ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ສານ​ສູງ​ສຸດ ສ​ຫລ ຕັດ​ສິນ​ວ່າ ປ. ທ​ຣຳ ສາ​ມາດ​ໃຊ້​ເງິນ ທຳ​ນຽບ​ຫ້​າ​ແຈ ເພື່ອ​ສ້າງ​ກຳ​ແພງ


ຮູບ​ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.
ຮູບ​ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.

ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ໄດ້​ຕັດ​ສິນ 5 ຕໍ່ 4 ເຫັນ​ດີ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ​ ສາ​ມາດ​ໃຊ້​ເງິນ​ຫຼາຍ​ພັນ​ລ້ານ​ໂດ​ລາ ເພື່ອ​ດຳ​ເນີນການ​ຕໍ່​ໄປ ກ່ຽວ​ກັບ​ກາ​ນ​ກໍ່​ສ້າງກຳ​ແພງ​ຊາຍ​ແດນສະ​ຫະ​ລັດ ຕິດ​ກັບ​ເມັກ​ຊິ​ໂກທີ່​ເປັນ​ສັນ​ຍາ​ລັກ​ຂອງ​ທ່ານ​ ໃນ​ລະ​ຫວ່າງ​ການໂຄ​ສະ​ນາ​ຫາ​ສຽງນັ້ນ.

ການ​ຕັດ​ສິນ ​ໃນ​ວັນ​ສຸກວານນີ້ ແມ່ນ​ໄດ້​ຕ່າວ​ປີ້ນ ການ​ສັ່ງ​ໃຫ້​ກັກ​ເງິນ 2 ພັນ 500 ລ້ານ​ໂດ​ລາຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໂດຍ​ສານ​ຊັ້ນ​ຕົ້ນ ແລະ​ການຟ້ອງ​ຢູ່​ໃນ​ສານ​ອຸ​ທອນ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ມັນ​ເປັນ​ໄຊ​ຊະ​ນະ​ອັນ​ໃຫຍ່​ສຳລັບ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ ແລະ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ.”

ທ່ານ ດ​ຣໍ ລາ​ດິນ (Dror Ladin) ທະ​ນາຍ​ຄວາມທີ່​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ໂຄງການ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ຂອງສະ​ຫະ​ພັນ​ສິດ​ທິ​ພົນ​ລະ​ເມືອງ​ອາເມ​ຣິ ​ກັນກ່າວ​ຕໍ່​ອົງ​ການ​ຂ່າວ AFP ຂອງ​ຝ​ຣັ່ງ​ວ່າ “ປະ​ຊາ​ຄົມ​ໃນ​ເຂດ​ຊາຍ​ແດນ ສິ່ງແວດ​ລ້ອມ ແລະ​ການ​ແບ່ງ​ແຍກ​ອຳ​ນາດ​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ພວກ​ເຮົາ​ຈະໄດ້​ຮັບ​ຄວາມ​ເສຍ​ຫາຍຢ່າງ​ເປັນ​ການ​ຖາ​ວອນ ຖ້າຫາກທ່ານ​ສາມາດ​ດຳ​ເນີນ​ການ​ຕໍ່​ໄປ​ໄດ້ ໃນການ​ປຸ້ນ​ສະ​ດົມ​ເອົາ​ເງິນກອງ​ທັບ ມາ​ສ້າງ​ກຳ​ແພງ​ຊາຍ​ແດນ​ຍ້ອນ​ຢ້ານກົວ​ຊາວ​ຕ່າງ​ຊາດ ທີ່​ລັດ​ຖະ​ສະ​ພາ​ໄດ້​ປະ​ຕິ​ເສດ​ໄປ​ນັ້ນ.”

In a 5 - 4 decision, the U.S. Supreme Court has ruled in favor of President Donald Trump, granting him access to billions of dollars to proceed with his signature campaign promise - construction ofa border wall along the U.S. boundary with Mexico.

Friday's ruling overturns a freeze on the $2.5 billion in Defense Department money imposed by a lower court and kept in place by an appeals court.

"Big WIN for Border Security and the Rule of Law!," Trump posted on Twitter.

Dror Ladin, an attorney with the American Civil Liberties Union national security project, told the French news agency AFP: "Border communities, the environment and our Constitution's separation of powers will be permanently harmed should Trump get away with pillaging military funds for a xenophobic border wall Congress denied."

XS
SM
MD
LG