ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ພ້ອມ​ແລ້ວ ທີ່​ຈະ​ເຊັນ​ ຂໍ້​ຕົກ​ລົງ​ການ​ຄ້າ ກັບ​ ອັງ​ກິດ ຫຼັງ​ຈາກ ເບ​ຣັກ​ຊິດ


​ລັດ​ຖະ​ມົນ​ຕີ​ການ​ເງິນ​ຂອງ ອັງ​ກິດ ທ່ານ ຊາ​ຈິດ ຈາ​ວິດ ຈັບ​ມື​ກັບ​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ສະ​ຫະ​ລັດ ທ່ານ ຈອນ ໂບ​ລ​ຕ​ັນ ຢູ່​ຖະ​ໜົນ ດາວ​ນິງ. ອັງ​ກິດ. 13 ສິງ​ຫາ, 2019.
​ລັດ​ຖະ​ມົນ​ຕີ​ການ​ເງິນ​ຂອງ ອັງ​ກິດ ທ່ານ ຊາ​ຈິດ ຈາ​ວິດ ຈັບ​ມື​ກັບ​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ສະ​ຫະ​ລັດ ທ່ານ ຈອນ ໂບ​ລ​ຕ​ັນ ຢູ່​ຖະ​ໜົນ ດາວ​ນິງ. ອັງ​ກິດ. 13 ສິງ​ຫາ, 2019.

ຄວາມ​ກະ​ຕື​ລື​ລົ້ນ​ຂອງ ທຳ​ນຽບ​ຂາວ ສຳ​ລັບ​ການ​ເຮັດຂໍ້​ຕົກ​ລົງ​ການ​ຄ້າກັບ ສະ​ຫະ​ຣາ
ຊະອານາຈັກ ອັງກິດ ປາກົດວ່າສາມາດເຫັນໄດ້ຢ່າງຈະແຈ້ງ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ກ່າວ​ຕໍ່​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​
ເທດ ອັງກິດ ທ່ານ ໂມມີນິກ ຣາບ ທີ່ມາຢ້ຽມຢາມໃນວັນທີ 7 ສິງຫາ ທີ່ຜ່ານມາວ່າ ສະ
ຫະລັດ ຈະມີຄວາມພ້ອມ, “ມີປາກກາໃນມື” ເພື່ອເຊັນ “ຂໍ້ຕົກລົງການຄ້າເສລີສະບັບ
ໃໝ່ ໃນເວລາທີ່ໄວທີ່ສຸດເທົ່າທີ່ຈະໄວໄດ້.”

ໃນ​ຂະ​ນະ​ດຽວ​ກັນ, ທີ່​ປຶກ​ສາດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ສະ​ຫະ​ລັດ ທ່ານ ຈອນ
ໂບລຕັນ, ໃນສັບປະດານີ້ໄດ້ເດີນທາງໄປນະຄອນຫຼວງ ລອນດອນ ເພື່ອໃຫ້ການຮັບ
ປະກັນຕໍ່ບັນດາເຈົ້າໜ້າທີ່ວ່າ ລັດຖະບານຂອງທ່ານ ທຣຳ ຈະເອົາ ອັງກິດ ມາຢູ່ແຖວ
ໜ້າຂອງຄິວ ໃນການເຈລະຈາການຄ້າ.

ແຕ່​ຄວາມ​ຄາດ​ຫວັງ​ສຳ​ລັບ​ຂໍ້​ຕົກ​ລົງ​ສະ​ບັບ​ນຶ່ງ​ແມ່ນ​ຊັບ​ຊ້ອນຫຼາຍກວ່າ​ນັ້ນ​ໃນ​ລັດ​ຖະ​
ສະພາ, ເຊິ່ງປາກົດວ່າຈະບໍ່ເຫັນພ້ອມກັນ ລະຫວ່າງບັນດາຜູ້ສະໜັບສະໜູນລັດຖະ
ບານຂອງນາຍົກລັດຖະມົນຕີ ທ່ານ ບໍ່ຣິສ ຈອນສັນ ແລະ ບັນດາຜູ້ສະໜັບສະໜູນ
ຂອງປະເທດ ໄອຣ໌ແລນ, ເຊິ່ງຫຼາຍຄົນຍັງຄົງລະບຸຕົນເອງວ່າເປັນ “ປະເທດ ໄອຣ໌ແລນ”
ໃນຫລາຍລຸ້ນຄົນຕໍ່ມາ, ໃນຂະນະທີ່ການແຍກຕົວອອກຈາກຢູໂຣບຂອງ ອັງກິດ ແມ່ນ
ໃກ້ຈະເກີດຂຶ້ນນັ້ນ.

​ປະ​ທານ​ສະ​ພາ​ຕ່ຳ​, ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ, ຜູ້​ທີ່​ນຳ​ພາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ 435
ຄົນ, ເມື່ອບໍ່ດົນມານີ້ໄດ້ກ່າວຢ້ຳເຖິງທ່າທີຂອງທ່ານນາງ ໃນຄຳປາໄສຕໍ່ສະພາແຫ່ງ
ຊາດ ໄອຣ໌ແລນ ໃນເດືອນເມສາທີ່ຜ່ານມາວ່າ ສະຫະລັດ “ຕ້ອງຮັບປະກັນວ່າ ຈະບໍ່
ມີຫຍັງເກີດຂຶ້ນໃນການປຶກສາຫາລື ເບຣັກຊິດ (Brexit) ທີ່ມັນຈະເປັນໄພຕໍ່ການເປັນ
ເພື່ອນມິດທີ່ໃກ້ຊິດ, ລວມທັງເຂດຊາຍແດນທີ່ບໍ່ມີຮອຍຕໍ່ ລະຫວ່າງສາທາລະນະລັດ
ໄອຣ໌ແລນ ແລະ ໄອຣ໌ແລນເໜືອ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG