ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນ​ເດຍ ຈະ​ສົ່ງ​ຍານ​ອະ​ວະ​ກາດ ຂຶ້ນ​ໄປ​ດວງ​ເດືອນ


ນັກ​ວິ​ທະ​ຍາ​ສາດ ອົງ​ການ​ຄົ້ນ​ຄວ້າ​ອະ​ວະ​ກາດ ອິນ​ເດຍ ເຮັດ​ວຽກ​ກັບ​ການ​ດາວ​ທຽມ ຈັນ​ດ​ຣານ​ຢານ 2. ເມືອງ ເບັງ​ກາ​ລູ​ຣູ, ອິນ​ເດຍ. 12 ມິ​ຖຸ​ນາ, 2019.
ນັກ​ວິ​ທະ​ຍາ​ສາດ ອົງ​ການ​ຄົ້ນ​ຄວ້າ​ອະ​ວະ​ກາດ ອິນ​ເດຍ ເຮັດ​ວຽກ​ກັບ​ການ​ດາວ​ທຽມ ຈັນ​ດ​ຣານ​ຢານ 2. ເມືອງ ເບັງ​ກາ​ລູ​ຣູ, ອິນ​ເດຍ. 12 ມິ​ຖຸ​ນາ, 2019.

ໃນ​ຕອນ​ເຊົ້າໆ​ຂອງວັນ​ຈັນ​ມື້​ອື່ນນີ້, ອິ​ນ​ເດຍ ມີ​ກຳ​ນົດ​ທີ່​ຈະ​ສົ່ງ​ຍານ​ອະ​ວະ​ກາດ​ຂຶ້ນ​ໄປ​
ໃນເຂດທີ່ບໍ່ຄຸ້ນເຄີຍຂອງເດືອນ, ເຮັດໃຫ້ເປັນຄວາມສຳເລັດຄັ້ງສຳຄັນ ໃນການພະຍາ
ຍາມໂຄງ​ການອະວະກາດຢ່າງໝັ້ນຄົງ.

ຖ້າ​ປະ​ສົບ​ຄວາມ​ສຳ​ເລັດ, ອິນ​ເດຍ ຈະ​ກາຍ​ເປັນ​ປະ​ເທດ​ທີ 4 ທີ່​ໄດ້​ສົ່ງ​ຍານກວດ​ສອບ
ໄປເທິງເດືອນ ຕາມຫຼັງ ສະຫະລັດ, ຣັດເຊຍ ແລະ ຈີນ ແລະ ຮັບເອົາຕຳແໜ່ງຂອງເຂົາ
ເຈົ້າໃນຖານະເປັນປະເທດ ນຳໜ້າໃນການເດີນທາງໄປອະວະກາດ.

ຈະຫຼວດ​ທີ່​ແຮງ​ທີ່​ສຸດ​ຂອງ ອິນ​ເດຍ ມີ​ກຳ​ນົດ​ທີ່​ຈະ​ນຳ​ເອົາຍານ “ຈັນ​ດ​ຣາ​ຢານ-2”, ເຊິ່ງ
ໝາຍຄວາມວ່າ “ຍານພາຫະນະ ເດືອນ” ໃນພາສາບາລີສັນສະກິດ, ຈາກເມືອງ ສຣິຫາ
ຣິໂກຕາ ໃນພາກຕາເວັນອອກຂອງ ອິນເດຍ. ມັນຈະມີຍານໂຄຈອນອ້ອມເດືອນ,
ຍານພາຫະນະອະວະກາດ ແລະ ລົດສຳຫຼວດພື້ນຜິວ.

ການ​ທົດ​ສອບ​ທີ່​ແທ້​ຈິງ​ຂອງ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ດັ່ງ​ກ່າວ ​ຈະ​ເກີດ​ຂຶ້ນ 50 ວັນ​ຕໍ່​ມາ,
ປະມານວັນທີ 6 ກັນຍາ, ເມື່ອຍານພາຫະນະອະວະກາດ ຈະພະຍາຍາມຄວາມຄຸມ
ການລົງຈອດຢູ່ພື້ນຜິວ ຢູ່ຂົ້ວໂລກໃຕ້ຂອງເດືອນ, ເຊິ່ງບໍ່ມີປະເທດໃດໄດ້ພະຍາຍາມ
ເຮັດໃນປັດຈຸບັນນີ້.

ອີງ​ຕາມ ທ່ານ ພີ. ຄຸ​ນີກ​ຣິ​ສ​ນັນ, ຜູ້​ອຳ​ນວຍ​ການ ສູນ​ດາວ​ທຽມ UR Rao ຢູ່​ອົງ​ການ​ຄົ້ນ​
ຄວ້າອະວະກາດ ອິນເດຍ ໄດ້ກ່າວວ່າ “ສິ່ງທ້າທາຍແມ່ນເພື່ອສະແດງໃຫ້ເຫັນຄວາມ
ສາມາດຂອງພວກເຮົາ ທີ່ຈະດຳເນີນພະລະກິດທີ່ຊັບຊ້ອນ ສຳລັບ ການລົງຈອດທີ່ນຸ້ມ
ແລະ ແນ່ນອນຢູ່ເທິງເດືອນ ໃນພາກພື້ນຂົ້ວໂລກໃຕ້ເປັນຄັ້ງທຳອິດ.

ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ອະ​ວະ​ກາດ ກ່າວ​ວ່າ ຂົ້ວ​ໂລກ​ໃຕ້​ຂອງ​ເດືອນ​ແມ່ນ​ໜ້າ​ສົນ​ໃຈ
ເພາະວ່າ ມັນອາດຈະມີນ້ຳ.

ລົດ​ແລ່ນ​ຢູ່​ພື້ນ​ຜິວ​ຂອງ​ເດືອນ​ຈະ​ປະ​ຕິ​ບັດ​ໜ້າ​ທີ່ 14 ວັນ, ສ້າງ​ແຜນ​ທີ່​ພື້ນ​ຜິວ​ຂອງ​ເດືອນ
ແລະ ຜ່ານການທົດລອງ, ຊອກຫາສັນຍານຂອງນ້ຳ ແລະ ປະເມີນ ລັກສະນະພູມສາດ
ແລະ ທໍລະນີວິທະຍາ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG