ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​​ຖື​ກ​ແຕ່ງ​ຕັ້ງ ​ເປັນ​ລັດ​ຖະ​ມົນ​ຕີ ປ້ອງ​ກັນ​ປະ​ເທດ ສ​ຫລ ກ່າວ​ວ່າ ການ​ຮັບ​ເອົາ ລູກ​ສອນ​ໄຟ S-400 ຂອງ​ເທີ​ກີ ແມ່ນ​ຜິດ​ພາດ


ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ ໃຫ້​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ມາກ ແອັ​ສ​ເປີ ໃຫ້​ການ​ຕໍ່​ຄະ​ນ​ະ​ກຳ​ມະ​ການກອງ​ທັບ ຂອງ​ສະ​ພາ​ສູງ ເມື່ອ​ວັນ​ທີ 16 ກໍ​ລະ​ກົດ 2019.
ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ ໃຫ້​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ມາກ ແອັ​ສ​ເປີ ໃຫ້​ການ​ຕໍ່​ຄະ​ນ​ະ​ກຳ​ມະ​ການກອງ​ທັບ ຂອງ​ສະ​ພາ​ສູງ ເມື່ອ​ວັນ​ທີ 16 ກໍ​ລະ​ກົດ 2019.

ຜູ້​ທີ່​ປ​ະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ​ນັ້ນ ປາ​ກົດ​ວ່າ​ໄດ້ຜ່ານ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ເພື່ອຮັບ​ຮອງ​ເອົາ​ການ​ແຕ່ງ​ທ່ານ​ໄປ​ດ້ວຍ​ຄວາມ​ລາບ​ລື່ນ​ໃນ​ວັນ​ອັງ​ຄານ​ອາ​ທິດ​ແລ້ວນີ້. ພວກ​ສະ​ມາ​ຊິກ​ສະ​ພາ​ສູງ​ທັງ​ໝົດ ມີ​ຜູ້​ນຶ່ງ​ທີ່​ຮູ້​ສຶກ​ວ່າ​ພ້ອມ​ແລ້ວ ຈະ​ໃຫ້​ການ​ຮັບ​ຮອງ​ເອົາການ​ແຕ່ງ​ຕັ້ງ​ໃຫ້​ທ່ານ​ມາກ ແອ​ສ​ເປີ ຫົວ​ໜ້າ​ພົນ​ລະ​ເຮືອນ​ກອງ​ທັບ ຊຶ່ງ​ເປັນ​ນັກ​ລົບ​ເກົ່າ​ນັ້ນ ເຂົ້າ​ຮັບ​ໜ້າ​ທີ່​ເປັນ​ລັດ​ຖະ​ມົນ​ຕີ ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ຖ້າ​ຫາກ​ໄດ້​ຮັບ​ການ​ຢືນ​ຢັນ​ແທ້ ທ່ານ​ແອ​ສ​ເປີຈະ​ປະ​ເຊີນ​ກັບ​ບັນ​ຫາທີ່ຫຍຸ້ງ​ຍາກຫຼາຍ​ຢ່າງ ຢູ່​ໃນ​ເທີ​ກີ ຈີນ ແລະ​ແຫ່ງ​ອື່ນໆ​ອີກໃນ​ທົ່ວ​ໂລກ. Carla Babb ນັກຂ່າວ​ວີ​ໂອ​ເອປະ​ຈຳ​ທຳ​ນຽບ​ຫ້າ​ແຈມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງໄພ​ສານຈະນຳເອົາ ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານມາກ ແອັ​ສ​ເປີ (Mark Esper) ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວ​ປ້ອງ​ກັນ​ປະ​ເທດ​ຂອງ​ສະ​ຫະ​ລັດ ປະ​ເຊີນ​ກັບ​ຄຳ​ຖາມ​ ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງຈາກບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ ທີ່​ມີ​ຄວາມ​ກະ​ຕື​ລື​ລົ້ນຢາກ​ໃຫ້​ມີ​ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່ ຫຼັງ​ຈາກ​ຕຳ​ແໜ່ງ​ດັ່ງ​ກ່າວທີ່​ທຳ​ນຽບ​ຫ້າ​ແຈ ບໍ່​ມີ​ພົນ​ລະເຮືອນ​ໄດ້​ຖືກ​ຮັບ​ຮອງ​ເອົາ​ເພື່ອເຂົ້າ​ມາຮັບ​ໜ້າ​ທີ່​ເປັນ​ເວ​ລາ​ເກືອບ 7 ເດືອນ​ແລ້ວ.

