ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​ຫຼັງ​ຈາກ ການ​ເສຍ​ຊີ​ວິດ​ ຂອງ​ທ່ານ​ແອ​ປ​ສ​ຕີນ​ ​ທິດ​ສະ​ດີ ສົມ​ຮູ້​ຮ່ວມ​ຄິດ ກໍ​ໄດ້​ລະ​ບາດ ​​ໃນສື່​ສັງ​ຄົມ


ລົດ​ທີ່​ໄດ້​ມີ​ລາຍ​ງານວ່າ ເປັນ​ຄັນ​ທີ່​ນຳ​ສົບ​ຂອງ​ທ່ານ ແຈັຟ​ຟ​ຣີ ແອັປສ​​​ຕີນ (Jeffrey Epstein) ທີ່​ສົ່ງ​ໄປ​ຍັງ​ພວກກວດກາ​ທາງ​ແພດ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ຖືກ​ພົບ​ເຫັນ​ວ່າ ທ່ານ​ໄດ້​ເສຍ​ຊີ​ວິດ​ແລ້ວ ໃນ ຄຸກ​ທີ່​ແມນ​ແຮັດ​ຕັນ, ນິວ ຢອກ, 10 ສິງ​ຫາ 2019.
ລົດ​ທີ່​ໄດ້​ມີ​ລາຍ​ງານວ່າ ເປັນ​ຄັນ​ທີ່​ນຳ​ສົບ​ຂອງ​ທ່ານ ແຈັຟ​ຟ​ຣີ ແອັປສ​​​ຕີນ (Jeffrey Epstein) ທີ່​ສົ່ງ​ໄປ​ຍັງ​ພວກກວດກາ​ທາງ​ແພດ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ຖືກ​ພົບ​ເຫັນ​ວ່າ ທ່ານ​ໄດ້​ເສຍ​ຊີ​ວິດ​ແລ້ວ ໃນ ຄຸກ​ທີ່​ແມນ​ແຮັດ​ຕັນ, ນິວ ຢອກ, 10 ສິງ​ຫາ 2019.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກການ​ຕາຍ ​ຂອງທ່ານແຈັຟ​ຟ​ຣີ ແອັປສ​ຕີນ (Jeffrey Epstein), ​ຜູ້​ຈັດ​ການ​ດ້ານ​ການ​ເງິນ ທີ່​ຕົກ​ເປັນ​ສູນ​ກາງ​ຂອງຄະ​ດີການ​ຄ້າ​ມະນຸດນັ້ນ ທິດ​ສະ​ດີ​ຂອງ​ການ​ເສຍ​ຊີ​ວິດ​ລາວ ກໍ​ໄດ້​ເລີ້ມ​ຂຶ້ນ​ຢູ່ໃນ ທວິດ​ເຕີ ແລະເຟ​ສ​ບຸກ, ພ້ອມ​ທັງ​ ໄດ້​ຖືກ​ນຳອອກ​ເຜີຍແຜ່​ຢ່າງໄວ​ວາ ​ໂດຍ​ອົງ​ການ​ຂ່າວ​ຫຼັກ, ຊຶ່ງ​ເປັນ​ຂັ້ນຕອນ​ທີ່​ພວກ​ຕ້ອງ​ຕິ​ສື່ມວນ​ຊົນກ່າວ​ວ່າ ນັ້ນ​ແມ່ນ​ເລື້ອງ​ທຳ​ມະ​ດາ​ປົກ​ກະ​ຕິ.

“ພວກ​ເຮົາ​ແມ່ນ​ມີ​ທິດ​ສະ​ດີສົມ​ຮູ້​ຮ່ວມ​ຄິດ​ແບບ​ນີ້ ຢູ່​ເລື້ອຍໆ,” ຊຶ່ງ​ທ່ານຮາ​ນີ ຟາ​ຣິດ (Hany Farid) ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ລັດ​ຄາ​ລີ​ຟໍ​ເນຍ ທີ່​ເມືອງເ​ບີກ​ເລ​ (Berkeley) ໄດ້​ກ່າວ​ໄວ້. ທ່ານ​ໄດ້ຍັງ​ກ່າວຕໍ່​ໄປ​ວ່າ “ສິ່ງ​ທີ່​ມັນ​ແຕກ​ຕ່າງ​ອອກ​ໄປ​ນັ້ນ ແມ່ນ​ການ​ກະ​ຈາຍອອ​ກ​ໄປ​ຢ່າງວ່ອງ​ໄວ ແລະ​ເຂົ້າ​ເຖິງ​ພວກ​ແຟນ​ທີ່​ມີທິດ​ສະ​ດີ​ສົມ​ຮູ້​ຮ່ວມ​ຄິດ ໃນ​ທາງ​ສື່​ສັງ​ຄົມ ຊຶ່ງ​ປັດ​ຈະ​ບັນ​ນີ້ ແມ່ນ​ໃຜ​ກໍ​ໄດ້ ສາ​ມາດ​ທີ່​ຈະ​ເວົ້າ​ຫຍັງ​ກໍ​ໄດ້.”

ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ທ່ານ ແອັປສຕີນ ໄດ້​ເສຍ​ຊີ​ວິດ​ໃນ​ຄຸກ​ລັດ​ຖະ​ບານ​ກາງ ໃນ​ນິວ ຢອກ ທີ່​ເບິ່ງ​ຄື​ວ່າ ເປັນ​ການ​ຂ້າ​ຕົວ​ຕາຍ, ພຽງ​ນຶ່ງ​ສັບ​ປະ​ດາ ຫຼັງ​ຈາກ​ ໄດ້​ພະ​ຍາ​ຍາມ​ຂ້າ​ຕົວ​ຕາຍ ແລະ​ກ່ອນ​ທີ່ເພິ່ນ​ຈະ​ຖືກ​ດຳ​ເນີນ​ຄະ​ດີ.

​ທ່ານ​ແອ​ປ​ສ​ຕີນ ທີ່​ມີ​ການ​ພົວ​ພັນ​ຢ່າງ​ດີ ​ມີ​ເພື່ອນ​ຝູງໃນທົ່ວແວດ​ວົງ​ການ​ເມືອງ. ທິດ​ສະ​ດີ​ທີ່​ວ່າ ​ເພິ່ນຕາຍ​ແບບ​ໃດ ແລະ​ແມ່ນ​ໃຜ​ອາດ​ມີ​ບົດ​ບາດ ໃນ​ທັງ​ສອງ​ພັກ​ຝ່າຍ​ການ​ເມືອງນັ້ນ ໄດ້ເລີ້ມແຜ່​ລາມ​ໄປ​ໃນ​ສື່​ສັງ​ຄົມ ທັງ​ສອງຂໍ້​ຄວາມ​ທີ່​ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ​ວ່າ #TrumpBodyCount ​ແລະ​ #ClintonBodyCount

ພາບວີ​ດີ​ໂອທີ່​ຖ່າຍ​ຕົວ​ເອງ ລົງ​ໃນທວິດ​ເຕີ, ນັກ​ຕະ​ຫ​ລົກ ແທ​ແຣັນ​ສ ເຄ ວິ​ລ​ລຽມ (Terrence K. Williams) ທີ່​ພົວ​ພັນ​ກັບ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ບິ​ລ ຄ​ລິນ​ຕັນ ແລະ​ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດທ່ານ​ນາງ ຮິ​ລ​ລາ​ຣີ ຄ​ລິນ​ຕັນ ທີ່​ເຄີຍ​ເປັນ​ເພື່ອນ​ສະ​ໜິດ ກັບ​ທ່ານ ແອັປສຕີນ ກັບ​ການ​ຕາຍ​ຂອງ​ທ່ານ ແອັປສຕີນ.

“ທ່ານ​ແມ່ນ​ມີ​ຂໍ້​ມູນ​ກ່ຽວ​ກັບ​ທ່ານ​ຄ​ລິນ​ຕັນ ແລະ​ເພິ່ນ​ຜູ້​ນີ້ ໃນ​ທີ່​ສຸດ​ກໍ​ເສຍ​ຊີ​ວິດ,” ຊຶ່ງ​ທ່ານ​ວິ​ລ​ລຽມ​ໄດ້​ກ່າວ​ໃນ​ວີ​ດີ​ໂອ ທີ່​ລົງ​ໃນ​ທວິດ​ເຕີ. ຕິດ​ຕາມ​ມາ​ດ້ວຍ​ຂໍ້​ຄວາມ​ທີ່​ທວິດ​ເຕີ ຂຽນ​ລົງ ແມ່ນ #ClintonBodyCount ແລະ #ClintonCrime Family. ທ່ານທ​ຣຳ ໄດ້​ນຳ​ຂໍ້​ຄວາມ​ດັ່ງ​ກ່າວ​ລົງໄ​ປ​ໃນ​ທວິດ​ເຕີ​ອີກ ທີ່​ມີ​ຜູ້​ຄົນ​ຕິດ​ຕາມ63 ລ້ານ​ຄົນ ໃນທວິດ​ເຕີ​ນັ້ນ.

ບາງທິດ​ສະ​ດີ​ຂອງທ່ານ ແອັປສ​ຕີນ ໄດ້​ເລີ້ມ​ເຂົ້າໃນ “ແນວ​ໂນ້ມ” ທີ່​ຢູ່​ໃນ​ບັນ​ຊີ ຕິດ​ອັນ​ດັບ​ທີ 10 ຂອງ​ເລື້ອງ​ລາວ​ທີ່​ມີ​ຜູ້​ຄົນ​ກ່າວ​ເຖິງ​ຫຼາຍ​ທີ່​ສຸດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG