ສື່ມວນຊົນ ອາຣັບ ລາຍງານວ່າ ກຸ່ມທະຫານບ້ານ ຮູຕີ ຂອງ ເຢເມນ ໄດ້ເປີດການໂຈມ
ຕີຢ່າງກະຈັດກະຈາຍໃນວັນພຸດທີ່ຜ່ານມາ ຕໍ່ທີ່ຕັ້ງຕຳແໜ່ງຂອງພວກນັກຮົບແບ່ງແຍກ
ດິນແດນໃນພາກໃຕ້ຂອງປະເທດ, ນຶ່ງວັນຫຼັງຈາກຜູ້ນຳ ຮູຕີ ໄດ້ພົບປະກັບຜູ້ນຳສູງສຸດ
ຂອງ ອີຣ່ານ ທ່ານ ອາຢາໂທລລາ ອາລີ ຄາເມນີ ໃນນະຄອນຫຼວງ ເຕຫະຣ່ານ. ທ່ານ
ຄາເມນີ ໄດ້ຮຽກຮ້ອງໃຫ້ຈັດການ “ເຈລະຈາ” ລະຫວ່າງກຸ່ມທີ່ເປັນປໍລະປັກໃນ ເຢເມນ
ເພື່ອທີ່ຈະ “ປ້ອງກັນການແຕກແຍກຂອງປະເທດ. ນັກຂ່າວ ທ່ານ ເອັດເຫວີດ ເຢຣາ
ນຽນ ມີລາຍງານສຳລັບວີໂອເອ ຈາກນະຄອນຫຼວງ ໄຄໂຣ ປະເທດ ອີຈິບ, ເຊິ່ງ ພຸດທະ
ສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ສື່ມວນຊົນ ອາຣັບ ໄດ້ລາຍງານວ່າ ພວກນັກຮົບທີ່ຈົງຮັກພັກດີຕໍ່ກຸ່ມກະບົດ ຮູຕີ ຂອງ
ເຢເມນ ໄດ້ໂຈມຕີທີ່ຕັ້ງຫຼາຍແຫ່ງ ທີ່ເປັນຂອງພວກແບ່ງແຍກດິນແດນໃນພາກໃຕ້ຂອງ
ປະເທດ ໃນວັນພຸດທີ່ຜ່ານມາ, ນຶ່ງວັນຫຼັງຈາກຄະນະຜູ້ແທນ ຂອງກຸ່ມ ຮູຕີ ໄດ້ພົບປະ
ກັບຜູ້ນຳສູງສຸດຂອງ ອີຣ່ານ ທ່ານ ອາຢາໂທລລາ ອາລີ ຄາເມນີ, ທີ່ມີລາຍງານວ່າໄດ້
ສະໜັບສະໜູນ ໃຫ້ສືບຕໍ່ການເຈລະຈາທີ່ຢຸດຊະງັກ ລະຫວ່າງກຸ່ມຄູ່ປໍລະປັກຂອງ ເຢ
ເມນ.
ໂທລະພາບ ອາລ ມາຊີຣາ, ເຊິ່ງສະໜັບສະໜູນກຸ່ມ ຮູຕີ ໄດ້ອອກຂ່າວ ກ່ຽວກັບ ການ
ພົບປະດັ່ງກ່າວ, ໂດຍຢືນຢັນວ່າ ອາຢາໂທລລາ ຄາເມນີ ໄດ້ “ຮຽກຮ້ອງໃຫ້ຈັດການ
ເຈລະຈາ ລະຫວ່າງ ກຸ່ມທີ່ເປັນປໍລະປັກຂັດແຍ້ງກັນຂອງ ເຢເມນ ເພື່ອທີ່ຈະປ້ອງກັນ
ການແຕກແຍກຂອງປະເທດ.”
ທ່ານ ໂມຮຳເມັດ ອາລ ບູເຄຕີ, ໂຄສົກຂອງກຸ່ມ ຮູຕີ, ໄດ້ກ່າວຕໍ່ສື່ມວນຊົນ ອາຣັບ ວ່າ
ກຸ່ມຂອງທ່ານໄດ້ດຳເນີນ “ການຕໍ່ສູ້ປ້ອງກັນຕົວ” ແລະ ວ່າການໂຈມຕີໃນວັນພຸດທີ່
ຜ່ານມາ ແມ່ນການປະທະກັນເລັກນ້ອຍ.
ທ່ານ ໂມຮຳເມັດ ອາລ ບູເຄຕີ ໄດ້ກ່າວວ່າ “ທ່ານກ່າວວ່າ ກຸ່ມຂອງທ່ານໄດ້ເຮັດສົງ
ຄາມປ້ອງກັນຕົວ ແລະ ວ່າໄຊຊະນະຄັ້ງຫຼ້າສຸດຂອງກຸ່ມແບ່ງແຍກດິນແດນໃນພາກ
ໃຕ້ທີ່ເມືອງ ເອເດັນ ໄດ້ກໍ່ໃຫ້ເກີດສິ່ງທີ່ເປັນໄພຂົ່ມຂູ່ຕໍ່ຝ່າຍຂອງທ່ານ, ກໍ່ໃຫ້ເກີດການ
ຕໍ່ສູ້ກັນເລັກນ້ອຍຢູ່ຕາມເສັ້ນທາງ ການຕໍ່ສູ້ໃນແຂວງ ໄບດາ ແລະ ດາລາ.
ນັກວິເຄາະ ເຢເມນ ທ່ານ ອາແດລ ດາເຊລາ ໄດ້ກ່າວຕໍ່ສື່ມວນຊົນ ອາຣັບ ວ່າ ໄຊຊະ
ນະຂອງພວກແບ່ງແຍກດິນແດນໃນພາກໃຕ້ເມື່ອບໍ່ດົນມານີ້ອາດກໍ່ໃຫ້ເກີດຄວາມຂັດ
ແຍ້ງທີ່ກວ້າງຂວາງຢູ່ພາຍໃນປະເທດ ຖ້າກຸ່ມ ຮູຕີ ພະຍາຍາມທີ່ຈະລອງ ແລະ ຢຸດ
ສິ່ງທີ່ປາກົດວ່າເປັນການແບ່ງແຍກຂອງປະເທດ.
ທ່ານ ອາແດລ ດາເຊລາ ກ່າວວ່າ “ເຢເມນ ຕອນນີ້ກຳລັງປະເຊີນກັບເຫດການທີ່ປະ
ເທດຈະແບ່ງແຍກອອກເປັນສອງພາກສ່ວນ ແລະ ຄວາມຂັດແຍ້ງພາຍໃນໄດ້ຮຸນແຮງ
ຂຶ້ນ ເພາະວ່າກຸ່ມ ຮູຕີ, ຢາກທີ່ຈະຮັກສາປະເທດ ໃຫ້ຢູ່ຮວມກັນເປັນອັນດຽວ ແລະ
ເບິ່ງຄືວ່າຈະບໍ່ຍອມຮັບເອົາການແຕກແຍກຂອງມັນ.
ນັກສັງຄົມວິທະຍາ ດ້ານການເມືອງ ອີຈິບ ທ່ານ ຊາອີດ ຊາເດັກ ໄດ້ບອກວີໂອເອວ່າ,
ແນວໃດກໍຕາມ, ທ່ານບໍ່ເຊື່ອວ່າ ກຸ່ມ ຮູຕີ ແມ່ນຢູ່ໃນຖານະທີ່ຈະປ້ອງກັນການແຕກ
ແຍກຂອງ ເຢເມນ, ເຖິງແມ່ນຈະມີການເວົ້າທີ່ໜັກແໜ້ນໂດຍຜູ້ນຳສູງສຸດຂອງ ອີຣ່ານ
ທ່ານ ຄາເມນີ ກໍ່ຕາມ.
ທ່ານ ຊາເດັກ ເວົ້າວ່າ ເຢເມນ “ຈະບໍ່ມີຄວາມສຳຄັນດ້ານຍຸດທະສາດຫຼາຍປານໃດ
ຖ້າບໍ່ແມ່ນສຳລັບທ່າເຮືອ ເອເດັນ, ພ້ອມກັບເສັ້ນທາງການຂົນສົ່ງຂອງ ໂລກ, ຜ່ານ
ທະເລ ແບັບ ອາລ ມັນເດັບ ຂຶ້ນໄປຫາທະເລແດງ.” ທ່ານ ຊາເດັກໄດ້ໂຕ້ແຍ້ງວ່າ ກຸ່ມ
ຮູຕີ “ບໍ່ໄດ້ຢູ່ໃນຖານະທີ່ຈະຄັດຄ້ານການແບ່ງແຍກຂອງ ເຢເມນ,” ຍ້ອນຜູ້ສະໜັບສະ
ໜູນຂອງເຂົາເຈົ້າເຊິ່ງແມ່ນ ອີຣ່ານ ແລະ ກຸ່ມ ເຮັສໂບລາ, ທີ່ຕອນນີ້ກຳລັງ ລະມັດລະ
ວັງຖານະດ້ານການເງິນຂອງເຂົາເຈົ້າເອງຍິ່ງຂຶ້ນ, ຍ້ອນມາດຕະການລົງໂທດ ສະຫະ
ລັດ.