ລາຍງານຂ່າວທີ່ຂັດແຍ້ງກັນ ໄດ້ກໍ່ໃຫ້ເກີດຄວາມສັບສົນ ໃນວັນອັງຄານວານນີ້ ກ່ຽວກັບ
ຊະຕາກຳຂອງກຳປັ່ນບັນທຸກນ້ຳມັນລຳນຶ່ງ ທີ່ຖືກຍຶດຢູ່ໃກ້ກັບຊ່ອງແຄບ ຈີບຣາລຕາ ທີ່
ເປັນດິນແດນຂອງ ອັງກິດ ໃນເດືອນທີ່ຜ່ານມາ.
ທ່ານ ຈາລິລ ເອັສລາມີ, ຮອງຫົວໜ້າອົງການເດີນເຮືອທາງທະເລຂອງ ອີຣ່ານ ໄດ້ກ່າວ
ໃນວັນອັງຄານວານນີ້ວ່າ ກຳປັ່ນບັນທຸກນ້ຳມັນ Grace 1, ຈະຖືກປ່ອຍໃນໄວໆນີ້ ໂດຍ
ບັນດາເຈົ້າໜ້າທີ່ ຈີບຣາລຕາ.
ທ່ານ ເອັສລາມີ ໄດ້ກ່າວ, ອີງຕາມອົງການຂ່າວ ຟາຣ໌ສ (Fars) ຂອງ ອີຣ່ານ ວ່າ “ພວກ
ເຮົາເຊື່ອວ່າ ກຳປັ່ນບັນທຸກນ້ຳມັນ Grace 1 ຈະສືບຕໍ່ການປະຕິບັດໜ້າທີ່ພາຍໃຕ້ທຸງ
ຊາດ ອີຣ່ານ ໃນນ່ານນ້ຳສາກົນ ໃນອະນາຄົດອັນໃກ້ນີ້.”
ອົງການຂ່າວ ຟາຣ໌ສ ໄດ້ຢ້ຳຄຳເວົ້າຂອງເຈົ້າໜ້າທີ່ ຈີບຣາລຕາ ທີ່ຂໍບໍ່ອອກຊື່ວ່າ “ກຳປັ່ນ
ບັນທຸກນ້ຳມັນຈະຖືກປ່ອຍໃນຕອນແລງຂອງວັນອັງຄານ.”
ແຕ່ລາຍງານຂອງສື່ມວນຊົນຕາເວັນຕົກໄດ້ກ່າວວ່າ ເຈົ້າໜ້າທີ່ອາວຸໂສຄົນນຶ່ງຂອງ
ຈີບຣາລຕາ ໄດ້ເອີ້ນລາຍງານນັ້ນວ່າ “ບໍ່ເປັນຄວາມຈິງ.”
ເຖິງແມ່ນວ່າ ກຳປັ່ນ Grace 1 ຈະຖືກຍຶດໂດຍກອງກຳລັງ ອັງກິດ ກໍຕາມ, ແຕ່ ອັງກິດ
ກໍໄດ້ກ່າວໃນວັນອັງຄານວານນີ້ວ່າ ການສືບສວນສອບສວນກຳປັ່ນບັນທຸກນ້ຳມັນລຳ
ດັ່ງກ່າວ ແມ່ນເລື່ອງຂອງ ຈີບຣາລຕາ. ສານສູງສຸດ ຈີບຣາລຕາ ມີກຳນົດທີ່ຈະຈັດການ
ຮັບຟັງຄຳໃຫ້ການ ກ່ຽວກັບ ກໍລະນີທີ່ວ່ານັ້ນໃນວັນພະຫັດມື້ອື່ນ.
ອັງກິດ ໄດ້ກ່າວຫາວ່າ ກຳປັ່ນລຳນີ້ລະເມີດມາດຕະການລົງໂທດ ຢູໂຣບ ໂດຍ ການ
ນຳເອົານ້ຳມັນເຂົ້າໄປປະເທດ ຊີເຣຍ, ເປັນການກ່າວຫາທີ່ລັດຖະບານ ເຕຫະຣ່ານ
ໄດ້ປະຕິເສດ.
ໃນການຕອບໂຕ້ຄືນນັ້ນ, ອີຣ່ານ ໄດ້ຍຶດກຳປັ່ນບັນທຸກນ້ຳມັນ Stena Impero ທີ່ຕິດ
ທຸງ ອັງກິດ ໃນແຫຼມ ຮໍມຸສ ເມື່ອວັນທີ 19 ກໍລະກົດທີ່ຜ່ານມາ ກ່ຽວກັບ ການກ່າວຫາ
ລ່ວງລະເມີດການເດີນເຮືອທາງທະເລ.
ຄວາມເຄັ່ງຕຶງໃນອ່າວເປີເຊຍ ໄດ້ຮຸນແຮງຂຶ້ນນັບຕັ້ງແຕ່ ສະຫະລັດ ໄດ້ຖອນຕົວອອກ
ຈາກສົນທິສັນຍານິວເຄລຍສາກົນ ປີ 2015, ພາຍໃຕ້ສົນທິສັນຍາດັ່ງກ່າວ ອີຣ່ານ ໄດ້
ຕົກລົງທີ່ຈະຫຼຸດຜ່ອນວຽກງານ ດ້ານນິວເຄລຍຂອງເຂົາເຈົ້າ ເພື່ອເປັນການຕອບແທນ
ສຳລັບການຍົກເລີກມາດຕະການລົງໂທດສາກົນສ່ວນຫຼາຍຕໍ່ລັດຖະບານ ເຕຫະຣ່ານ.
ອັງກິດ ແລະ ປະເທດອື່ນໆໃນ ຢູໂຣບ ເຊິ່ງເປັນພາຄີ ຂໍ້ຕົກລົງນິວເຄລຍນັ້ນ ໄດ້ພະຍາ
ຍາມທີ່ຈະກອບກູ້ມັນໄວ້ ດ້ວຍການປ້ອງກັນເສດຖະກິດ ອີຣ່ານ ຈາກການຖືກວາງ
ມາດຕະການລົງໂທດ ທີ່ໜັກກວ່າເກົ່າໃສ່ຄືນໂດຍ ສະຫະລັດ.