ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປາ​ກົດ​ການ ກົບ​ກິນ​ເດືອນ ຄັ້ງ​ສຸດ​ທ້າຍ​ຂອງ​ປີ ຈະ​ເກີດ​ຂຶ້ນ​ໃນ​ອາທິດທິດນີ້


ເດືອນ ໃນ​ລະ​ຫວ່າງ​ປາ​ກົດ​ການ​ຈັນ​ທະ​ຄາດ ຫຼື ກົບ​ກິນ​ເດືອນ ທີ່​ຮູ້​ຈັກ​ກັນ​ວ່າ "Super Blood Wolf Moon," ທີ່ເມືອງ ມາ​ນາ​ອຸ​ສ, ປະ​ເທດ ບ​ຣາ​ຊິ​ລ. 21 ມັງ​ກອນ, 2019.
ເດືອນ ໃນ​ລະ​ຫວ່າງ​ປາ​ກົດ​ການ​ຈັນ​ທະ​ຄາດ ຫຼື ກົບ​ກິນ​ເດືອນ ທີ່​ຮູ້​ຈັກ​ກັນ​ວ່າ "Super Blood Wolf Moon," ທີ່ເມືອງ ມາ​ນາ​ອຸ​ສ, ປະ​ເທດ ບ​ຣາ​ຊິ​ລ. 21 ມັງ​ກອນ, 2019.

ປາ​ກົດ​ການ​ກົບ​ກິນ​ເດືອນ​ຄັ້ງ​ສຸດ​ທ້າຍ​ຂອງ​ປີ ​ຈະ​ເກີດ​ຂຶ້ນ​ໃນອາ​ທິດນີ້, ເຮັດ​ໃຫ້​ບັນ​ດາ
ຜູ້ມັກຊ່ອງເບິ່ງດາວຈາກບໍລິເວນທີ່ກວ້າງໃຫຍ່ຂອງໂລກ ສາມາດແນມເບິ່ງປາກົດການ
ຢູ່ເທິງທ້ອງຟ້ານັ້ນ.

ປາ​ກົດ​ການ​ກົບ​ກິນ​ເດືອນ ຫຼື ຈັນ​ທະ​ຄາດ​ສ່ວນ​ນຶ່ງ ຈະ​ເກີດ​ຂຶ້ນ​ໃນ​ລະ​ຫວ່າງ​ເດືອນ​ເພັງ
ເລີ່ມຕົ້ນຕອນຄ່ຳຂອງວັນອັງຄານມື້ອື່ນ, ແລະ ຈະສາມາດແນມເຫັນໄດ້ ໃນທະວີບ
ອາເມຣິກາໃຕ້, ຢູໂຣບ, ອາຟຣິກາ, ເອເຊຍ ແລະ ອອສເຕຣເລຍ. ມີພຽງພາກພື້ນດຽວ
ເທົ່ານັ້ນ ທີ່ຈະພາດການເບິ່ງປາກົດການທັງໝົດເລີຍແມ່ນ ອາເມຣິກາເໜືອ.

ປາ​ກົດ​ການ​ກົບ​ກິນ​ເດືອນ​ຈະ​ເກີດ​ຂຶ້ນ ​ເມື່ອ​ມັນ​ມີ​ການ​ລຽນ​ແຖວ​ກັນຂອງ​ເດືອນ, ຕາ​ເວັນ​
ແລະ ໂລກ. ມັນສາມາດເກີດຂຶ້ນໄດ້ ໃນລະຫວ່າງເດືອນເພັງເທົ່ານັ້ນ, ເພາະວ່າ ມັນ
ແມ່ນພຽງເວລາດຽວ ທີ່ເດືອນສາມາດຢູ່ກົງກັນຂ້າມກັບຕາເວັນໃນທ້ອງຟ້າຂອງໂລກ.

ການ​ລຽນ​ແຖວ ​ທີ່​ໃກ້​ຈະ​ເກີດ​ຂຶ້ນນີ້ ຈະ​ກໍ່​ໃຫ້​ເກີດ​ປາ​ກົດ​ການ​ກົບ​ກິນ​ເດືອນ​ສ່ວນ​ນຶ່ງ
ເພາະວ່າ ເດືອນຈະອຽງຈາກການຢູ່ໃນແຖວດຽວກັບເງົາຂອງໂລກໜ້ອຍນຶ່ງ.

ປາ​ກົດ​ການ​ກົບ​ກິນ​ເດືອນ​ຄັ້ງ​ນີ້ ຈະ​ເກີດ​ຂຶ້ນ​ສອງ​ອາ​ທິດ ຫຼັງ​ຈາກ​ປາ​ກົດ​ການສຸ​ລິ​ຍະ
ຄາດ ຫຼື ກົບກິນຕາເວັນທັງໝົດ ທີ່ສາມາດແນມເຫັນໄດ້ ໃນທະວີບອາເມຣິກາໃຕ້.
ເຫດການນີ້ເກີດຂຶ້ນລຸນຫຼັງ ຮູບແບບທາງດາລາສາດຂອງປາກົດການກົບກິນເດືອນ
ໄດ້ເກີດຂຶ້ນພາຍໃນສອງອາທິດຂອງປະກົດການກົບກິນຕາເວັນ.

ປ​າ​ກົດ​ການ​ກົບ​ກິນ​ເດືອນ​ຄັ້ງ​ສຸດ​ທ້າຍເກີດ​ຂຶ້ນ​ໃນ​ເດືອນ​ມັງ​ກອນ 2019 ແລະ ສາ​ມາດ
ເບິ່ງໄດ້ຈາກທັງສອງທະວີບອາເມຣິກາ ເຊັ່ນດຽວກັນຫຼາຍພາກສ່ວນຂອງ ຢູໂຣບ ແລະ
ອາຟຣິກາ. ປາກົດການກົບກິນເດືອນຄັ້ງຕໍ່ໄປຈະບໍ່ເກີດຂຶ້ນຈົນຮອດປີໜ້າ, ແຕ່ແນວ
ໃດກໍຕາມ ປາກົດການທັງໝົດສີ່ຄັ້ງທີ່ຈະເກີດຂຶ້ນໃນປີ 2020 ນັ້ນ ຈະເປັນພຽງເງົາມືດ
ໜ້ອຍດຽວເທົ່ານັ້ນ ເຊິ່ງຈະໜ້ອຍກວ່າປາກົດການບັງມືດສ່ວນນຶ່ງ ຫຼື ທັງໝົດເລີຍ.

ໃນ​ລະ​ຫວ່າງ​ການ​ເກີດ​ເງົາ​ມືດ​ຂອງ​ເດືອນ​ນັ້ນ, ເດືອນ​ຈະ​ຜ່ານ​ເງົາ​ທີ່​ອ່ອນ​ທີ່​ສຸດ​ຈາກ​
ໂລກ ແລະ ມັກຈະແນມບໍ່ເຫັນເງົາມືດທີ່ວ່ານັ້ນໄດ້ດ້ວຍຕາເປົ່າ.

ມັນ​ຈະ​ບໍ່​ມີ​ປາ​ກົດ​ການ​ກົບ​ກິນ​ເດືອນ​ທັງ​ໝົດ​ອີກ​ ຈົນ​ຮອດ​ເດືອນ​ພຶດ​ສະ​ພາ ປີ 2021.

ປາ​ກົດ​ການ​ກົບ​ກິນ​ເດືອນ​ໃນວັນ​ອັງ​ຄານມື້​ອື່ນ​ນີ້, ນັກ​ສ່ອງ​ດາວ​ທັງຫຼາຍ​ ຈະ​ສາ​ມາດ​
ແນມເຫັນໄດ້ ຢູ່ໃນເວລາທີ່ແຕກຕ່າງກັນໃນທົ່ວໂລກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG