ໃນຕອນເຊົ້າຂອງວັນທີ 2 ມີນາ ປີ 2012, ທ້າວ ໂມຮຳມັດ ຢູນັສ ໄດ້ຂຶ້ນເຮືອໄມ້ທີ່ຊຸດ
ໂຊມລຳນຶ່ງ ຢູ່ຊາຍຝັ່ງຕາເວັນອອກໄກຂອງປະເທດ ບັງກລາແດັສ ພ້ອມກັບເພື່ອນຊາວ
ມຸສລິມ ໂຣຮິງຢາ ປະມານ 100 ຄົນຈາກສູນອົບພະຍົບຂະໜາດໃຫຍ່ຂອງເມືອງ
ຄັອກສ໌ ບາຊາ.
ທ້າວ ຢູນັສ, ໃນເວລານັ້ນມີອາຍຸ 22 ປີ, ໄດ້ຫຼົບໜີອອກຈາກປະເທດບ້ານເກີດ ມຽນມາ
ເມື່ອບໍ່ດົນມານີ້, ບ່ອນທີ່ການປະທະກັນນອງເລືອດ ລະຫວ່າງຊາວມຸສລິມ ກັບ ຊາວພຸດ
ໄດ້ເຮັດໃຫ້ຊາວ ໂຣຮິງຢາ ຫຼາຍພັນຄົນຕ້ອງໜີອອກຈາກບ້ານຂອງເຂົາເຈົ້າ. ເຖິງແມ່ນ
ວ່າຈະມີຄວາມປອດໄພໃນປະເທດ ບັງກລາແດັສ ກໍຕາມ, ທ້າວ ຢູນັສ ໄດ້ພົບວ່າຊີວິດ
ໃນສູນທີ່ເຕັມໄປດ້ວຍຜູ້ຄົນແມ່ນບໍ່ສາມາດທົນຢູ່ໄດ້. ລາວບໍ່ເຫັນອະນາຄົດສຳລັບລາວ
ຢູ່ທີ່ນັ້ນຫຼາຍໄປກວ່າໃນ ມຽນມາ, ບ່ອນທີ່ຊາວ ໂຣຮິງຢາ ໄດ້ຖືກປະຕິເສດສັນຊາດ
ແລະ ປະເຊີນກັບການກົດຂີ່ຂູດຮີດຢ່າງໜັກ.
ຫຼັງຈາກໄດ້ຄ້າງຢູ່ທະເລ 11 ວັນ, ແລະ ການຫຼົບໜີເຈົ້າໜ້າທີ່ສາມຄັ້ງໃນປ່າຂອງປະ
ເທດ ໄທ ນັ້ນ, ທ້າວ ຢູນັສ ໄດ້ຖືກລັກນຳຕົວເຂົ້າໄປໃນປະເທດ ມາເລເຊຍ, ບ່ອນທີ່
ລາວໄດ້ຫວັງວ່າຈະສືບຕໍ່ບ່ອນທີ່ຊີວິດຂອງລາວ ໄດ້ຢຸດລົງຢ່າງກະທັນຫັນນັ້ນ. ແຕ່
ເຈັດປີຕໍ່ມາ, ລາວຮູ້ສຶກວ່າ ຊີວິດຂອງລາວຍັງຢຸດຢູ່ຄືເກົ່າ.
ເຖິງແມ່ນ ມາເລເຊຍ ຈະອະນຸຍາດໃຫ້ອົບພະຍົບລົງທະບຽນກັບອົງການອົບພະຍົບ
ສະຫະປະຊາຊາດຫຼື UNHCR ກໍຕາມ, ປະເທດດັ່ງກ່າວກໍບໍ່ໄດ້ສະໜອງການຊ່ວຍ
ເຫຼືອ ແລະ ປະຕິເສດບໍ່ໃຫ້ເຂົາເຈົ້າມີສິດເຮັດວຽກ, ແຕ່ໃນເວລາດຽວກັນກໍໄດ້ເກັບຄ່າ
ປະກັນສຸຂະພາບນຳເຂົາເຈົ້າ. ກຸ່ມປົກປ້ອງສິດທິມະນຸດກ່າວວ່າ ນັ້ນໄດ້ເຮັດໃຫ້ອົບ
ພະຍົບສ່ວນຫຼາຍ ມີທາງເລືອກທີ່ນ້ອຍ ແຕ່ຕ້ອງເຮັດວຽກຢ່າງໜັກ ໃນເງົາມືດຂອງ
ເສດຖະກິດຂອງປະເທດດັ່ງກ່າວ, ບ່ອນທີ່ເຂົາເຈົ້າຈະຕົກເປັນເຫຍື່ອຂອງຜູ້ຈ້າງງານ
ທີ່ກຽມພ້ອມທີ່ຈະເອົາລັດເອົາປຽບຈາກການຄວາມໝົດຫວັງຂອງເຂົາເຈົ້າ, ດ້ວຍການ
ຈ່າຍເງິນໃຫ້ເຂົາເຈົ້າໜ້ອຍກວ່າຄົນອື່ນ ຫຼື ບໍ່ໄດ້ຈ່າຍເລີຍ. ພວກອົບພະຍົບຍັງຖືກ
ຫ້າມຈາກການເຂົ້າໂຮງຮຽນລັດ, ເຊິ່ງຕັດເຂົາເຈົ້າອອກຈາກເສັ້ນທາງທີ່ນຳໄປສູ່ການ
ປັບປຸງສະຖານະການຂອງເຂົາເຈົ້າ.