ທ່ານແຈັກ ຣີດ (Jack Reed) ຊຶ່ງ​ເປັນ​ສະ​ມາ​ຊິກ​ອະ​ວຸ​ໂສ​ສຸດຂອງ​ພັກ​ເດ​ໂມ​ແຄ​ຣັດ ໃນ​ຄະ​ນະ​ກຳ​ມະ​ການກອງ​ທັບ ກ່າວ​ວ່າ:

“ຂ້າ​ພະ​ເຈົ້າ​ມີ​ຄວາມ​ກັງ​ວົນ​ຢ້ານ​ວ່າ ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ພວມ​ຂ​າດ​ການ​ນຳ​ພາ​ໃນ​ວິ​ທີ​ທີ່​ຂ້າ​ພ​ະ​ເຈົ້າ​ບໍ່​ເຄີຍ​ເຫັນ​ມາ​ກ່ອນນັບ​ແຕ່​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ມາ​ເຮັດ​ວຽກ
ຢູ່​ຕຶກ​ລັດ​ຖະ​ສະ​ພາ.”

ການ​ຮັບ​ຟັງ​ຄຳ​ໃຫ້​ການ​ດັ່ງ​ກ່າວ ມີ​ຂຶ້ນ​ຫຼາຍໆ​ມື້​ຫຼັ​ງ​ຈາກ​ເທີ​ກີ ຊຶ່​ງ​ເປັນ​ພັນ​ທະ​ມິດ​ຂອງ​ອົງ​ການ​ເນ​ໂຕ້ ຮັບ​ເອົາ​ສ່ວນ​ນຶ່ງ ​ຂອງ​ລະ​ບົບ​ປ້ອງ​ກັນ​ທາງ​ອາດ S-400 ທີ່​ສ້າງ​ໂດຍ​ຣັດ​ເຊຍ ທັງໆ​ທີ່​ໄດ້​ມີ​ການ​ປະ​ທ້ວງ​ຈາກ​ອົງ​ການ​ເນ​ໂຕ້​ແລະ​ຈາກວໍ​ຊິງ​ຕັນ. ທ່ານ Mark Esper ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ການ​ຕັດ​ສິນ​ໃຈ​ຂອງ​ເທີ​ກີ ກ່ຽວ​ກັບ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ S-400 ແມ່ນ​ຜິດ​ພາດ ແລະ​ມັນ​ເປັນ​ທີ່​ໜ້າ​ເສຍ​ໃຈ​.”

ການ​ຕັດ​ສິນ​ໃຈດັ່ງ​ກ່າວນີ້​ໄດ້ນຳ​ເອົາ​ເທັກ​ໂນ​ໂລ​ຈີ​ກ່ຽວ​ກັບ​ເຣ​ດ້າ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ​ຂອງ​ຣັ​ດ​ເຊຍ​ເຂົ້າ​ມາ​ໃຊ້​ຢູ່​ໃນ​ປະ​ເທດ​ພັນ​ທະ​ມິດ​ທີ່​ສຳ​ຄັນ​ຂອງ​ອົງ​ການ​ເນ​ໂຕ້.ລະ​ບົບ​ລູກ​ສອນ​ໄຟ S-400 ສາ​ມາດ​ແນ​ເປົ້າ​ໝາຍ​ໃສ່​ເຮືອ​ບິນ​ລົບ​ຂອງ​ອົງ​ການເນ​ໂຕ້​ໄດ້ ຮວມ​ທັງ​ເຮືອ​ບິນ​ລົບ F-35 ​ຮຸ້ນ​ຫຼ້າ​ສຸດ ເຮັດ​ໂດຍ​ສະ​ຫະ​ລັດ ​ທີ່​ເຣ​ດ້າ​ຈັບ​ບໍ່​ໄດ້ນັ້ນ. ທ່ານ Mark Esper ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ພວກ​ເຂົາ​ສາ​ມາດ​ມີ​ລະ​ບົບ​ລູກ​ສອນ​ໄຟ S-400 ຫຼື​ບໍ່​ກໍ​ເຮືອ​ບິນ​ລົບ F-35 ແຕ່​ພວກ​ເຂົາຈະ​ບໍ່​ສາ​ມາດ​ມີ​ທັງ​ສອງ​ຢ່າງ​ໄດ້.”

ທ່າມ​ກາງ​ທີ່​ເກີດ​ຄວາມ​ເຄັ່ງ​ຕຶງ​ກັບ​ເຕ​ຫະ​ຣ່ານນັ້ນ ທ່ານ Mark Esper ໄດ້​ສະ​ເໜີ​ແນະ​ໃຫ້​ສະ​ຫະ​ລັດຮັບ​ມື​ກັບ​ການ​ຂົ່ມ​ຂູ່​ຂອງ​ອີ​ຣ່ານ ຢູ່​ໃນ​ເຂດ​ນ່ານ​ນ້ຳ​ສາ​ກົນໂດຍ “ທຳ​ການ​ລາດ​ຕະ​ເວນແບບ​ບໍ່​ຕອບ​ໂຕ້” ແລະ​ໃຫ້​ການ​ຄຸ້ມ​ຄອງ​ແກ່​ກຳ​ປັ່ນບັນ​ທຸກ​ສິນ​ຄ້າ. ທ່ານ​ກ່າວ​ວ່າ “ການ​ປະ​ຕິ​ບັດ​ງານ ​ແບບ​ເຝົ້າ​ຍາມ” ສາ​ມາດ​ດຳ​ເນີນ​ການ​ຕໍ່​ໄປ ໃນ​ຂະ​ນະ​ທີ່​ວໍ​ຊິງ​ຕັນ​ ຊອກ​ຫາ​ການ​ແກ້​ໄຂ​ທາງ​ການ​ທູດ. ພົນ​ໂທ​ເບ້ຍ​ບຳ​ນານ ທອມ ສ​ພໍ​ເອີ (Tom Spoehr) ​ຈາກ​ມູນ​ນິ​ທິ Heritage ກ່າວ​ວ່າ:

“ທຸກ​ຄົນ​ເປັນ​ຫ່ວງ​ກ່ຽວ​ກັບ​ອີ​ຣ່ານ ແລະ​ຄວາມ​ເຄັ່ງ​ຕຶງ​ຢູ່​ທີ່ນັ້ນ. ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າສົງ​ຄາມ ຫຼື​ແມ່ນ​ແຕ່​ບັນ​ຫາ​ຂັດ​ແຍ້ງ​ຈະ​ເກີດ​ຂຶ້ນ ​ໃນ​ເວ​ລານີ້ ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ມື​ຂັດທ້າຍ​ທີ່​ໝັ້ນ​ທ່ຽງ​ຢູ່​ທຳ​ນຽບ​ຫ້າ​ແຈ ຈະ​ເປັນ​ປະ​ໂຫຍດ​ຫຼາຍ.”

ທ່ານ Mark Esper ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ພິ​ເສດກ່ຽວ​ກັບ​ຈີນ ທີ່​ໄດ້​ເພີ້ມງົບ​ປະ​ມານ​ທາງ​ດ້ານ​ທະ​ຫານ​ຂອງ​ຕົນ​ມາ​ຫຼາຍ​ປີ​ແລ້ວ ໃນ​ຂະ​ນະ​ທີ່ສະ​ຫະ​ລັດ​ຕັດການ​ໃຊ້​ຈ່າຍ​ທາງ​ດ້ານ​ທະ​ຫານ​ຂອງ​ຕົນ​ລົງ ໃນ​ລະ​ຫວ່າງ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ບາ​ຣັກ ໂອບ​າ​ມາ. ທ່ານ Mark Esper ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ໄພ​ຂົ່ມ​ຂູ່ຕໍ່​ພວກ​ເຮົາ​ໃນ​ໄລ​ຍະ​ຍາວ ທີ່​ມາ​ຈາກ​ຈີນນັ້ນ ບໍ່​ສາ​ມາດ​ທີ່​ຈະ​ເວົ້າ​ໂຍກ​ຫຼາຍ​ໄປ​ກວ່ານີ້​ໄດ້. ພວກ​ເຂົາ​ກຳ​ລັງ​ຫຼິ້ນ​ເກມ​ໄລ​ຍະ​ຍາວ ແລະ​ພວກ​ເຮົາ​ຫຼິ້ນ​ເກມໄລ​ຍະ​ສັ້ນ.”

ທ່ານ​ໄດ້​ເຕືອນ​ວ່​າ ໃນ​ຂະ​ນະ​ທີ່​ພະ​ລັງ​ເສດ​ຖະ​ກິດ​ອັນ​ຍິ່ງ​ໃຫຍ່​ຂອງ​ຈີນ ພວມ​ເຕີບ​ໃຫຍ່​ຂະ​ຫຍາຍ​ໂຕ ຊຶ່ງ​ໃນ​ທີ່​ສຸດ​ອາດ​ຈະ​ກາຍ​ສະ​ຫະ​ລັດ​ນັ້ນ ປັກ​ກິ່ງ​ອາດສາ​ມາດ​ດຶງ​ເອົາ​ພາ​ຄີ​ຫຼາຍໆ​ປະ​ເທດ​ໄປ​ຈາ​ກກອງ​ທັບ​ສະ​ຫະ​ລັດ.

​ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG