ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ສອນ ​ສາ​ສະ​ໜາ ຫົວ​ຮຸນ​ແຮງ ຊາວ ປາ​ກິ​ສ​ຖານ ຖືກ​ຈັບ ແລ້ວ


ຜູ້​ສອນ​ສາ​ສະ​ໜາ​ຊາວ ປາ​ກິ​ສ​ຖານ, ຮາ​ຟິ​ສ ຊາ​ອີດ, ຜູ້​ກໍ່​ຕັ້ງ​ກຸ່ມ Lashkar-e-Taiba group, ກ່າວ​ຄຳ​ປາ​ໄສ​ຢູ່​ວັດ​ອິ​ສ​ລາມ. ທີ່​ນະ​ຄອນລາ​ຮໍ. 1 ພະ​ຈິກ, 2018.
ຜູ້​ສອນ​ສາ​ສະ​ໜາ​ຊາວ ປາ​ກິ​ສ​ຖານ, ຮາ​ຟິ​ສ ຊາ​ອີດ, ຜູ້​ກໍ່​ຕັ້ງ​ກຸ່ມ Lashkar-e-Taiba group, ກ່າວ​ຄຳ​ປາ​ໄສ​ຢູ່​ວັດ​ອິ​ສ​ລາມ. ທີ່​ນະ​ຄອນລາ​ຮໍ. 1 ພະ​ຈິກ, 2018.

ຜູ້​ສອນ​ສາ​ສະ​ໜາ​ຊາວ ປາ​ກິ​ສ​ຖານ ທີ່​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ກໍ່​ຕັ້ງ​ກຸ່ມ​ຫົວ​ຮຸນ​ແຮງ
ທີ່ວ່າໄດ້ທຳການໂຈມຕີກໍ່ການຮ້າຍໃນປີ 2008 ຢູ່ເມືອງ ມຸມໄບ ນັ້ນໄດ້ຖືກຈັບຢູ່ບ້ານ
ເກີດຂອງລາວ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ປາ​ກິ​ສ​ຖານ ເວົ້າ​ວ່າ ທ້າວ ຮາ​ຟິ​ສ ຊາ​ອີດ ໄດ້ຖືກ​ຄວບ​ຄຸມ​ຕົວ​ໃນ​ວັນ
ພຸດມື້ນີ້ ຢູ່ແຂວງ ປັນຈາບ ໃກ້ກັບເມືອງ ກຸຈຣານວາລາ.

ກຸ່ມ Lashkar-e-Taiba ຂອງ​ທ້າວ ຊາ​ອີດ ໄດ້​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ດຳ​ເນີນ​ການ​
ໂຈມຕີປະສານງານກັນ ຢູ່ນະຄອນຫຼວງດ້ານການເງິນຂອງ ອິນເດຍ ທີ່ໄດ້ເຮັດໃຫ້ຫຼາຍ
ກວ່າ 170 ຄົນເສຍຊີວິດ ແລະ 300 ກວ່າຄົນບາດເຈັບ ໃນໄລຍະເວລາສີ່ວັນ.

ສະ​ຫະ​ລັດ ໄດ້​ສະ​ເໜີ​ເງິນ​ລາງວັນ 10 ລ້ານ​ໂດ​ລາ ສຳ​ລັບ​ຂໍ້​ມູນ​ໃດໆ​ທີ່​ນຳ​ໄປ​ສູ່​ການ​ຈັບ​
ກຸມທ້າວ ຊາອີດ.

ການ​ຈັບ​ກຸມ​ທ້າວ ຊາ​ອີດ ໄດ້​ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ວັນ ກ່ອນການ​ເດີນ​ທາງ​ຢ້ຽມ​ຢາມ​ ວໍ​ຊິງ​ຕັນ
ຢ່າງເປັນທາງການ ຄັ້ງທຳອິດຂອງນາຍົກລັດຖະມົນຕີອິມຣານ ຄານ.

The Pakistani cleric accused of founding a militant group blamed for the 2008 terrorist attacks in Mumbai has been arrested in his native land.

Authorities in Pakistan say Hafiz Saeed was seized Wednesday in Punjab province near the town of Gujranwala.

Saeed's Lashkar-e-Taiba group has been accused of carrying out the coordinated attacks on India's financial capital that left more than 170 people dead and more than 300 injured over the course of four days.

The United States has offered a $10 million reward for any information leading to Saeed's capture.

Saeed's arrest comes days before Pakistani Prime Minister Imran Khan's official trip to Washington.

XS
SM
MD
LG