ຂ້າຫຼວງໃຫຍ່ດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ, ທ່ານ ນາງມິແຊລ ບາ
ຊາເລັດ, ໄດ້ກ່າວປະນາມ ການຍິງສັງຫານໝູ່ສອງຄັ້ງ ທີ່ໄດ້ເອົາຊີວິດຂອງປະຊາຊົນ
ຢ່າງໜ້ອຍ 31 ຄົນໃນ ສະຫະລັດ ໃນອາທິດທີ່ຜ່ານມາ. ທ່ານນາງ ບາຊາເລັດ ໄດ້ໃຫ້
ການສະໜັບສະໜຸນຕໍ່ມາດຕະການໆຄວບຄຸມປືນທີ່ເຂັ້ມງວດ ເພື່ອປ້ອງກັນການໂຈມ
ຕີແນວນັ້ນ. ລີຊາ ສໄລນ໌ ມີລາຍງານສຳລັບວີໂອເອຈາກນະຄອນ ເຈນີວາ, ເຊິ່ງ ພຸດທະ
ສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ຫ້ອງການສິດທິມະນຸດຂອງ ອົງການສະຫະປະຊາຊາດ ໄດ້ເຕືອນວ່າອາຊະຍາກຳຄຽດ
ຊັງປາກົດວ່າຈະເພີ່ມຂຶ້ນໃນ ສະຫະລັດ, ໂດຍກ່າວເນັ້ນວ່າ ຈະມີການເພີ່ມຂຶ້ນໃນການ
ໂຈມຕີທີ່ຮຸນແຮງໃສ່ໂບດສາສະໜາ ຢິວ, ວັດອິສລາມ, ໂບດ ຄຣິສຕຽນ ແລະ ພວກຮັກ
ຮ່ວມເພດ.
ອົງການສະຫະປະຊາຊາດກ່າວວ່າ ການໂຈມຕີດັ່ງກ່າວນີ້ ບໍ່ວ່າແນວໃດກໍຕາມ ໄດ້ມີຕົ້ນ
ກຳເນີດມາຈາກການແບ່ງແຍກເຊື້ອຊາດ, ໂຣກຢ້ານຄົນຕ່າງປະເທດ, ການບໍ່ມີຄວາມ
ອົດກັ້ນ, ການຈຳແນກກີດກັນ ແລະ ການເຊື່ອວ່າຄົນຂາວເປັນຄົນທີ່ດີສຸດຍອດ. ເຂົາ
ເຈົ້າເວົ້າວ່າ ຄົນທີ່ຢູ່ໃນຕຳແໜ່ງທີ່ມີອຳນາດຕ້ອງລະມັດລະວັງ ກ່ຽວກັບ ສິ່ງທີ່ເຂົາເຈົ້າ
ເວົ້າອອກມາ ເພາະວ່າຄຳເວົ້າແມ່ນສຳຄັນ.
ໂຄສົກຂ້າຫຼວງໃຫຍ່ອົງການສະຫະປະຊາຊາດ, ທ່ານ ຣູເຜີດ ໂຄລວິລ, ເວົ້າວ່າ ບັນດາ
ເຈົ້າໜ້າທີ່ແມ່ນຮັບຜິດຊອບ ສຳລັບການຮັບປະກັນວ່າ ການກະທຳຂອງເຂົາເຈົ້າ ຈະບໍ່
ເປັນການສົ່ງເສີມທັດສະນະຄະຕິທົ່ວໄປທີ່ເປັນແງ່ລົບ ທີ່ຈະນຳໄປສູ່ການລະບາດຂອງ
ຄວາມຮຸນແຮງ, ຄືທີ່ໄດ້ເກີດຂຶ້ນໃນລັດ ເທັກຊັສ ແລະ ໂອໄຮໂອ ຂອງ ສະຫະລັດ.
ທ່ານ ໂຄລວິລ ໄດ້ກ່າວວ່າ “ພວກເຮົາເປັນຫ່ວງວ່າ ຂໍ້ຄວາມປະເພດນີ້ ບໍ່ພຽງແຕ່ຈະປະ
ນາມ ແລະ ກີດກັນຄົນກຸ່ມນ້ອຍ, ຜູ້ຍົກຍ້າຍຖິ່ນຖານ, ອົບພະຍົບ, ແມ່ຍິງ, ຄົນຮັກຮ່ວມ
ເພດ ແລະ ອື່ນໆເທົ່ານັ້ນ. ແຕ່ເຂົາເຈົ້າຍັງໄດ້ເຮັດໃຫ້ຄົນທີ່ເປັນເປົ້າໝາຍ ແລະ ຊຸມຊົນ
ຕ່າງໆມີຄວາມສ່ຽງ ຕໍ່ການແກ້ແຄ້ນ ແລະ ການໂຈມຕີຕ່າງໆ ທີ່ມັນກ່ຽວຂ້ອງກັບເຈົ້າ
ໜ້າທີ່ທຸກຄົນ, ຢູ່ທຸກບ່ອນ.”
ເມື່ອສາມປີທີ່ຜານມາ, ລຸນຫຼັງການສັງຫານໝູ່ 49 ຄົນຢູ່ ໄນທ໌ຄລັບ ກະເທີຍ ໃນເມືອງ
ອໍແລນໂດ ລັດ ຟລໍຣິດາ ນັ້ນ, ຂ້າຫຼວງໃຫຍ່ດ້ານສິດທິມະນຸດຄົນກ່ອນ ທ່ານ ເຊດຣາ’ອາດ
າລ ຮຸສເຊນ ໄດ້ຮຽກຮ້ອງໃຫ້ລັດຖະບານ ວໍຊິງຕັນ ຫ້າມການໃຊ້ອາວຸດເຄິ່ງອັດຕະໂນມັດ
ແລະ ຮັບເອົາມາດຕະການການຄວບຄຸມອາວຸດອື່ນໆ ເພື່ອປ້ອງກັນການເຂັ່ນຂ້າກັນຕໍ່ໄປ.
ທ່ານ ໂຄລວິລ ກ່າວວ່າ ຂ້າຫຼວງໃຫຍ່ຄົນປັດຈຸບັນ, ທ່ານນາງ ມິແຊລ ບາຊາເລັດ ໄດ້
ຮັບຮອງເອົາຖະແຫຼງການດັ່ງກ່າວຢ່າງເຕັມທີ່.
ທ່ານ ໂຄລວິລ ໄດ້ກ່າວວ່າ “ທ່ານໄດ້ຮຽກຮ້ອງ ສະຫະລັດ ເປັນພິເສດໃຫ້ປະຕິບັດຕາມ
ພັນທະຂອງເຂົາເຈົ້າ ເພື່ອປົກປ້ອງປະຊາຊົນຂອງເຂົາເຈົ້າຈາກ ແລະ ຂ້າພະເຈົ້າກ່າວ
ຢ້ຳວ່າ “ຄວາມຢ້ານກົວໃນສະຖານທີ່ທົ່ວໄປ ແຕ່ເປັນການກະທຳຄວາມຮຸນແຮງ ທີ່ສາ
ມາດປ້ອງກັນໄດ້ ເຊິ່ງມີຜົນໂດຍກົງຈາກການຄວບຄຸມປືນຢ່າງບໍ່ມີປະສິດທິພາບ.”
ທ່ານ ໂຄລວິລ ໄດ້ກ່າວຕໍ່ວີໂອເອວ່າ ມັນງ່າຍຫຼາຍທີ່ຈະໃຫ້ເຫດຜົນຄວາມຮຸນແຮງຈາກ
ປືນໃສ່ຄວາມເຈັບປ່ວຍທາງຈິດ. ທ່ານເວົ້າວ່າ ຄວາມເຈັບປ່ວຍທາງຈິດອາດແມ່ນປັດ
ໄຈນຶ່ງໃນບາງກໍລະນີ, ແຕ່ບໍ່ແມ່ນທຸກຢ່າງ. ທ່ານເວົ້າວ່າ ມັນມີຫຼາຍເຫດຜົນວ່າ ເປັນ
ຫຍັງຄົນຈຶ່ງຫາທາງ ໃຊ້ຄວາມຮຸນແຮງ, ເຊັ່ນການຊັງຢ່າງບໍ່ມີເຫດຜົນ ສຳລັບກຸ່ມໃດ
ກຸ່ມນຶ່ງ ຫຼື ອາຊະຍາກຳໃດນຶ່ງ.
ຖ້າປືນຍາວຫາກຍັງມີຂາຍຢູ່, ໂຄສົກອົງການສະຫະປະຊາຊາດເວົ້າວ່າ, ມັນຈະມີ
ຄວາມສ່ຽງທີ່ວ່າຄົນຈະໃຊ້ມັນ.