ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງປະທານາທິບໍດີ ຍົກຍ້ອງ ນັກບິນ ອະວະກາດ Apollo ໃນວັນຄົບຮອບ 50 ປີ ຂອງການບິນລົງ ຈອດດວງເດືອນ


ຮອງປະທານາທິບໍດີ ສະຫະລັດ ທ່ານໄມ້ ເພັນສ໌, ຊ້າຍ, ຊີ້ໃສ່ ນັກບິນອະວະກາດ ຂອງຍານ Apollo 11 ທ່ານບບັສ ອາລດຣິນ ໃນລະຫວ່າງ ງານລ້ຽງຢູ່ທີ່ສູນອະວະກາດເຄັນເນດີ ໃນການຮັບຮູ້ ເຖິງັວນຄົບຮອບ 50 ປີ ຂອງການບິນຂຶ້ນ ຂອງ Apollo 11 ໃນວັນເສົາ, ທີ 20 ກໍລະກົດ 2019, (AP Photo/John Raoux)
ຮອງປະທານາທິບໍດີ ສະຫະລັດ ທ່ານໄມ້ ເພັນສ໌, ຊ້າຍ, ຊີ້ໃສ່ ນັກບິນອະວະກາດ ຂອງຍານ Apollo 11 ທ່ານບບັສ ອາລດຣິນ ໃນລະຫວ່າງ ງານລ້ຽງຢູ່ທີ່ສູນອະວະກາດເຄັນເນດີ ໃນການຮັບຮູ້ ເຖິງັວນຄົບຮອບ 50 ປີ ຂອງການບິນຂຶ້ນ ຂອງ Apollo 11 ໃນວັນເສົາ, ທີ 20 ກໍລະກົດ 2019, (AP Photo/John Raoux)

ໃນ​ວັນ​ຄົບ​ຮອບ 50 ປີ​ຂອງ​ການ​ລົງ​ຢຽບ​ດວງ​ເດືອນ​ຄັ້ງ​ທຳ​ອິດ​ຂອງມວນ​ມະ​ນຸດ​ນັ້ນ,
ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌ ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ນັກ​ບິ​ນ
​ອະ​ວະ​ກາດ ອາ​ເມ​ຣິ​ກັນ ສາມ​ຄົນ ​ຜູ້​ທີ່​ໄດ້​ຊ່​ວຍ​ເຮັດ​ໃຫ້​ເຫດ​ການ​ຄັ້ງ​ປະ​ຫວັດ​ສາດ​ດັ່ງ​
ກ່າວ​ນັ້ນ ​ເປັນ​ຄວາມຈິງ.

ທ່ານ ເພັ​ສ໌ ໄດ້​ກ່າວ​ໃນ​ງານ​ສະ​ເຫຼີມ​ສະຫຼອງວັນ​ຄົບ​ຮອງ​ດັ່ງ​ກ່າວ ​ໃນ​ວັນ​ເສົາ​ວານນີ້​ ທີ່​
ສູນ​ອະ​ວະ​ກາດ​ເຄັນ​ເນ​ດີ ທາງພາກ​ໃຕ້​ຂອງ​ລັດ ຟ​ລໍ​ຣິ​ດາ ວ່າ “ເຂົາ​ເຈົ້າ​ໄດ້​ເຮັດຫຼາຍ
ກວ່າ ​ການ​ຊະ​ນະ​ໃນ​ການ​ແຂ່ງ​ຂັນດ້ານ​ອະ​ວະ​ກາດ, ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ປະ​ເທດ​ຂອງ
​ເຮົາ​ ສາ​ມັກ​ຄີ​ກັນ ສຳ​ລັບ​ເວ​ລາ​ອັນ​ສັ້ນໆ​ນັ້ນ, ທຸກ​ຄົນ​ຢູ່​ໃນ​ໂລກ​ໄດ້ກ​າຍ​ເປັນ​ນຶ່ງ​ດຽວ​ກັນ
​ຢ່າງ​ແທ້​ຈິງ.”

ທ່ານ ເພັ​ນ​ສ໌, ຜູ້​ເປັນ​ປະ​ທານ​ສະ​ພາ​ອະ​ວະ​ກາດ​ແຫ່ງ​ຊາດ, ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ
ວ່າ “ສຳ​ລັບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ, ບັນ​ດາ​ນັກ​ບິນ​ອະ​ວະ​ກາດບໍ່​ເຄີຍ​ມັກ​ໃຫ້​ເອີ້ນ​ວ່າ
​ວິ​ລະ​ບູ​ລຸດ. ແຕ່​ສຳ​ລັບ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ, ຄວາມ​ສ່ຽງ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ,
ຖ້າ​ທ່ານ ນຽ​ລ ອາມ​ສ​ຕ​ຣອງ, ທ່ານ ບັ​ສ ອາລດ​ຣິນ ແລະ ທ່ານ ໄມ​ຄ໌ ຄອ​ລ​ລິນ​ສ໌ ​ຫາກບໍ່​
ແມ່ນ​ວິ​ລະ​ບູ​ລຸດ​ແລ້ວ, ມັນ​ກໍ​ຈະ​ບໍ່​ມີ​ໃຜ​ເປັນ​ວິ​ລະ​ບູ​ລຸດ​ໄດ້” ທ່າມກາງສຽງຕົບມືຢ່າງ​ກະ
​ຕື​ລື​ລົ້ນ.

ໃນ​ວັນ​ທີ 20 ກໍ​ລະ​ກົດ 1969, ຍານສຳ​ລັບ​ລົງ​ຈອດ​ດວງເດືອນ​ຂອງ ອາ​ເມ​ຣິ​ກາ ຊື່​ວ່າ
“Eagle” ໄດ້​ລົງ​ຈອດ​ຢູ່​ພື້ນ​ຂອງ​ເດືອນ​ຕອນ 20 ໂມງ 18 ນາ​ທີ​ຕາມ​ເວ​ລາ​ມາ​ດ​ຕະ
​ຖານ​ສາ​ກົນ, ດ້ວຍ​ທ່ານ ອາມ​ສ​ຕ​ຣອງ, ນັກ​ບິນ​ອະ​ວະ​ກາດ​ທີ່​ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ,
ໄດ້​ກ້າວ​ຕີນ​ເບື້ອງ​ຊ້າຍ​ຂອງ​ລາວ​ລົງ​ພື້ນ​ດິນ​ຂອງ​ເດືອນ ປ​ະ​ມານ​ຫົກ​ຊົ່ວ​ໂມງ​ຫຼັງ​ຈາກ​ນັ້ນ.

ການ​ລົງ​ຈອດ​ດັ່ງ​ກ່າວ​ແມ່ນ​ການ​ທູດທີ່​ໃຫຍ່ຫຼວງ ແລະ ເປັນ​ຄວາມ​ສຳ​ເລັດ​ທາງ​ດ້ານ​
ເທັກ​ໂນ​ໂລ​ຈີໃນ​ຍຸກ​ສົງຄາມ​ເຢັນ​ສຳ​ລັບ ສະ​ຫະ​ລັດ, ເຊິ່ງ​ໄດ້​ເອົາ​ຊະ​ນະ​ສະ​ຫະ​ພາບ
​ໂຊວຽດ ໃນ​ການ​ສົ່ງ​ມະ​ນຸດ​ເປັນ​ຄັ້ງ​ທຳ​ອິດ ແລະ ດຽວ​ທຽມ​ຂຶ້ນ​ໄປ​ໃນ​ອະ​ວະ​ກາດ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ
​ວັນ​ເສົາ​ວານນີ້​ວ່າ ການ​ລົງ​ຈອດ​ຢູ່​ເດືອນ​ແມ່ນ​ຄວາມ​ກ້າວ​ໜ້າ​ໄປ​ສູ່​ການ​ປະ​ຕິ​ບັດ​ພາ​ລະ
​ກິດ​ອະ​ວະ​ກາດ ​ໃນ​ອະ​ນາ​ຄົດ. ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​ໃຫ້​ອົງ​ການ​ການ​ບິນ​ອະ​ວະ​ກາດ​
ແຫ່ງ​ຊາດ ຫຼື NASA ສົ່ງ​ມະ​ນຸດ​ຄົນ​ຕໍ່​ໄປ ແລະ ແມ່​ຍິງ​ຄົນ​ທຳ​ອິດ ໄປ​ດວງ​ເດືອນ ແລະ
ທຳ​ການ​ກ້າວ​ກະ​ໂດດ​ຂະ​ໜາດ​ໃຫຍ່​ຕໍ່​ໄປ ຄື​ການ​ສົ່ງ​ຄົນ​ ອາ​ເມ​ຣິ​ກັນ ໄປ​ດາວ​ອັງ​ຄານ.”

ທາງ​ລັດ​ຖະ​ບານ​ມີ​ແຜນ​ທີ່​ຈະ​ກັບ​ຄືນ​ໄປ​ດວງ​ເດືອນ​ອີກ​ໃນ​ປີ 2024 ແລະ ລົງ​ຈອດ​ຢູ່​
ດາວ​ອັງ​ຄານ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2033.

ແຕ່​ການ​ໂຕ້​ຖຽງ​ກັນ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ວ່າ ຈະ​ກັບ​ຄືນ​ໄປ​ເດືອນ ຫຼື ເດີ​ນ​ທາງໂດຍ​ກົງ​ໄປ
​ດາວ​ອັງ​ຄານ​ນັ້ນ​ ໄດ້​ມີ​ຂຶ້ນ​ມາ​ອີກ​ຄັ້ງ​ນຶ່ງ ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ຢູ່​ຫ້ອງ​ການ​ປະ​ທາ​ນາ​
ທິ​ບໍ​ດີ ໃນ​ທຳ​ນຽບ​ຂາວ ທີ່​ລວມ​ມີ​ນັກ​ບິນ​ອະ​ວະ​ກາດ Apollo 11, ທ່ານ ອາ​ລດ​ຣິນ ແລະ
ທ່ານ ຄອ​ລ​ລິນ​ສ໌.

ທ່ານ ຄອ​ລ​ລິນ​ສ໌ ອາ​ຍຸ 88 ປີ, ຜູ້​ທີ່​ໄດ້​ບັງ​ຄັບ​ຢູ່​ເທິງ​ຍານ ໃນ​ຂະ​ນະ​ທີ່​ທ່ານອາ​ລດ​ຣິນ
ແລະ ທ່ານ ອາມ​ສ​ຕ​ຣອງ ໄດ້​ລົງ​ໄປ​ໃນ​ດວງ​ເດືອນ​ນັ້ນ, ໄດ້​ກ່າວ​ວ່າ ທ່ານ​ສະ​ໜັບ​ສະ​ໜູນ
​ການ​ເດີ​ນ​ທາງ​ໂດຍ​ກົງ​ໄປ​ດາວ​ອັງ​ຄານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG