ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຮັດກຸມ ກົດລະບຽບຕ່າງໆ ກ່ຽວກັບ ສິນຄ້າສົ່ງອອກໄປ ຍີ່ປຸ່ນ


ຜູ້​ຊາຍ ເກົາຫຼີ​ໃຕ້ ຄົນ​ນຶ່ງ​ຢືນ​ຢັນ​ຢູ່​ໃກ້​ກັບ​ປ້າຍ​ທີ່​ມີ​ຮູບ​ຂອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ ເພື່ອ​ກ່າວ​ປະ​ນາມ​ການ​ເກືອ​ດ​ຫ້າມ​ທາງ​ການ​ຄ້າ​ຂອງ ຍີ່​ປຸ່ນ. ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 8 ສິງ​ຫາ, 2019.
ຜູ້​ຊາຍ ເກົາຫຼີ​ໃຕ້ ຄົນ​ນຶ່ງ​ຢືນ​ຢັນ​ຢູ່​ໃກ້​ກັບ​ປ້າຍ​ທີ່​ມີ​ຮູບ​ຂອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ ເພື່ອ​ກ່າວ​ປະ​ນາມ​ການ​ເກືອ​ດ​ຫ້າມ​ທາງ​ການ​ຄ້າ​ຂອງ ຍີ່​ປຸ່ນ. ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 8 ສິງ​ຫາ, 2019.

ເກົາຫຼີໃຕ້ ໄດ້ປະກາດໃນວັນຈັນມື້ນີ້ ວ່າ ຕົນຈະຖອນຍີ່ປຸ່ນ ອອກຈາກບັນຊີ ຄູ່ຄ້າຂາຍ
ທີ່ເຊື່ອຖືໄດ້ ໃຫ້ເປັນປະເພດໃໝ່ ທີ່ຈະນຳມາຊຶ່ງການວາງຂໍ້ຈຳກັດ ກ່ຽວກັບການສົ່ງ
ອອກສິນຄ້າຕ່າງໆທີ່ ມີຄວາມລະອຽດອ່ອນ.

ການເຄືອນໄຫວດັ່ງກ່າວ ເປັນຄັ້ງຫຼ້າສຸດ ຂອງບັນຫາຂັດແຍ້ງກັນທາງດ້ານການຄ້າ ທີ່
ຕອບໂຕກັນ ກັບໄປກັບມາ ລະຫວ່າງສອງປະເທດດັ່ງກ່າວ ຊຶ່ງລວມທັງ ການທີ່ຍີ່ປຸ່ນ
ໄດ້ປົດເກົາຫຼີໃຕ້ ອອກຈາກບັນຊີຄູ່ການຄ້າທີ່ປະສົງຂອງຕົນ.

ລັດຖະມົນຕີກະຊວງການຄ້າຂອງເກົາຫຼີໃຕ້ ທ່ານຊັງ ຢຸນ-ໂມ (Sung Yun-Mo) ໄດ້
ກ່າວໃນວັນຈັນມື້ນີ້ ວ່າ ປະເພດໃໝ່ນັ້ນ ແມ່ນສຳລັບບັນດາປະເທດ ທີ່ໄດ້ທຳການຄວບ
ຄຸມການສົ່ງອອກຂອງພວກເຂົາເຈົ້າ ໃນທາງທີ່ລະເມີດຕໍ່ມາດຕະຖານສາກົນ.

ການປ່ຽນແປງນັ້ນ ແມ່ນຈະມີຜົນບັງຄັບໃຊ້ ໃນເດືອນກັນຍາຈະມາເຖິງນີ້. ໃນເວລາມັນ
ຖືກບັງຄັບໃຊ້ ບັນດາບໍລິສັດຂອງເກົາຫຼີໃຕ້ ທີ່ຢາກຈະສົ່ງສິນຄ້າຕ່າງໆທີ່ມີຄວາມລະ
ອຽດອ່ອນ ໄປຍີ່ປຸ່ນ ຈະຕ້ອງໄດ້ຜ່ານຂັ້ນຕອນໃນການຮັບຮອງອະນຸຍາດ ທີ່ຈະໃຊ້ເວ
ລາເຖິງ 15 ວັນ ຊຶ່ງເພີ້ມຂຶ້ນຈາກປະມານ 5 ວັນ ພາຍໃຕ້ລະບົບໃນປັດຈຸບັນນີ້.

ນະໂຍບາຍໃໝ່ຂອງຍີ່ປຸ່ນ ຈະເລີ້ມໃຊ້ການໃນວັນທີ 28 ສິງຫາ ນີ້ ຊຶ່ງໃນເວລານັ້ນ ບັນ
ດາບໍລິສັດຂອງຍີ່ປຸ່ນ ຈະຕ້ອງຂໍການຮັບຮອງອະນຸຍາດ ໃນແຕ່ລະກໍລະນີໄປ ຈາກກະ
ຊວງການຄ້າຂອງປະເທດເສຍກ່ອນ ກ່ອນທີ່ຈະສົ່ງສິ່ນຄ້າບາງຊະນິດ ໄປເກົາຫຼີໃຕ້.

ໂຕກຽວ ຢືນຢັດວ່າ ການຕັດສິນໃຈດ້ານການຄ້າຂອງຕົນນັ້ນ ໄດ້ຮັບແຮງຈູງໃຈຈາກ
ຄວາມເປັນຫ່ວງດ້ານຄວາມໝັ້ນຄົງແຫ່ງຊາດ ໃນຂະນະດຽວກັນ ການເຄື່ອນໄຫວທັງ
ຫຼາຍ ແມ່ນມອງເຫັນຢ່າງກວ້າງຂວາງກັນວ່າ ເປັນການຕອບໂຕ້ຄືນ ຕໍ່ການຕັດສິນຂອງ
ສານເກົາຫຼີໃຕ້ ທີ່ສັ່ງໃຫ້ ບັນດາບໍລິສັດຂອງຍີ່ປຸ່ນ ຊົດໃຊ້ໃຫ້ແກ່ຊາວເກົາຫຼີ ຜູ້ທີ່ຖືກບັງ
ຄັບໃຫ້ອອກແຮງງານ ໃນລະຫວ່າງ ທີ່ເກົາຫຼີເປັນອານານິຄົມຂອງຍີ່ປຸ່ນນັ້ນ.

ສົງຄາມການຄ້າລະຫວ່າງຍີ່ປຸ່ນ ແລະເກົາຫຼີໃຕ້ ຊຶ່ງເປັນເສດຖະກິດທີ່ໃຫຍ່ສຸດອັນດັບ
3 ຂອງໂລກ ແລະໃຫຍ່ສຸດລະດັບທີ 11 ຕາມລຳດັບ ແມ່ນຈະສົ່ງຜົນກະທົບໃນຫຼາຍ
ດ້ານຢ່າງກວ້າງຂວາງ.

ມັນອາດເປັນໄພຂົ່ມຂູ່ໃນດ້ານການແຈກຈ່າຍຂອງເທັກໂນໂລຈີທີ່ເປັນລະບົບຕ່ອງໂສ້
ທົ່ວໂລກ ນັບຕັ້ງແຕ່ເກົາຫຼີໃຕ້ ຜະລິດ ຊິບຄວາມຈຳຂອງຄອມຜິວເຕີ ໄດ້ເຖິງ 70 ເປີ
ເຊັນຂອງໂລກ.


South Korea announced Monday it is removing Japan from a list of trusted trade partners to a new category that brings more restrictions on exports of sensitive goods.

The move is the latest in a back-and-forth trade dispute between the two countries which has included Japan dropping South Korea from its own list of preferred trading partners.

South Korean trade minister Sung Yun-mo said Monday that the new category was for countries that have managed their export controls in a way that violates international norms.

The change is due to go into effect in September.Once it does, South Korean companies wanting to send sensitive goods to Japan will have to go through an approvals process that takes up to 15 days, up from about five days under the current system.

Japan's new policy begins August 28 at which time Japanese companies will need to seek case-by-case approval from the country's trade ministry before shipping certain products to South Korea.

Tokyo insists its trade decisions were motivated by national security concerns, while the moves are widely seen as retaliation for recent South Korean court rulings ordering Japanese companies to compensate Koreans who were forced to work during Japan's colonial occupation of Korea.

A trade war between Japan and South Korea, the world's third and 11th largest economies, respectively, would have wide-ranging ramifications.

It could threaten global technology supply chains, since South Korea produces 70 percent of the world's memory chips.

XS
SM
MD
LG