ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລວງ​ພະ​ບາງ ສັ່ງ​ປິດ​ໂຮງ​ງານ​ໄມ້ 184 ແຫ່ງ ທີ່ບໍ່ມີ​ໃບ​ອະ​ນຸ​ຍາດ ແລະ​ກ່ຽວ​ຂ້ອງ​ກັບ​ການ​ຄ້າ​ໄມ້​ເຖື່ອນ


​ສາງ​ເກັບ​ໄມ້​ແປ​ຮູບເຖື່ອນແຫ່ງ​ນຶ່ງ​ໃນ​ແຂວງ​ຫລວງ​ພະ​ບາງ
​ສາງ​ເກັບ​ໄມ້​ແປ​ຮູບເຖື່ອນແຫ່ງ​ນຶ່ງ​ໃນ​ແຂວງ​ຫລວງ​ພະ​ບາງ

ທາງ​ການ​ແຂວງ​ຫລວງ​ພະ​ບາງ ສັ່ງ​ປິດ​ໂຮງ​ງານປຸງ​ແຕ່ງ​ໄມ້ 184 ແຫ່ງ ຫລັງຈາກ​ພົບ​ວ່າ ໂຮງ​ງານ​ສ່ວນ​ຫລາຍບໍ່ມີ​ໃບ​ອະ​ນຸ​ຍາດ ທັງ​ຍັງ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ລັກ​ລອບ ຄ້າ​ໄມ້​ເຖື່ອນ. ຊົງ​ຣິດ ໂພນ​ເງິນ ມີ​ລາຍ​ງານມ​າ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານ ຄຳ​ຕັນ ສົມ​ພັນ​ວິ​ໄລ, ຮອງ​ຫົວ​ໜ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າແຂວງ​ຫລວງ​ພະ​ບາງ ເປີດ​ເຜີຍ​ວ່າ ຄະ​ນະ​ສະ​ເພາະ​ກິດ​ຂອງ​ແຂວງ​ຫລວງ​ພະ​ບາງ ໄດ້​ດຳ​ເນີນ​ການກວດ​ສອບ ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງໂຮງ​ງານປຸງ​ແຕ່ງ​ໄມ້ 300 ແຫ່ງ ໃນ​ທົ່ວ​ແຂວງ​ຫລວງ​ພະ​ບາງ ເມື່ອບໍ່​ນານ​ມານີ້ ພົບ​ວ່າໃນ​ຈຳ​ນວນ​ດັ່ງ​ກ່າວ ມີ​ເຖິງ 177 ແຫ່ງ ບໍ່ມີ​ໃບ​ອະ​ນຸ​ຍາດ ແລະ​ພາຍຫລັງ ຈາກການກວດ​ສອບ​ຢ່າງ​ລະ​ອຽດ ຈຶ່ງ​ມີ​ຄຳສັ່ງໃຫ້​ຢຸດ​ກິດ​ຈະ​ການ 184 ແຫ່ງ. ຫາກ​ແຕ່ ດ້ວຍ​ຄວາມບໍ່​ເດັດ​ຂາດ​ໃນ​ການ​ປະ​ຕິບັດໜ້າ​ທີ່​ຂອງ​ພະ​ນັກ​ງານ​ລັດ ທີ່​ກ່ຽວ​ຂ້ອງ ຈຶ່ງ​ເຮັດ​ໃຫ້​ຍັງ​ມີ 27 ໂຮງ​ງານ​ທີ່​ຍັງ​ບໍ່​ຢຸດ​ກິດ​ຈະ​ການ​ຕາມ​ຄຳ​ສັ່ງ​ດັ່ງ​ກ່າວ ດັ່ງ​ທີ່​ທ່ານ​ຄຳ​ຕັນ ໄດ້​ຢືນ​ຢັນ​ວ່າ:​
“ໄດ້ສືບ​ຕໍ່ ຕິດ​ຕາມກວດ​ກາ​ໂຮງ​ງານປຸງແຕ່ງ​ໄມ້ທີ່ມີ​ຂໍ້​ຕົກ​ລົງ​ລົບ​ລ້າງ 184 ແຫ່ງ. ຍຸບ​ເລີກ​ແລ້ວ 157 ແຫ່ງ, ຍັງ​ບໍ່ຍຸບ 27 ແຫ່ງ ຊຶ່ງ​ມີ​ລະ​ອຽດ​ດັ່ງ​ນີ້ ຢູ່​ເມືອງ​ນານ​ຍັງ​ບໍ່ຍຸບ 3 ແຫ່ງ, ຢູ່​ເມືອງ​ຊຽງ​ເງິນ 10 ແຫ່ງ, ຢູ່​ເມືອງ​ປາກ​ແຊງ 1 ແຫ່ງ, ຢູ່ເມືອງວຽງ​ຄຳໂຮງ​ງານບໍ່​ມີ​ໃບ​ອະ​ນຸ​ຍາດ ທີ່​ໄດ້​ສະ​ເໜີ​ໃຫ້​ຍຸບ​ມີ​ເຟີ​ນິ​ເຈີ​ແບບຄອບ​ຄົວ 7 ແຫ່ງ, ບໍ່​ຍຸບ​ຈັກ​ແຫ່ງ​ເທື່ອ, ເມືອງ​ໂພນ​ໄຊ ໂຮງ​ງານບໍ່​ມີ​ໃບ​ອະ​ນຸ​ຍາດທີ່​ໄດ້​ສະ​ເໜີ​ໃຫ້​ຍຸບ​ມີ​ເຟີ​ນິ​ເຈີ​ແບບຄອບ​ຄົວ 12 ແຫ່ງ. ຍຸບ​ເລີກ​ໄປ​ແລ້ວ 6 ແຫ່ງ ຍັງບໍ່​ທັນ​ຍຸບ​ 6 ແຫ່ງ.”

​ການ​ລົງ​ກວດ​ກາ​ໄມ້ ຢູ່​ໂຮງ​ງານ​ປຸງ​ແຕ່ງ​ໄມ້​ແຫ່ງ​ນຶ່ງ​ໃນ​ຫລວງ​ພະ​ບາງ
​ການ​ລົງ​ກວດ​ກາ​ໄມ້ ຢູ່​ໂຮງ​ງານ​ປຸງ​ແຕ່ງ​ໄມ້​ແຫ່ງ​ນຶ່ງ​ໃນ​ຫລວງ​ພະ​ບາງ

ໃນ​ປີ 2018 ຜ່ານ​ມາ ລັດຖະບານລາວໄດ້​ມີຄຳ​ສັ່ງ​ປິດ​ໂຮງ​ງານ​ໄມ້ທີ່ບໍ່​ໄດ້​ມາດ​ຕະ​ຖານ 952 ແຫ່ງຈາກ​ທີ່​ເຄີຍ​ມີ​ຢູ່​ທັງ​ໝົດ 2,102 ແຫ່ງ​ໃນ​ທົ່ວ​ປະ​ເທດຈຶ່ງເຮັດໃຫ້​ຍັງ​ເຫລືອ​ໂຮງ​ງານ​ໄມ້ 1,150 ແຫ່ງ ໃນ​ປັດ​ຈຸ​ບັນ. ພ້ອມ​ກັນ​ນັ້ນ ກໍ​ໄດ້​ທຳ​ການ​ຍຶດໄມ້ທີ່​ຜິດ​ກົດ​ໝາຍ ແລະ​ນຳ​ອອກ​ປະ​ມູນ​ຂາຍ ໃຫ້​ກັບ​ພາກ​ເອ​ກະ​ຊົນ ພາຍ​ໃນ​ປະ​ເທດ​ໄດ້​ເງິນເຂົ້າ​ລັດ​ຖະ​ບານ​ແລ້ວຫລາຍກວ່າ 34 ຕື້​ກີບ ແລະເກືອບ 2 ລ້ານໂດລາ.

ທັງ​ນີ້ ​ໂດຍ​ໜ່ວຍ​ສະ​ເພາະ​ກິດ​ຂອງລັດຖະບານ​ລາວ ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ​ນາຍົກ
ລັດຖະມົນຕີເລກ​ທີ 15/ນຍ ວ່າ​ດ້ວຍ​ການ​ຫ້າມ​ສົ່ງ​ໄມ້​ທ່ອນ​ໄປ​ຕ່າງປະ​ເທດ​ຢ່າງ​ເດັດ
ຂາດ ນັບແຕ່ເດືອນ​ພຶ​ດສະພາ 2016 ​ເປັນ​ຕົ້ນ​ມາ ​ແລະ​ໄດ້​ມີ​ຄຳ​ສັ່ງ​ປິດໂຮງງານ​ປຸງ
​ແຕ່ງ​ໄມ້​ ທີ່​ລະ​ເມີດ​ຄຳ​ສັ່ງ​ດັ່ງກ່າວ​ນີ້ແລ້ວ 1,545 ​ແຫ່ງ​ ຈາກ​ການ​ກວດກາ​ທັງ​ໝົດ
2,857 ​ແຫ່ງ ​ໃນ​ຕະ​ຫຼອດ​ປີ 2017 ຜ່ານ​ມາ ​ໂດຍ​ໃນ​ນີ້​ແບ່ງ​ເປັນ​ໂຮງງານ​ປຸງ​ແຕ່ງ​ໄມ້
​ຂະໜາດ​ໃຫຍ່ ​ແລະ​ຂະໜາດ​ກາງ 355 ​ແຫ່ງ ​ແລະ​ໂຮງງາ​ນຂະໜາ​ດນ້ອຍ 1,190
​ແຫ່ງ. ພ້ອມ​ກັນ​ນັ້ນ ​ກໍ​ຍັງ​ກວດ​ພົບ​ການລະ​ເມີດ​ຄຳ​ສັ່ງເລກ​ທີ 15/ນຍ ຈຳນວນ 630 ກໍ
ລະນີ,​ ຈັບ​ກຸມ​ຜູ້​ກະທຳ​ຜິດ​ໄດ້ 700 ຄົນ ​ໃນ​ນີ້​ຮວມ​ເຖິງ​ພະນັກ​ງານ​ຂອງ​ລັດຖະບານທີ່​
ຮ່ວມກະທຳ​ຄວາມ​ຜິດອີກ​ດ້ວຍ 421 ຄົນ. ນອກຈາກ​ນັ້ນ ນາຍົກລັດຖະມົນຕີ ກໍ​ໄດ້​ສັ່ງ
​ປິດ​ໂຮງ​ເລື່ອຍ 1,206 ​ແຫ່ງ ​ເພາະວ່າ​ ມີ​ສ່ວນ​ກ່ຽວ​ຂ້ອງ​ໃນການລັກ​ລອບຕັດໄມ້ ​ແລະ
​ຄ້າ​ໄມ້​ໂດຍ​ຜິດ​ກົດໝາຍ ​ໃນ​ນີ້​ເປັນ​ໂຮງ​ເລື່ອຍທີ່​ບໍ່​ມີ​ໃບ​ອະນຸຍາດເຖິງ 1,186 ​ແຫ່ງ.

ໂດຍການຈັດ​ຕັ້ງ​ປະ​ຕິ​ບັດຄຳ​ສັ່ງເລກ​ທີ 15/ນຍ ດັ່ງ​ກ່າວ ນອກຈາກ​ຈະ​ມີ​ເປົ້າ​ໝາຍ​ເພື່ອ
​ເພີ່ມການ​ປົກຫຸ້ມ​ຂອງ​ປ່າ​ໄມ້​ໃຫ້​ໄດ້ 37,000 ​ເຮັກຕາ​ຕໍ່​ປີ ​ໂດຍແນໃສ່ການເພີ້ມການປົກ
ຫຸ້ມຂອງປ່າໄມ້ໃຫ້​ເຖິງ 70 ​ເປີ​ເຊັນ ຂອງ​ພື້ນ​ທີ່​ທັງ​ໝົດຕາມແຜນ​ຍຸດ​ທະ​ສາດ​ປ່າ​ໄມ້​ແຫ່ງ
​ຊາດເຖິງ​ປີ 2020 ໂດຍ​ຊຸກຍູ້​ການ​ປູກ​ຕົ້ນ​ໄມ້​ໃນ​ເຂດ​ອ່າງ​ໂຕ່ງ​ຂອງ​ເຂື່ອນ​ໄຟຟ້າ ​ແລະ
​ເຂດຊົນລະປະທານຕ່າງໆ ຮວມທັງ​ຈະ​ຕ້ອງ​ຍຸຕິ​ການ​ຖາງ​ປ່າ​ເຮັດ​ໄຮ່ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ​
ອີກດ້ວຍ ​ແລ້​ວກໍ​ຍັງ​ແນ​ໃສ່​ການ​ພັດທະນາ​ຜະລິດ​ຕະພັນ​ໄມ້​ຂອງ​ລາວ ​ໃຫ້​ໄດ້​ມາດຕະ
ຖານແລະເປັນ​ທີ່​ຍອ​ມຮັບ​ໃນ​ຕະ​ຫລາດ​ຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນສະຫະພາບ​
ຢູ​ໂຣບອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ກະ​ຊວງກະສິກຳ ​ແລະ​ປ່າ​ໄມ້ກໍ​ປະ​ເມີນວ່າ ສະພາບ​ປ່າ​ໄມ້​ໃນ​ລາວ ​ຍັງ​ມີ​ຄວາມ​ໜາ​ແໜ້ນ​ເຫຼືອ​ຢູ່ 58 ​ເປີ​ເຊັນ​ ຂອງ​ພື້ນ​ທີ່ທັງ​ໝົດ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ​ໃນ​ຊ່ວງ​ປີ 2019 ຫາ 2020 ລັດຖະບານ​ລາວ​ ຕ້ອງ​ເພີ້​ມ​ການ​ປົກ​ຫຸ້​ມຂອງ​ປ່າ​ໄມ້​ໃຫ້​ໄດ້​ໃນ​ອັດຕາສະ ​ເລ່ຍ 12 ​ເປີ​ເຊັນ ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍການເພີ້ມການປົກ ຫຸ້ມຂອງປ່າໄມ້ໃຫ້ໄດ້ໃນ ອັດຕາສະເລ່ຍ​ 70 ​ເປີ​ເຊັນຂອງ​ພື້ນ​ທີ່​ທັງ​ໝົດຂອງລາວ ໃນປີ 2020 ດັ່ງກ່າວນັ້ນ.

ທາງດ້ານ​ອົງການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ Global Witness ລາຍ​ງານ​ວ່າ​ ເຂດ​ທີ່​ມີ​ການ​ລັກລອບ​ຕັດ​ໄມ້​ຫຼາຍ​ທີ່​ສຸດ ຄື​ເຂດ​ທີ່ຕິດ​ຕໍ່ຊາຍ​ແດນກັບຫວຽດນາມ ທີ່​ຮວມ​ເຖິງ​ເຂດ​ປ່າ​ສະຫງວນ​ແຫ່ງຊາດນາ​ກາຍ​ໃນ​ແຂວງ​ຄຳ​ມ່ວນ​ ທີ່ເປັນການລັກລອບຕັດໄມ້ ໂດຍບັນດາ ນັກທຸລະກິດ ໄດ້ພາກັນວ່າຈ້າງປະຊາຊົນໃນທ້ອງຖິ່ນ ໃຫ້ເປັນພາກສ່ວນລັກ​ລອບ​ຕັດ​ໄມ້ ໃຫ້ແກ່ພວກຕົນເພື່ອຂົນ​ສົ່ງໄປ​ຫວຽດນາມ.

XS
SM
MD
LG