ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຕົກລົງ ວ່າດ້ວຍຄົນເຂົ້າເມືອງ ລະຫວ່າງ ສຫລ ແລະ ກົວເຕມາລາ ໄດ້ຮັບປະຕິກິລິຍາ ແຕກຕ່າງກັນໄປ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ (ກາງ) ກຳລັງເບິ່ງ ໃນຂະນະທີ່ ທ່ານເອັນຣີເກ ດີເຈັນຮາຣຕ໌ (ຊ້າຍ) ແລະລັດຖະມົນຕີຮັກສາການ ກະຊວງຮັກສາຄວາມປອດໄພ ພາຍໃນ ສະຫະລັດ ທ່ານແຄເວິນ ແມັກອາລີເນັນ (ຂວາ) ປ່ຽນເອກກະສານຂໍ້ຕົກລົງ, ກ່ຽວຂ້ອງກັບພວກຂໍລີ້ໄພ…
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ (ກາງ) ກຳລັງເບິ່ງ ໃນຂະນະທີ່ ທ່ານເອັນຣີເກ ດີເຈັນຮາຣຕ໌ (ຊ້າຍ) ແລະລັດຖະມົນຕີຮັກສາການ ກະຊວງຮັກສາຄວາມປອດໄພ ພາຍໃນ ສະຫະລັດ ທ່ານແຄເວິນ ແມັກອາລີເນັນ (ຂວາ) ປ່ຽນເອກກະສານຂໍ້ຕົກລົງ, ກ່ຽວຂ້ອງກັບພວກຂໍລີ້ໄພ…

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຜູ້ທີ່ໄດ້ຊຸກຍູ້ຢ່າງໜັກ ເພື່ອໃຫ້ການລັ່ງ
ໄຫລ ຂອງພວກຄົນເຂົ້າເມືອງຊ້າລົງນັ້ນ ໄດ້ກ່າວໃນວັນສຸກຜ່ານມານີ້ ວ່າ ຂໍ້ຕົກລົງ
“ປະເທດທີສາມທີ່ປອດໄພເພື່ອຂໍລີ້ໄພ” ແມ່ນຈະຕ້ອງໃຫ້ພວກຂໍລີ້ໄພ ທີ່ກຳລັງເດີນ
ທາງຜ່ານກົວເຕມາລານັ້ນ ໃຫ້ຂໍພັກພິງຢູ່ນະທີ່ນັ້ນ ບໍ່ແມ່ນໃນສະຫະລັດ. ຜູ້ໃດກໍຕາມ
ທີ່ບໍ່ປະຕິບັດຕາມ ຈະຖືກສົ່ງກັບຄືນໄປຍັງກົວເຕມາລາ.

ພວກຄົນເຂົ້າເມືອງເຫຼົ່ານັ້ນ ໂດຍສ່ວນໃຫຍ່ເດີນທາງມາຈາກ ປະເທດແອລຊາລວາດໍ
ຫຼື ຮອນດູຣາສ.

ຂໍ້ຕົກລົງດັ່ງກ່າວ ໄດ້ຖືກລົງນາມໃນນະຄອນຫຼວງວໍຊິງຕັນ ໃນວັນສຸກນີ້ ໂດຍທ່ານ
ແຄບວິນ ແມັກອາລີເນັນ ຮັກສາການຊົ່ວຄາວລັດຖະມົນຕີ ກະຊວງຮັກສາຄວາມປອດ
ໄພພາຍໃນຂອງສະຫະລັດ ແລະລັດຖະມົນຕີ ກະຊວງພາຍໃນຂອງກົວເຕມາລາ ທ່ານ
ເອັນຣີເກ ດີເຈັນຮາຣຕ໌.

ທ່ານ ຈໍແດນ ໂຣດາສ ຜູ້ຖືກແຕ່ງຕັ້ງຕາງໜ້າກຸ່ມສິດທິມະນຸດຂອງກົວເຕມາລາ ໄດ້
ສອບຖາມເຖິງຄວາມຖືກຕ້ອງ ຂອງຂໍ້ຕົກລົງດັ່ງກ່າວ ໂດຍກ່າວວ່າ ລັດຖະທຳມະນູນ
ຂອງປະເທດຕົນນັ້ນ ບໍ່ອະນຸຍາດໃຫ້ລັດຖະມົນຕີ ລົງນາມໃນຂໍ້ຕົກລົງ. ທ່ານໄດ້ຮຽກ
ຮ້ອງໃຫ້ລັດຖະສະພາ ສຶກສາເບິ່ງຂໍ້ຕົກລົງຢ່າງຖີ່ຖ້ວນ.

ກຸ່ມປົກປ້ອງສິດທິ Amnesty International ໄດ້ເອີ້ນຂໍ້ຕົກລົງດັ່ງກ່າວວ່າ “ເປັນຕາ
ໜ່າຍຫຼາຍ” ໂດຍກ່າວອີກວ່າ “ບໍ່ມີຂໍ້ສົງໄສເລີຍວ່າ ກົວເຕມາລາ ບໍ່ຄວນຖືກພິຈາ
ລະນາ ໃຫ້ເປັນບ່ອນພັກພິງທີ່ປອດໄພເລີຍ.”

ກຸ່ມປົກປ້ອງສິດທິນີ້ ໄດ້ກ່າວຕື່ມວ່າ ຂໍ້ຕົກ “ບ່ອນປອດໄພແຫ່ງທີສາມ” ອາດຈະຖືກ
ຕ້ອງຕາມກົດໝາຍໄດ້ ຖ້າຫາກ ພວກອາດທີ່ຈະເປັນຄົນຂໍລີ້ໄພ ຈະຖືກສົ່ງໄປ
ປະເທດທີສາມ ທີ່ປອດໄພຢ່າງແທ້ຈິງ.

ກົວເຕມາລາ ເປັນປະເທດນຶ່ງ ທີ່ມີອັດຕາການຂາດຕະກຳທີ່ສູງທີ່ສຸດໃນໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG