ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ປະ​ຕິ​ບັດ​ງານ ສປ​ຊ ໃນ​ອັ​ຟ​ກາ​ນິ​ສ​ຖານ ​ໄດ້​ຮັບການ​ຕໍ່​ອາ​ຍຸຄືນ​ ຫຼັງ​ຈາກ ມີ​ການ​ຂັດ​ແຍ້ງ​ກັນ ເປັນ​ເວ​ລາສັ້ນໆ​


ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ລະ​ຫວ່າງກອ​ງ​ປະ​ຊຸມ ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ນິວຢອກ ວັນ​ທີ. 12 ກັນ​ຍາ 2019.
ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ລະ​ຫວ່າງກອ​ງ​ປະ​ຊຸມ ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ນິວຢອກ ວັນ​ທີ. 12 ກັນ​ຍາ 2019.

ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາດ ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ເປັນເອກ​ກະ​ສັນ ໃນ​ວັນ​
ອັງ​ຄານ​ວານນີ້ ເພື່ອ​ຕໍ່​ອາ​ຍຸແລະເພີ້ມ​ຄວາມ​ເຂັ້​ມ​ແຂງ ​ໃຫ້​ແກ່ການ​ປະ​ຕິ​ບັດ​ງານ​ຂອງ​
ຕົນຢູ່​ໃນ​ອັ​ຟ​ກາ​ນີ​ສ​ຖານ ໂດຍ​ເອົາ​ຊະ​ນະ​ການ​ຂົ່ມ​ຂູ່​ຂອງ​ຈີນ​ທີ່​ຈະໃຊ້​ສິດ​ຢັບ​ຢັ້ງ.

ສະ​ພາ​ມີ​ກຳ​ນົດລົງ​ຄະ​ແນນ​ສຽ ງ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ນຶ່ງ​ມື້​ກ່ອນ​ກຳ​ນົດ​ໃນ​ການ​ປະ​ຕິ​
ບັດ​ງານ​ທາງ​ການ​ເມືອງ​ຈະ​ໝົດ​ອາ​ຍຸ​ລົງ. ແຕ່​ຈີນ​ໄດ້​ຂົ່ມ​ຂູ່​ ທີ່​ຈະ​ໃຊ້​ສິດ​ຢັບ​ຢັ້ງ​ຕໍ່​ຮ່າງ​ຍັດ​
ຕິດັ່ງ​ກ່າວ ເພາະ​ວ່າ​ບໍ່​ໄດ້​ກ່າວ​ເຖິງ​ໂຄງ​ການ​ພັດ​ທະ​ນາ “ນຶ່ງ​ແລວ ທາງ ​ນຶ່ງ​ເສັ້ນທາງ” ທີ່​
ເຊື່ອມ​ຕໍ່​ຈີນ ກັບ​ບັນ​ດາ​ເຂດ​ຕ່​າງໆ ​ຂອງ​ເອ​ເຊຍ ຢູ​ໂຣບ ແລະ​ອາ​ຟ​ຣິ​ກາ ໂດຍ​ທາງ​ທະ​ເລ ແລະທາງ​ພາກ​ພື້ນ​ດິນ.

ການ​ປະ​ນີ​ປະ​ນອມ​ໃນ​ວັນ​ອັງ​ຄາ​ນ​ວານ​ນີ້ ບໍ່​ໄດ້​ຮວມ​ເອົາ​ການ​ກ່າວ​ເຖິງ​ແຜນ​ການຂອງ​
ຈີນ​ໂດຍ​ສະ​ເພາະ​ເຈາະ​ຈົງແຕ່​ໄດ້​ກ່າວເຖິງ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ການ​ຮ່ວມ ​ມື​ຢູ່​ໃນ​ຂົງ
​ເຂດ ແລະ​ການ​ຕິດ​ຕໍ່​ຫາ​ກັນ ແລະ​ເຮັດ​ວຽກ​ໄປ​ສູ່​ຄວາມ​ອຸ​ດົມ​ຮັ່ງ​ມີ​ຂອງ​ອັ​ຟ​ກາ​ນິ​ສ​ຖານ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ທ່ານ​ຊັງ ຈູນ ກ່າວ​ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ວ່າ “ໃນ​ນາມ​
ເພື່ອນ​ບ້ານ​ໂດຍ​ກົງ​ ​ຈີນໂດຍ​ທົ່ວ​ໄປ​ແລ້ວ ແມ່ນ​ຕ້ອງ​ການ ​ຢາກ​ເຫັນ​ສັນ​ຕິ​ພາບ​ ແລະສະ
​ຖຽນ​ລະ​ພາບຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ. ເພື່ອ​ໃຫ້​ມີສັນ​ຕິ​ພາບ​ຢ່າງ​ຖາ​ວອນ​ໃນ​ອັ​ຟ​ກາ​ນິ​ສ​ຖານ
ພວກ​ເຮົາ​ຄິດ​ຢູ່​ເລື້ອຍໆ​ວ່າຕ້ອງ​ມີແຮງ​ກະ​ຕຸ້ນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.”

ໃນ​ຂະ​ນະ​ທີ່​ມີຂໍ້​ກຳ​ນົດ​ໃໝ່​ຈຳ​ນວນ​ນຶ່ງ​ ຢູ່​ໃນ​ແຜນ​ການປະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ປະ​ຊາ​
ຊາດ ທີ່ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ການ​ພັດ​ທະ​ນາຕ່າງ​ໆ​ທີ່​ພວມ​ດຳ​ເນີນ​ຢູ່ນັ້ນ ເອກ​ອັກ​ຄະ​ລັດ​
ຖະ​ທູດ​ສະ​ຫະ​ລັດ ທ່ານ​ນາງ ​ແຄ​ລ​ລີ ກ​ຣາ​ຟ ກ່າວ​ວ່າ​ ມະ​ຕິ​ດັ່ງ​ກ່າວຄວນເຂັ້ນ​ແຂງຂຶ້ນ
ກວ່ານີ້.

ທ່ານ​ນາງ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄວນ​ໃຫ້​ຂໍ້​ສັງ​ເກດວ່າ ເຫດ​ຜົນທີ່​ພວກ​ເຮົາ​ບໍ່​ສາ​ມາດ ​
ເຮັ​ດ​ໃຫ້​ການ​ປະ​ຕິ​ບັດ​ງານເຂັ້ມ​ແຂງກວ່າ​ທີ່​ເປັນ​ຢູ່​ໃນ​ທຸກ​ມື້​ນີ້ ​ກໍ​ຍ້ອນ​ບັນດາ​ສະ​ມາ​ຊິກ

ຢືນ​ຢັດ​ຕໍ່​ການ​ໃຊ້​ພາ​ສາ ​ທີ່ຢ້ຳ​ເຖິງບັນ​ດາບຸູລິ​ມະ​ສິດ​ສຳ​ລັບການ​ເມືອງແຫ່ງ​ຊາດ ແທນ​
ທີ່​ຈະ​ເປັນ​ຊ່ອງທາງ​ທີ່ພວກ​ເຮົາ​ສາ​ມາດ​ໃຫ້​ການ​ຊ່ວຍ​ເຫຼືອ​ຢ່າງ​ໄດ້​ຜົນ​ແກ່​ປະ​ຊາ​ຊົນ​
ແລະ​ລັດ​ຖ​ະ​ບານ​ຂອງ​ອັ​ຟ​ກາ​ນິ​ສ​ຖານ.”

ບັນ​ດາ​ມະ​ຕິ​ຕ່າງໆ​ທີ່ໄດ້​ຮັບ​ຮອງເອົາໃນ​ປີ 2016 2017 ແລະ 2018 ຍິນ​ດີ​ຕ້ອນ​ຮັບ​ເອົາ​
ການ​ພັດ​ທະ​ນາ​ຂອງ​ສາ​ກົນ​ສຳ​ລັບ​ອັ​ຟ​ກາ​ນິ​ສ​ຖານ ຮວມ​ທັງ ຂໍ້​ລິ​ເລີ້ມ “ນຶ່ງ​ແລວທາງ ​ນຶ່ງ​ເສັ້ນທາງ.” ວໍ​ຊິງ​ຕັນ​ໄດ້​ສະ​ແດງ​ການ​ຄັດ​ຄ້ານ​ຕໍ່​ການຮວມ​ເອົາ​ຄຳ​ເວົ້າ​ດັ່ງ​ກ່າວ​ໃນ​ເດື​ອນ​
ມີ​ນາແຕ່​ແນວ​ໃດ​ກໍ​ຕາມບັນ​ຫາ​ມີ​ຂຶ້ນ​ອີກເວ ລາ​ຮ່າງ​ຍັດ​ຕິ​ມີການ​ລົງ​ຄະ​ແນນ​ສຽງ ເພື່ອ​ຕໍ່​
ອາ​ຍຸໃໝ່. ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ລັດ​ໄດ້​ກ່າວ​ຫາ​ຈີນ​ວ່າ ​ເຮັດ​ຮ່າງ​ຍັດ​ຕິ “ກ່ຽວ​ກັບ​
ບູ​ລິ​ມະ​ສິດທາງ​ດ້ານ​ການເ​ມືອງແຫ່ງ​ຊ​າດຂອງ​ຈີນ ແທນ​ທີ່​ຈະ​ແມ່ນ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສ​
ຖານ” ແລະ​ກ່າວ​ວ່າ ຂໍ​ລິ​ເລີ້ມ ນຶ່ງ​ແລວທາງ ​ນຶ່ງ​ເສັ້ນທາງ ໄດ້​ເປັນ​ທີ່​ຮູ້​ກັນໃນ​ທາງ​ບໍ່​ດີ​ຕໍ່
“ບັນ​ຫາ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ ໜີ້​ສິນ​ໜັກ​ ທຳ​ລາຍ​ທຳ​ມະ​ຊາດ ແລະ​ຂາດ​ຄວາມໂ​ປ່ງ​
ໃສ.” ແຕ່​ແນວ​ໃດ​ກໍ​ຕາມ ​ທາງສະ​ພາໄດ້ເອົາ​ຊະ​ນະ​ຕໍ່ສະ​ພາບ​ບໍ່​ໄປ​ບໍ່​ມາ ໂດຍ​ພຽງ​ແຕ່​
ຕໍ່ອາ​ຍຸ​ໃນການ​ປະ​ຕີ​ບັດ​ງານ​ ອອກໄປ​ອີກ​ຫົກ​ເດືອນ.


The U.N. Security Council voted unanimously Tuesday to extend and strengthen the mandate of its mission in Afghanistan, overcoming threats of a Chinese veto.

The council was due to vote Monday, a day before the political mission's mandate expired. But China threatened to veto the draft resolution renewing it because it did not mention its "Belt and Road" development initiative, which links China with parts of Asia, Europe and Africa by sea and land.

Tuesday's compromise text does not include a specific mention of the Chinese plan, but references support for regional cooperation and connectivity, and working toward a prosperous Afghanistan.

"As a direct neighbor, China most wants to see peace, stability in Afghanistan," said Chinese ambassador Zhang Jun after the vote. "To have lasting peace in Afghanistan we always think there must be impetus for economic development."

While there are some new provisions in the mission's mandate to reflect developments on the ground, U.S. Ambassador Kelly Craft said the resolution could have been stronger.

"I should note that the reason we cannot empower the mission with a stronger substantive mandate today is a member's insistence on language that highlights national political priorities, rather than ways in which we can most effectively assist the people and government of Afghanistan," she said.

Previous resolutions adopted in 2016, 2017 and 2018, welcomed international development for Afghanistan, including the "Belt and Road" initiative. Washington raised objections to inclusion of the language in March, however, when the resolution came up for renewal. The U.S. envoy accused China of making the resolution "about Chinese national political priorities rather than the people of Afghanistan" and said the Belt and Road initiative was notorious for "problems with corruption, debt distress, environmental damage and lack of transparency."

At the time, the council overcame the stalemate by simply extending the mission for six months.

XS
SM
MD
LG