັນ​ທີ່​ເອີ້ນ​ວ່າ ການ​ປະ​ຕິ​ບັດ​ງານ​ລັບຫຼື “Deep State” ເພື່ອ​ຄັດ​ຄ້ານຕໍ່​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງທ່ານນັ້ນ ກ່າວ​ວ່າ ທ່ານ​ຮູ້​ດີ​ວ່າ “ເກືອບ​ທຸກໆ​ເທື່ອ​ທີ່​ຂ້າພະ​ເຈົ້າ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ ກັບ​ຜູ້​ນຳ​ຂອງ​ຕ່າງ​ປະ​ເທດ ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ວ່າ​ອາດ​ຈະ​ມີ​ຫຼາຍໆ​ຄົນລັກ​ຟັງ ຈາກ​ພະ​ແນກ​ການ​ຕ່າງໆ ​ຂອງ​ສະ​ຫະ​ລັດ ໂດຍ​ບໍ່​ຕ້ອງ​ເວົ້າ​ເຖິງພວກ​ທີ່​ລັກ​ຟັງ​ຈາກ​ຕ່າງ​ປະ​ເທດ. ບໍ່​ມີ​ບັນ​ຫາ​ເລີຍ!”

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ທ​ຣຳ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ກຳ​ມະ​ການ​ສືບ​ລັບ​ຂອງ​ສະພາ​ຕ່ຳ​ສະ​ຫະ​ລັດ ຮັບ​ຟັງ​ຄຳ​ໃຫ້​ການ​ແບບ​ປິດ​ລັບ​ກັບ​ທ່ານ​ແອັດ​ກິນ​ສັນ.

ລັດ​ຖ​ະ​ບານ​ທ່ານ​ທ​ຣຳ ກໍ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ລາຍ​ງານ​ຂ່າວ​ທີ່​ວ່າ ບຸກ​ຄົນ​ທີ່​ສົ່ງ​ໜັງ​ສື​ຮ້ອງ​ຮຽນ ຊຶ່ງ​ບໍ່​ໄດ້​ລະ​ບຸ​ວ່າ​ເປັນ​ໃຜ​ນັ້ນ ແມ່ນ​ເຈົ້າ​ໜ້າ​ທີ່ສືບ​ລັບ​ທີ່​ເຮັດ​ວຽກ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ ແລະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້ຟັງ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ ຫຼື​ໄດ້​ຮັບ​ລາຍ​ງານ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ຫຼື​ບໍ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG