ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ເຈ​ລະ​ຈາ ​ທາງດ້ານການ​ຄ້າ ຮອບ​ໜ້າ ລະ​ຫວ່າງ ສ​ະຫະ​ລັດ ກັບ ຈີນ ຍັງ​ບໍ່​ແນ່ນອນ​ເທື່ອ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຈັດ​ການ​ຖະ​ແຫຼງ​ຂ່າວ ທີ່​ສວນດອກ​ກຸ​ຫຼາບ​ກ້ຳ​ໃຕ້ ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 9 ສິ​ຫງ 2019.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຈັດ​ການ​ຖະ​ແຫຼງ​ຂ່າວ ທີ່​ສວນດອກ​ກຸ​ຫຼາບ​ກ້ຳ​ໃຕ້ ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 9 ສິ​ຫງ 2019.

ການ​ເຈ​ລະ​ຈາ​ທາງ​ດ້ານ​ການ​ຄ້າ​ຮອບ​ໜ້າ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ ອາດ​ຈະ​ບໍ່​ມີ​ຂຶ້ນ​ເລີຍ ອີງ​ຕາມ​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກຂ່າວ​ໃນ​ວັນ​ສຸກວານ​ນີ້.

ເມື່ອ​ວີ​ໂອ​ເອ​ຖາມ​ວ່າ ທ່ານ​ຈະ​ຍົກ​ເລີກ​ການ​ເຈ​ລະ​ຈາ ທີ່​ຈະ​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ​ຫຼື​ບໍ່? ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳກ່າວ​ຕອບ​ວ່າ “ບາງ​ທີ” ​ໂດຍ​ຮັບ​ຮູ້​ວ່າ ການ​ເຈ​ລະ​ຈາໄດ້​ກຳ​ນົດ​ໃສ່​ເດືອນ​ໜ້າ “ແຕ່​ຈະ​ມີ​ການ​ຍົກ​ເລີກ​ຫຼື​ບໍ່​ນັ້ນ ພວກ​ເຮົາ​ຕ້ອງ​ໄດ້​ລໍ​ຖ້າເບິ່ງ​ກ່ອນ.”

ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ເລີ້ມ​ການ​ຕອບ​ຄຳ​ຖາມ​ເປັນ​ເວ​ລາ 30 ນາ​ທີ​ຂອງ​ພວກ​ນັກ​ຂ່າວ ທີ່​ເດີ່ນ​ກ້ຳ​ໃຕ້​ຂອງ​ທຳ​ນຽບ​ຂາວ ໂດຍ​ປະ​ກາດ​ວ່າ “ພວກ​ເຮົາ​ຍັງ​ບໍ່​ທັນ​ພ້ອມ​ເທື່ອທີ່​ຈະ​ເຮັດ​ຂໍ້​ຕົກ​ລົງ” ກັບ​ຈີນ ທ່າມ​ກາງ​ທີ່​ສົງ​ຄາມ​ການ​ຄ້​າ ​ພວມ​ທະ​ວີ​ຄວາມ​ຮ້າຍແຮງ​ຂຶ້ນ ຫຼັງ​ຈາກ​ການ​ເຈ​ລະ​ຈາ​ໃນ​ຮອບ​ທີ່​ແລ້ວຢູ່​ນະ​ຄອນ​ຊຽ​ງ​ໄຮ້ ໄດ້​ແຕກ​ຫັກລົງເມື່ອ​ອາ​ທິດ​ທີ່​ຜ່ານ​ມາ. ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ກ່າວ​ເຖິງ​ການ​ເກັບ​ພາ​ສີ​ແບບລົງ​ໂທດສອງ​ຮອບ​ຕໍ່​ຈີນນັ້ນ​ວ່າ “ພວກ​ເຮົາ​ບໍ່​ມີ​ທາງ​ເລືອກ ນອກ​ຈາກ​ເຮັດ​ໃນ​ສິ່ງ​ທີ່​ພວກ​ເຮົາ​ກຳ​ລັງ​ເຮັດ​ຢູ່.”

ທ່ານ​ທ​ຣຳ ກ່າວ​ກ່ຽວ​ກັບ​ຈີນ​ວ່າ “ໃນ​ເວ​ລານີ້ ພວກ​ເຂົາ​ກຳ​ລັງ​ປະ​ສົບ​ກັບ​ປີ​ທີ່​ຮ້າຍ​ແຮງ​ສຸດ ທີ່​ພວກ​ເຂົາ​ມີ​ໃນ​ຮອບ​ຫຼາຍໆ​ປີ” ແລະ​ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ມີ​ໄພ້ທັງ​ໝົດ​ຢູ່​ໃນ​ມື.”

ເມື່ອ​ມີ​ການ​ຖາມ​ທ່ານ​ທ​ຣຳ ກ່ຽວ​ກັບ​ລາຍ​ງານ​ຂ່າວ​ທີ່​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ຈະ​ເລື່ອນ​ເວ​ລາ​ໃນ​ການ​ອອກ​ໃບ​ອະ​ນຸ​ຍາດ​ໃຫ້​ແກ່​ບໍ​ລິ​ສັດ​ອາ​ເມ​ຣິ​ກາ ເພື່ອ​ເລີ້ມຂາຍ​ສິນ​ຄ້າ​ຕ່າງໆ​ໃຫ້​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ​ຍັກ​ໃຫຍ່ ຫົວ​ເຫວີຍ ຂອງ​ຈີນນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ຕອບ​ວ່າ “ພວກ​ເຮົາ​ບໍ່​ເຮັດ​ທຸ​ລະ​ກິດ​ກັບ​ຫົວ​ເຫວີຍ” ແຕ່ນັ້ນອາດ​ຈະ​ມີ​ການ​ປ່ຽນ​ແປງ ຖ້າ​ຫາກວ່າ​ມີ​ຂໍ້​ຕົກ​ລົງ​ກັນ​ທາງ​ດ້ານ​ການ​ຄ້າ.

ລັດ​ຖະ​ບານ​ທ່ານ​ທ​ຣຳ ເມື່ອ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ ໄດ້​ຈັດ​ເອົາ​ຫົວ​ເຫວີຍ​ເຂົ້າໄວ້​ໃນ​ບັນ​ຊີ​ດຳໂດຍ​ກ່າວ​ຫາ​ບໍ​ລິ​ສັດ​ດັງ​ກ່າວ​ວ່າ ມີ​ຄວາມ​ສຳ​ພັນ​ຢ່າງ​ແໜ້ນ​ແຟ້ນກັບ​ກອງ​ທັບ​ຈີນ ຍ້ອນ​ຄວາມ​ເປັນ​ຫ່ວງ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ ຈຶ່ງ​ຫ້າມ​ບໍ່​ໃຫ້​ບໍລັດ​ສັດ​ດັ່ງ​ກ່າວ ຊື້​ແຜງວົງ​ຈອນ​ເຊ​ມີ​ຄອນ​ດັກ​ເຕີ້ ທີ່​ຜະ​ລິດ​ຢູ່​ໃນ​ສະ​ຫະ​ລັດ. ແຕ່ໃນ​ເດືອນ​ແລ້ວ ທ່ານ​ທ​ຣຳ​ໄດ້​ຕົກ​ລົງ​ທີ່​ຈະ​ໃຫ້​ເວ​ລາ​ໃນ​ການ​ຕັດ​ສິນ​ໃຈ​ເພື່ອ​ອອກໃບ​ອະ​ນຸ​ຍາດ ໃຫ້​ບໍ​ລິ​ສັດ​ອາ​ເມ​ຣິ​ກັນ ​ເຊັ່ນ Broadcom ແລະ Google ຂາຍ​ອຸບ​ປະ​ກອນ​ໃຫ້​ແກ່​ຫົວ​ເຫວີຍ​ໄດ້.

ການ​ເຄື່ອນ​ໄຫວ​ທີ່​ຈະ​ເລື່ອນ​ເວ​ລາ​ໃນ​ການ​ອອກ​ໃບ​ອະ​ນຸ​ຍາດ​ດັ່ງ​ກ່າວ ມີ​ຂຶ້ນ​ຫຼັງ​ຈາກ​ປັກ​ກິ່ງ​ປະ​ກາດ​ວ່າ ຕົນ​ຈະ​ຢຸດ​ເຊົາ​ການ​ຊື້​ຜະ​ລິດ​ຕະ​ພັນ​ກະ​ເສດ​ຕະ​ກຳ​ຂອງອາ​ເມ​ຣິ​ກັນ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ເກັບ​ພາ​ສີ​ຮອບ​ໃໝ່​ຂອງ​ທ່ານ​ທ​ຣຳ. ນອກນັ້ນ ປັກ​ກິ່ງ​ຍັງ​ໄດ້​ອະ​ນຸ​ຍາດ​ໃຫ້​ເງິນ​ຕາ​ຂອງ​ຕົນ ຫຼຸດ​ລາ​ຄາ​ລົງ​ໃນ​ການ​ແລກ​ປ່ຽນ​ກັບ​ເງິນ​ໂດ​ລາ ສູ່​ລະ​ດັບ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ ໃນ​ຮອບ​ທົດ​ສະ​ວັດ​ກວ່າໆ.

The next round of trade talks between the United States and China might not happen, President Donald Trump told reporters Friday.

Asked by VOA if he would cancel the talks scheduled to be held in Washington, Trump replied, "Maybe," acknowledging the discussions are set for next month but "whether or not they're canceled, we'll see."

The president began a 30-minute question-and-answer session with journalists on the White House South Lawn by declaring, "We're not ready to make a deal" with China amid an escalating trade war, after the previous round of talks broke down in Shanghai last week.

"We have no choice but to do what we're doing," Trump said of two rounds of punitive tariffs he has imposed on China.

"As of this moment, they're having the worst year they've had in many, many years," he said of China.

"We have all the cards," he added.

Trump was asked about reports his administration is going to delay granting licenses for American companies to restart sales to Chinese telecommunications giant Huawei. The president replied, "We're not doing business with Huawei," but that could change if there is a trade deal.

The Trump administration, in May, blacklisted Huawei, alleged to have deep ties to China's military, for national security concerns, preventing it from buying semiconductor chips made in the United States. But Trump last month agreed to give "timely license decisions," to allow companies such as Broadcom and Google to sell to Huawei.

The move to delay issuing those licenses came after Beijing announced it is halting the purchasing of American agricultural products in retaliation for Trump's new round of threatened tariffs. Beijing also allowed its currency to drop against the dollar to a level not seen in more than a decade.

A number of economists warn the trade war between the world's two biggest economic powers could hurt growth globally, in part due to disruption of supply chains and less efficient production.

The International Monetary Fund and the World Bank have downgraded their forecasts for economic growth this year.

Trump is calling for a weaker dollar and lower U.S. interest rates. He said on Friday the Federal Reserve should cut them by one percent, and has criticized China's currency moves.

However, he acknowledged to reporters as he departed the White House that the drop in the value of the yuan appears to be keeping the price of some Chinese exports from rising.

Trump has repeatedly promised that American consumers will not pay more for key goods and that the country's farmers, who sell the Chinese soybeans, pork and other agricultural products, will not be hurt by the trade war.

XS
SM
MD
LG