ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ເກົາຫຼີ​ເໜືອ ເອີ້ນ​ຕົນ​ເອງວ່າ ຫົວ​ໜ້າຂອງ "ປະ​ເທດອາ​ວຸດ​ນິວ​ເຄ​ລຍ"


ປະ​ຊາ​ຊົນ​ເບິ່ງ​ລາຍ​ການ​ຂ່າວ​ໂທ​ລະ​ພາບ ທີ່​ລ​າຍ​ງານ ກ່ຽວ​ກັບ ການ​ທົດ​ລອງ​ຍິງ​ອາ​ວຸດ​ນຳ​ວິ​ຖີຊະ​ນິດ​ໃໝ່ ພ້ອມ​ກັບ​ພາບ​ຂອງ​ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ, ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 18 ເມ​ສາ, 2019.
ປະ​ຊາ​ຊົນ​ເບິ່ງ​ລາຍ​ການ​ຂ່າວ​ໂທ​ລະ​ພາບ ທີ່​ລ​າຍ​ງານ ກ່ຽວ​ກັບ ການ​ທົດ​ລອງ​ຍິງ​ອາ​ວຸດ​ນຳ​ວິ​ຖີຊະ​ນິດ​ໃໝ່ ພ້ອມ​ກັບ​ພາບ​ຂອງ​ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ, ນະ​ຄອນຫຼວງ ໂຊ​ລ, ເກົາຫຼີ​ໃຕ້. 18 ເມ​ສາ, 2019.

ຜູ້​ນຳ​ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ອາດ​ພະ​ຍາ​ຍາມ​ທີ່​ຈະ​ຂະ​ຫຍາຍຄວາມ​ຊອບ​ທຳ​
ຂອງລະບອບການປົກຄອງຂອງທ່ານ, ດ້ວຍການເອີ້ນຕົນເອງວ່າເປັນຫົວໜ້າຂອງ
“ປະເທດອາວຸດນິວເຄລຍ” ໃນລັດຖະທຳມະນູນທີ່ໄດ້ມີການແກ້ໄຂໃໝ່, ແຕ່ຢູ່ນອກ
ນະຄອນຫຼວງ ພຽງຢາງ ນັ້ນ, ຕຳແໜ່ງທີ່ໄດ້ຕັ້ງຂຶ້ນມາໃໝ່ປາກົດວ່າໄດ້ເຮັດໃຫ້ຄຳໝັ້ນ
ສັນຍາ ກ່ຽວກັບ ການປົດອາວຸດນິວເຄລຍທີ່ທ່ານໄດ້ກ່າວໄວ້ນັ້ນອ່ອນແອລົງ, ອີງຕາມ
ການກ່າວຂອງບັນາຜູ້ຊ່ຽວຊານ.

ທ່ານ ເຄັນ ກອ​ສ (Ken Gause) ຜູ້​ອຳ​ນວຍ​ການ​ໂຄງ​ການ​ວິ​ເຄາະ ກ່ຽວ​ກັບ ຄູ່​ປໍ​ລະ​
ປັກ ທີ່ອົງການ CNA, ເຊິ່ງແມ່ນຄະນະວິໄຈທີ່ມີຫ້ອງຕັ້ງຢູ່ລັດ ເວີຈິເນຍ ໄດ້ກ່າວວ່າ
“ມັນສຳຄັນທີ່ຈະເຂົ້າໃຈວ່າ ລາວແມ່ນຜູ້ນຳລຸ້ນທີສາມ, ເຊິ່ງໝາຍຄວາມວ່າ ຄວາມ
ຊອບທຳຂອງລາວໂດຍພື້ນຖານແລ້ວ ແມ່ນອ່ອນແອກວ່າພໍ່ຂອງລາວ ແລະ ພໍ່ເຖົ້າ
ຂອງລາວ.”

ທ່ານ ກິມ, ໃນ​ຖາ​ນະ​ເປັນ​ຜູ້​ນຳ​ສືບ​ທອດ​ລຸ້ນ​ທີ​ສາມ​ຂອງ​ລະ​ບອບ​ການ​ປົກ​ຄອງ​ຜະ​
ເດັດການທີ່ພໍ່ຖົ້າຂອງທ່ານ, ທ່ານ ກິມ ອິລ ຊຸງ, ໄດ້ກໍ່ຕັ້ງຂຶ້ນໃນປີ 1948 ແລະ ພໍ່
ຂອງທ່ານ, ທ່ານ ກິມ ຈົງ ອິລ ໄດ້ສືບທອດຕໍ່ນັ້ນ, ໄດ້ປົກຄອງ ເກົາຫຼີເໜືອ ເປັນເວ
ລາແປດປີແລ້ວ ນັບຕັ້ງແຕ່ພໍ່ຂອງທ່ານໄດ້ເສຍຊີວິດ.

ພໍ່​ເຖົ້າ​ຂອງ​ທ່ານ​ໄດ້​ຖືກ​ຍົກ​ຍ້ອງ​ດັ່ງ​ກັບ “ຜູ້​ນຳ​ທີ່​ຍິ່ງ​ໃຫຍ່” ທ່ານ​ໄດ້​ເລີ່ມ​ໂຄງ​ການ​ນິວ​
ເຄລຍທີ່ພໍ່ຂອງທ່ານ ກິມ ໄດ້ພັດທະນາ.

ໃນ​ການ​ສືບ​ຕໍ່​ມູນ​ເຊື້ອ​ຂອງ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ກ່ອນ​ໜ້າ​ທ່ານ​ນັ້ນ, ບັນ​ດາ​ນັກ​ຊ່ຽວ​ຊານ​
ໄດ້ກ່າວວ່າ ທ່ານ ກິມ ອາດດີ້ນຮົນທີ່ຈະຮັກສາມູນເຊື້ອຂອງທ່ານບໍ່ໃຫ້ຊຸດໂຊມ.

ທ່ານ ເດັນ​ນິສ ວິ​ລ​ເດີ, ອະ​ດີດ​ຮອງ​ຜູ້​ຊ່ວຍ​ອຳ​ນວຍ​ການ ຂອງ​ອົງ​ການ CIA ປະ​ຈຳ​
ເຂດເອເຊຍຕາເວັນອອກ ແລະ ຕອນນີ້ເປັນອາຈານສອນຢູ່ມະຫາວິທະຍາໄລ
Georgetown ໄດ້ກ່າວວ່າ “ຜູ້ນຳປະຕິວັດດັ້ງເດີມມັກຈະມີລະດັບຄວາມຊອບທຳ
ສູງທີ່ສຸດ.”

ທ່ານ​ໄດ້​ກ່າວ​ຕື່​ວ່າ, “ແລ້ວ, ກັບ​ຜູ້​ນຳ​ທີ່​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ແຕ່​ລະ​ຄົນ, ຄວາມ
ຊອບທຳດັ່ງກ່າວຈະຫຼຸດໜ້ອຍລົງເພາະວ່າ ເຂົາເຈົ້າບໍ່ໄດ້ສ້າງເລື່ອງທີ່ກ້າຫານຂຶ້ນ
ມາດ້ວຍຕົນເອງ. ເຂົາເຈົ້າໄດ້ອາໄສເລື່ອງທີ່ກ້າຫານ, ວິໄວທັດທີ່ກ້າຫານ ແລະ ມູນ
ເຊື້ອຂອງຜູ້ກໍ່ຕັ້ງ.”

ລັດ​ຖະ​ທຳ​ມະ​ນູນ​ທີ່​ຫາ​ກໍ່​ຖືກ​ແກ້​ໄຂ​ໃໝ່​ຢ່າງ​ເປັນ​ທາງ​ການ ຂອງ​ປະ​ເທ​ດ​ດັ່ງ​ກ່າວ
ຈະເຮັດໃຫ້ທ່ານ ກິມ ເປັນປະມຸລັດ ດ້ວຍການແຕ່ງຕັ້ງທ່ານເປັນປະທານຂອງຄະ
ນະກຳມາທິການ ກ່ຽວກັບ ກິດຈະການຂອງລັດ, ເຊິ່ງແມ່ນອົງການປົກຄອງສູງສຸດ
ຂອງປະເທດ. ເຂົາເຈົ້າຍັງເອີ້ນທ່ານ ກິມ ເປັນ “ຜູ້ບັນຊາການໃຫຍ່” ຂອງ “ປະເທດ
ອາວຸດນິວເຄລຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG