ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນິວ​ເດ​ລີ ຂໍ​ໃຫ້​ ປ. ທ​ຣຳ ຊ່ວຍ​ໄກ່​ເກ່ຍ ບັ​ນ​ຫາຂັດ​ແຍ້ງ ຢູ່ແຄວ້ນ​ແຄັ​ສ​ເມຍ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອິນ​ເດຍ ທ່ານ​ຊູບ​ຣາ​ແມນ​ຢາມ ໄຈ​ຊານ​ກາ ​ພວມຖະ​ແຫຼງ​ປະ​ຕິ​ເສດ ກ່ຽວ​ກັບ​ການ​ຂໍ​ຮ້ອງ ຂອງ​ອິນ​ເດຍ, ວັນທີ 6 ມິຖຸນາ 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອິນ​ເດຍ ທ່ານ​ຊູບ​ຣາ​ແມນ​ຢາມ ໄຈ​ຊານ​ກາ ​ພວມຖະ​ແຫຼງ​ປະ​ຕິ​ເສດ ກ່ຽວ​ກັບ​ການ​ຂໍ​ຮ້ອງ ຂອງ​ອິນ​ເດຍ, ວັນທີ 6 ມິຖຸນາ 2019.

ພາ​ຍຸ​ການ​ເມືອງ​ ໄດ້​ລະ​ເບີດ​ຂຶ້ນ ​ຢູ່​ໃນ​ປະ​ເທດ​ອິນ​ເດຍ ກ່ຽວ​ກັບ​ການ​ໃຫ້​ຄວາມ​ເຫັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ທີ່​ວ່ານາ​ຍົກ​ລັດຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣນດ​ຣາ ໂມ​ດີ ໄດ້​ຂໍ​ໃຫ້​ທ່ານ​ຊ່ວຍ​ໄກ່​ເກ່ຍ ບັນ​ຫາຂັດ​ແຍ້ງ​ທີ່​ມີ​ມາ​ດົນ​ນານ ລະ​ຫວ່າງ​ນິວ​ເດ​ລີແລະ​ອິ​ສ​ລາ​ມາ​ບັດ ກ່ຽວ​ກັບ​ແຄວ້ນ ​ແຄັ​ສ​ເມຍ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ໄດ້​ຂໍ​ຂອບໃຈທ່ານ​ທ​ຣຳ ແລະ​ສະ​ແດງ​ຄວາມ​ແປກ​ໃຈ ຕໍ່​ປະ​ຕິ​ກິ​ລິ​ຍາ​ຂອງ​ອິນ​ເດຍ. ​ນັກ​ຂ່າວການ​ທູດ​ຂອງວີ​ໂອ​ເອ Cindy Saine ມີ​ລາຍ​ງານ​ເລື້ອງນີ້ ຈາກ​ກະ​ຊວງ​ການຕ່າງ​ປະ​ເທດ ຊຶ່ງ ໄພ​ສານຈະນຳເອົາ ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ແຄວ້ນ​ແຄັ​ສ​ເມຍ ຊຶ່ງ​ເປັນ​ດິນ​ແດ​ນ​ທີ່​ສວຍສົດ​ງົດ​ງາມ​ເທິງ​ພູ​ຫິ​ມະ​ໄລ ແຕ່​ມີ​ການ​ແບ່ງ​ແຍກ​ທີ່​ອິນ​ເດຍແລະ​ປາ​ກິ​ສ​ຖານ ຕ່າງ​ກໍ​ອ້າງວ່າ​ເປັນ​ຂອງ​ຕົນ ແລະນັບ​ແຕ່​ປີ 1947 ເປັນ​ຕົ້ນ​ມາ ປະ​ເທດ​ເພື່ອນ​ບ້ານ​ນິວ​ເຄ​ລຍ​ທັງ​ສອງ ໄດ້​ເຮັດ​ສົງ​ຄາມ​ຍາດ​ດິນ​ແດນ​ດັ່ງ​ກ່າວ​ ມາສອງ​ຄັ້ງ​ແລ້ວ.

ໃນ​ລະ​ຫວ່າງການມາ​ຢ້ຽມ​ຢາມ​ທຳ​ນຽບ​ຂາວ ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣ່ານ ຄານ ໃນ​ວັນ​ຈັນ​ຜ່ານ​ມານີ້ ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ໄດ້​ກ່າວກ່ຽວ​ກັບ​ບັນ​ຫານີ້​ວ່າ:

“ເມື່ອ​ຂ້າ​ພະ​ເຈົ້​າຢູ່​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂມ​ດີ ເມື່ອ​ສອງ​ອາ​ທິດ​ກ່ອນ ແລ​ະ​ພວກ​ເຮົາ​ໄດ້​ໂອ້​ລົມ​ກັນ​ກ່ຽວ​ກັບ​ເລື້​ອງນີ້ ແລະ​ທ່ານ​ໄດ້​ກ່າວ​ວ່າ ທ່ານ​ຢາກ​ຈະ​ຊ່ວຍ​ເປັນຄົນ​ກາງ ​ຫຼື​ຜູ້​ໄກ່ເກ່ຍ​ບໍ? ຂ້າ​ພະ​ເຈົ້າ​ກ່າວ​ວ່າ ຢູ່​ໃສ? ທ່ານ​ກ່າວ​ວ່າ ​ຢູ່ແຄັ​ສ​ເມຍ ຍ້ອນ​ເລື້ອງນີ້​ໄດ້​ດຳ​ເນີນ​ມາ​ຫຼາຍໆ​ປີ​ແລ້ວ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ແປກ​ໃຈ​ຢູ່​ວ່າ ມັນ​ໄດ້ດຳ​ເນີນ​ມາ​ດົນ​ປານ​ໃດ​ແລ້ວ.”

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ທ​ຣຳ​ແມ່ນ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ​ຈ​າກ​ການ​ເອົາ​ທ່າ​ທີ​ມາ​ເປັນ​ເວ​ລາ​ດົນ​ນານ​ຂອງວໍ​ຊິງ​ຕັນ​ທີ່​ວ່າ ບັນ​ຫາ​ຂັດ​ແຍ້ງ​ກ່ຽວ​ກັບ​ແຄວ້ນ​ແຄັ​ສ​ເມຍ​ຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ.

ນອກນັ້ນ ການ​ໃຫ້ຄວາມ​ເຫັນ​ດັ່ງ​ກ່າວ​ຍັງ​ໄດ້​ກໍ່​ໃຫ້​ເກີດ​ພາ​ຍຸ​ໄຟ​ຢູ່​ໃນອິນ​ເດຍໂດຍທີ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ອິນ​ເດຍ ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ອ້າງ​ທີ່​ວ່າ ອິນ​ເດ​ຍ​ໄດ້​ຮ້ອງ​ຂໍ ​ໃຫ້​ສະ​ຫະ​ລັດ​ຊ່ວຍ​ເຂົ້າ​ແຊກ​ແຊງ. ​ທ່ານ​ຊູບ​ຣາ​ແມນ​ຢຳ ໄຈ​ຊານ​ກາ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

Subrahmanyam Jaishankar Act

“ຂ້າ​ພະ​ເຈົ້າ​ຂໍ​ຮັບ​ປະ​ກັນ​ຕໍ່​ທຳ​ນຽບ​ຂາວ​ວ່າ ບໍ່​ໄດ້​ມີ​ການ​ຮ້ອງ​ຂໍ​ແບບນັ້ນ ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ນາ​ເຣັນ​ດ​ຣາ ໂມ​ດີ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ. ຂ້າ​ພະ​ເຈົ້າ​ຂໍ​ກ່າວຢ້ຳ ຂໍ​ກ່າວ​ຢ້ຳ​ວ່າ ບໍ່​ໄດ້​ມີ​ການ​ຮ້ອງ​ຂໍ​ແບບນັ້ນ ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕໍ່ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ.”

ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ໄດ້​ພົບ​ປະ​ກັບ​ລັດ​ຖ​ະ​ມົນ​ຕີການ​ຕ່າງ​ປະ​ເທດ​ສ​ະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໃນ​ວັນ​ອັງ​ຄານ​ຜ່ານ​ມາ​ແລະໄດ້​ກ່າວ​ຊົມ​ເຊີຍ​ທ່ານ​ທ​ຣຳ ເປັນ​ຢ່າງ​ສູງ ຊຶ່ງ​ທ່ານ​ກ່າວ​ວ່າ ເຂົ້າ​ໃຈທ່າ​ທີ​ຂອງ​ປາ​ກິ​ສ​ຖານ​ເປັນ​ຢ່າງ​ດີນັ້ນ.

ທ່ານ​ຄານ ກ່າວ​ຕໍ່​ສະ​ຖາ​ບັນ​ສັນ​ຕິ​ພາບ ທີ່​ຕັ້ງ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ວ່າ ບັນ​ຫາຂັດ​ແຍ້ງ​ຢູ່​ແຄວ້ນ​ແຄັ​ສ​ເມຍ ຍັງ​ສືບ​ຕໍ່​ເປັນ​ບັນ​ຫາ​ທ້າ​ທາຍ ຕໍ່​ການ​ເສີມ​ຂະ​ຫຍາຍສາຍ​ພົວ​ພັນ​ລະ​ຫວ່າງ​ປາ​ກິ​ສ​ຖານ​ແລະ​ອິນ​ເດຍ. ທ່ານ​ຄານກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ພວກ​ເຮົາ​ຕ້ອງ​ມີ​ສາຍ​ພົວ​ພັນ​ທີ່​ດີ​ກັບ​ທຸກ​ປະ​ເທດ​ເພື່ອນ​ບ້ານ ແຕ່​ບໍ່​ເປັນ​ຈັ່ງ​ໂຊກ ຍ້ອນບັນ​ຫາ​ຢູ່​ແຄວ້ນ​ແຄັ​ສ​ເມຍ​ ເວ​ລາ​ໃດ​ພວກ​ເຮົາ​ໄດ້​ພະ​ຍາ​ຍາມ ເວ​ລ​າ​ໃດ​ທີ່ສາຍ​ພົວ​ພັນ​ຂອງ​ພ​ວກ​ເຮົາ​ເລີ້ມ​ເຄື່ອນ​ໄຫວ​ໄປ​ໃນ​ທິດ​ທາງ​ທີ່​ຖືກ​ຕ້ອງກັບ​ອິນ​ເດຍເຫດ​ຮ້າຍ​ກໍ​ເກີດ​ຂຶ້ນ ແລະ​ທັງ​ໝົດ​ນັ້ນແມ່ນ​ກ່ຽວ​ຂ້ອງ​ກັບ​ແຄວ້ນ​ແຄັ​ສ​ເມຍ. ພວກເຮົາ​ຕ້ອງ​ໄດ້​ກັບ​ຄືນ​ໄປ​ບາດ​ກ້າວ​ທີ​ນຶ່ງອີກ.”

​ພວກ​ນັກ​ວິ​ເຄາະ​ບາງ​ຄົນ​ໄດ້​ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຫຼິງ​ເຫັນ​ຜົນ​ທີ່​ຈະ​ຕິດ​ຕາມ​ມາ​ຫຼື​ບໍ່ ​ໃນການ​ໃຫ້​ຄວາມ​ເຫັນກ່​ຽວ​ກັບເລື້ອງ​ທີ່​ເປັນ​ບັນ​ຫາ​ໂຕ້​ແຍ້ງ​ຢູ່ໃນ​ຂົງ​ເຂດ. ທ່ານ Michael Kugelman ​ຈາກ​ສະ​ຖາ​ບັນ​ວິ​ລ​ສັນ ກ່າວ​ວ່າ:

“ແນ່ນອນ ຢູ່​ໃນ​ປະ​ເທດ​ອິນ​ເດຍ ນັບ​ເປັນ​ເວ​ລາ​ຫຼາຍໆ​ປີ​ມາ​ແລ້ວ ທີ່​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ ແມ່ນ​ບໍ່​ຢາກ​ໃຫ້​ມີ​ການ​ໄກ່​ເກ່ຍ​ຈາກ​ພາຍ​ນອກ ບໍ່​ວ່າ​ໃນ​ຮູບ​ໃດກໍ​ຕາມ ຕໍ່​ບັນ​ຫາ​ຂັດ​ແຍ້ງ​ໃນ​ແຄວ້ນ​ແຄັ​ສ​ເມຍ ທັງ​ນີ້​ກໍ​ຍ້ອນ​ວ່າ ອີງ​ຕາມ​ອິນ​ເດຍແລ້ວ ບໍ່​ມີ​ຫຍັງ​ທີ່​ຈະ​ເຈ​ລະ​ຈາ​ກ່​ຽວ​ກັບ​ເລື້ອງນີ້.”

ແລະ​ຍັງ​ມີ​ຫຼາຍໆ​ຄົນ​ຖືກ​ປ່ອຍ​ໃຫ້​ຍັງ​ສົງ​ໄສ​ຢູ່​ວ່າ ຈະ​ມີ​ຜົນ​ກະ​ທົບ​ແນວ​ໃດ​ຕໍ່​ການໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ແຄວ້ນ​ແຄັສ​ເມຍໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳແລະ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທຳ​ນຽບ​ຂາວ​ຂອງ​ທ່ານ​ຄານ ຕໍ່​ຄວາມ​ສຳ​ພັນ​ໃນ​ອະ​ນາ​ຄົດ​ ລະຫວ່າງ​ສະ​ຫະ​ລັດ​ກັບ​ອິນ​ເດຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG