ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ຈອນ​ສັນ ຄາດ​ວ່າ ຈະ​ໄດ້​ຂຶ້ນ​ເປັນ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ອັງ​ກິດ


ສະ​ມາ​ຊິກ​ສະ​ພາ​ອັງ​ກິດ ທ່ານ Charlie Elphicke (ຊ້າຍ) ​
ໂອ້​ລົ​ມກັບ ທ່ານ Boris Johnson (ກາງ) ແລະ​ທ່ານ Doug Bannister, ​ປະ​ທານ​ຜູ້​ບໍ​ລິ​ຫານ​ຂອງບ​ໍລິ​ສັດ Port of Dover Ltd., ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ ເມືອງ Dover, ອັງ​ກິດ, 11 ກໍ​ລະ​ກົດ 2019.
ສະ​ມາ​ຊິກ​ສະ​ພາ​ອັງ​ກິດ ທ່ານ Charlie Elphicke (ຊ້າຍ) ​ ໂອ້​ລົ​ມກັບ ທ່ານ Boris Johnson (ກາງ) ແລະ​ທ່ານ Doug Bannister, ​ປະ​ທານ​ຜູ້​ບໍ​ລິ​ຫານ​ຂອງບ​ໍລິ​ສັດ Port of Dover Ltd., ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ ເມືອງ Dover, ອັງ​ກິດ, 11 ກໍ​ລະ​ກົດ 2019.

ພັກ​ນິ​ຍົມ​ແນວ​ທາງ​ເດີມຂອງ​ອັງ​ກິດ ຄາດວ່າ ຈະ​ປະ​ກາດ​ໃນ​ວັນ​ອັງ​ຄານ​ມື້​ນີ້ ທີ່​ວ່າ
ທ່ານ Boris Johnson ໄດ້​ຊະ​ນະການ​ເລືອກ​ຕັ້ງເພື່ອ​ເປັນຜູ້​ນຳ​ຄົນໃໝ່​ຂອງ​ພວກ​ຕົນ
ແລະຈະເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີຄົນ​ຕໍ່​ໄປຂອງ​ປະ​ເທດ.

ທ່ານ Johnson ​ແມ່ນ​ໄດ້​ຮັບ​ຄວາມ​ນິ​ຍົມ ໂດຍ​ເອົາ​ຊະ​ນະລັດ​ຖະ​ມົນ​ຕີ​ການ​ຕ່າງ​
ປະ​ເທດ ທ່ານ Jeremy Hunt ໃນ​ການ​ລົງ​ຄະ​ແນນ​ສຽງ ທີ່​ສິ້ນ​ສຸດ​ລົງໃນແລງ
​ວັນ​ຈັນ​ວານ​ນີ້.

ນາ​ຍົກ​ລັດ​ຖະ​ມົນ​ຕີຄົນ​ໃໝ່ ຈະ​ເຂົ້າ​ຮັບ​ໜ້າ​ທີ່ແທນ​ທ່ານ​ນາງ Theresa May
ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ໃນ​ຂະ​ນະ​ທີ່​ທ່ານ​ນາງ ລົງ​ຈາກ​ຕຳ​ແໜ່ງ
ຫຼັງ​ຈາກ​ທີ່ບໍ່​ສາ​ມາດ​ນຳ​ພາ​ອັງ​ກິດ ຖອນ​ຕົວ​ຫຼາຍໆ​ຄັ້ງ ອອກ​ຈາກ​ສະ​ຫະ​ພາບ
​ຢູ​ໂຣບ ຫຼື​ອີ​ຢູ ​ທີ່​ເອີ້ນ​ວ່າ Brexit ນັ້ນ.

ຂັ້ນ​ຕອນ​ການ​ດຳ​ເນີນ​ການ​ຂອງ Brexit ແມ່ນໝາຍຄວາມ​ວ່​າ​ຈະ​ເສັດ​ສິ້ນ​ລົງ​
ໃນ​ທ້າຍເດືອນ​ມີ​ນາ ແຕ່​ໃນຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ຂອງສະ​ຫະ​ພາບ​ຢູ​ໂຣບ ຫຼື EU ​
ໄດ້​ສະ​ແດງໃຫ້​ເຫັນ​ວ່າ ຕົນ​ບໍ່​ມີຄວາມສົນ​ໃຈໃນ​ການເຈ​ລະ​ຈາ​ຄືນ​ໃໝ່ກ່ຽວ​ກັບ
​ເງື່ອນ​ໄຂ​ໃນການ​ຖອນ​ຕົວນັ້ນ ​ທາງ​ສະ​ພາ​ອັງ​ກິດ ກໍໄດ້​ປະ​ຕິ​ເສດ 3 ຄັ້ງ ຈົນ​ເທົ່າ
​ເຖິງ​ປັດ​ຈຸ​ບັນ​ນີ້, ພວກ​ເພິ່ນ​ທັງ​ຫຼາຍ ໄດ້​ຕົກ​ລົງ​ກັນ ທີ່​ຈະ​ຍ້າຍ​ເສັ້ນ​ຕາຍ​ໄປໃສ່​
ວັນ​ທີ 31 ຕຸ​ລາ ນີ້.

ທ່ານ Johnson ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ພາຍ​ໃຕ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​
ເມ ແລະ​ເປັນ​ອະ​ດີດເຈົ້າ​ຄອງ​ນະ​ຄອນລອນດອນ ​ໄດ້​ສະ​ແດງ​ອອກ​ຊຶ່ງຄວາມເຕັມ​ໃຈ
ທີ່​ຈະ​ຖອນ​ອັງ​ກິດ ​ອອກ​ຈາກ EU ໃຫ້​ທັນກັບ​ເວ​ລາ ​ໂດຍ​ມີ​ຫລື ບໍ່​ມີ​ຂໍ້​ຕົກ​ລົງ​ກໍ​ຕາມ.
ບັນ​ດາ​ສະ​ມາ​ຊິກ​ສະ​ພາຫຼາຍໆ​ທ່ານ ແມ່ນ​ປະ​ຕິ​ເສດຕໍ່ການ ຖອນ​ຕົວ​ແບບ​ບໍ່​ມີ​ຂໍ້​ຕົກ​ລົງ
ຫຼື no-deal Brexit ໂດຍ​ກ່າວ​ວ່າ ການ​ເອົາ​ບາດ​ກ້າວ​ດັ່ງ​ກ່າວ​ນີ້ ຈະ​ສ້າງ​ຄວາມ​ປັ່ນ
​ປ່ວນ​ຕໍ່​ເສດ​ຖະ​ກິດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG