ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍກວ່າ ນຶ່ງ​ພັນ​ຄົນ ພາ​ກັນ​ນັ່ງ​ປະ​ທ້ວງ ຢູ່​ສະ​ໜາມ​ບິນ​ສາ​ກົນ ຮົງ​ກົງ


ພວກ​ເດີ​ນ​ຂະ​ບວນ ໄປ​ໂຮມ​ນຸມ​ນຸມ​ກັນ ທີ່​ສະ​ໜາມບ​ິນ​ສາ​ກົນ​ຮົງ​ກົງ ເພື່ອ​ພາ​ກັນ​ນັ່ງ​ປະ​ທ້ວງ ໃນ​ວັນ​ສຸກມື້ນ​ີ້ (26 ກໍ​ລະ​ກົດ 2019)
ພວກ​ເດີ​ນ​ຂະ​ບວນ ໄປ​ໂຮມ​ນຸມ​ນຸມ​ກັນ ທີ່​ສະ​ໜາມບ​ິນ​ສາ​ກົນ​ຮົງ​ກົງ ເພື່ອ​ພາ​ກັນ​ນັ່ງ​ປະ​ທ້ວງ ໃນ​ວັນ​ສຸກມື້ນ​ີ້ (26 ກໍ​ລະ​ກົດ 2019)

ຫຼາຍກວ່ານຶ່ງ​ພັນ​ຄົນ ໄດ້​ໄປ​ນັ່ງ​ປະ​ທ້ວງ ຢູ່​ທີ່​ສະ​ໜາມ​ບິນ​ຮົງ​ກົງ ໃນ​ວັນ​ສຸກມື້ນີ້ ເພື່ອ​ເຕືອນ​ໃຫ້​ພວກ​ເດີນ​ທາງ​ຮູ້ ກ່ຽວ​ກັບ​ການ​ປະ​ທ້ວງ​ຢູ່​ໃນ​ຮົງ​ກົງ​ເມື່ອ​ບໍ່​ດົນ​ມານີ້ຊຶ່ງ​ສ່ວນ​ນຶ່ງ​ໄດ້​ພາ​ໃຫ້​ມີ​ການ​ບາດ​ເຈັບ​ເກີດ​ຂຶ້ນນັ້ນ.

ພວກ​ປະ​ທ້ວງ​ແລະ​ເຈົ້າ​ໜ້າ​ທີ່​ສະ​ໜາມ​ບິນ ທີ່​ພາ​ກັນ​ນຸ່ງ​ເຄື່ອງ​ດຳ​ນັ້ນ ຍັງ​ໄດ້​ຕ້ອງ​ຕິ​ການ​ຮັບ​ມື​ຂອງ​ຕຳ​ຫຼວດ ຕໍ່​ການ​ໂຈມ​ຕີ​ພວກ​ປະ​ທ້ວງ​ທີ່​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ.

ວີ​ດີ​ໂອ​ທີ່​ຖ່າຍ​ຈາກ​ໂທ​ລະ​ສັບ​ມື​ຖື​ ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ສື່​ສັງ​ຄົມ ສະ​ແດງ​ໃຫ້ເຫັນ​ວ່າ ພວກ​ໂຈມ​ຕີ​ແມ່ນ​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ອັນ​ທະ​ພານ Triad ໄດ້​ໂຈມ​ຕີ​ພວກ​ປະ​ທ້ວງ ດ້ວຍ​ທໍ່​ນ້ຳ ແລະ​ທ່ອນ​ໄມ້ ທີ່​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ​ຮົງ​ກົງ.

ພວກ​ປະ​ທ້ວງ ທີ່​ຮວມ​ທັງ​ກຸ່ມຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ຮ່າງກົດ​ໝາຍ ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ທີ່​ຖືກ​ໂຈະ​ໃນ​ເວ​ລານີ້ ເພື່ອ​ສົ່ງ​ໂຕ​ຊາວ​ຮົງ​ກົງ​ທີ່​ຖືກ​ຂໍ້​ຫາ​ອາ​ຍາ​ໄປ​ຈີນ ເພື່ອ​ດຳ​ເນີນ​ຄະ​ດີ​ຢູ່​ທີ່ນັ້ນ ຕະ​ຫຼອດ​ທັງ​ພວກ​ຮຽກ​ຮ້ອງໃຫ້​ປະ​ຕິ​ຮູບ​ປະ​ຊາ​ທິ​ປະ​ໄຕ ແລະ​ຍຸ​ຕິ​ການ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ​ຂອງ​ປັກ​ກິ່ງ​ຢູ່​ຮົງ​ກົງ.

ທ່ານ​ນາງ​ແຄ​ຣີ ແລມ ຜູ້​ປົກ​ຄອງ​ຮົງ​ກົງ ໄດ້​ຂໍ​ຂະ​ມາ​ໂທດ​ກ່ຽວ​ກັບ​ຄວາມ​ວຸ້ນ​ວາຍ​ຂອງ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ແລະ​ປະ​ກາດ​ວ່າ ມັນ “ຕາຍ​ໄປ” ແລ້ວ.

ສ່ວນ​ການ​ປະ​ທ້ວງ​ອີກ​ຄັ້ງ​ນຶ່ງ ແມ່ນ​ວາງ​ແຜນ​ກັນ​ໃສ່​ວັນ​ເສົາ​ມື້​ອື່ນທີ່​ຄຸ້ມ​ເຢິນລອງ ຊຶ່ງ​ເປັນ​ຄຸ້ມ​ທີ່​ພວກ​ກຸ່ມ​ອັນ​ທະ​ພານ ໂຈມ​ຕີ​ຜູ້​ຄົນ​ຢູ່​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ ໃນ​ມື້​ວັນ​ອາ​ທິດ​ຜ່ານ​ມາ​ ຫຼັງ​ຈາກ​ໄດ້​ມີ​ການ​ໂຮມ​ຊຸມ​ນຸມ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ຂະ​ໜາດ​ໃຫຍ່​ທີ່ນັ້ນ. ມີ​ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ​ເວ​ລານີ້ ມີ 6 ຄົນ​ແລ້ວ​ຖືກ​ຈັບ ແລະ​ຕຳ​ຫຼວດ​ກ່າວ​ວ່າ ຈຳ​ນວນ​ນຶ່ງ​ແມ່ນ​ພົວ​ພັນ​ກັບ​ກຸ່ມ​ອັນ​ທະ​ພານ.

More than one thousand people staged a sit-in at the Hong Kong airport Friday, alerting visitors to the recent demonstrations in the metropolis, some of which have resulted in casualties.

The demonstrators and airport staff, dressed in black also criticized the police response to attacks on pro-democracy protesters.

Cellphone video that appeared on social media shows assailants alleged to be Triad gangsters attacking protesters with pipes and poles at a Hong Kong subway station Sunday.

The protests stem from a call to end the now-suspended bill to extradite Hong Kong residents charged with criminal offenses to China for trial as well as demonstrations for democratic reforms and an end to Beijing's tighter grip on the territory.

Hong Kong executive Carrie Lam apologized for the turmoil the extradition bill has caused and declared it "dead."

Another march is planned for Saturday in Yuen Long, the neighborhood where a mob of white-clad men brutally attacked people at a rail station last Sunday following a large pro-democracy rally. Dozens were injured and six arrested, with police alleging some had gang ties.

XS
SM
MD
LG