ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຳ​​ຫຼວດ ຂອງ​​ຈີບບ​ຣອ​ລ​ທາ ​ຍຶດ​​ກຳ​ປັ່ນ ​ບັນ​ທຸກ​ນ້ຳ​ມັນ ​ຂອງ​ອີ​ຣ່ານ ທີ່ຂົນ​ສົ່ງ​ນ້ຳ​ມັນ ​ໄປ​ຍັງ​ຊີ​ເຣຍ ວານນີ້


ກຳ​ປັ່ນ​ລາດ​ຕະ​ເວນ​ຂອງທະ​ຫານ​ມາ​ຣິນ​ລາດ​ຊະ​ອາ​ນາ​ຈັກ​ອັງ​ກິດ ເຂົ້າ​ໄປ​ສະ​ກັດ ກຳ​ປັ່ນຂົນ​ສົ່ງ​ນ້ຳ​ມັນ​ Grace 1 ຢູ່​ໃນ​ທະ​ເລ​ໃກ້ໆ ເກາະ​ຈີບບ​ຣອ​ລ​ທາ (Gibraltar), ຊຶ່ງ​ເປັນ​​ດິນ​ແດນ​ໃນ​ຄວາມ​ຄວບ​ຄຸມ​ຂອງອັງ​ກິດນັ້ນ​ໄວ້, ວັນ​ທີ 4 ກໍ​ລະ​ກົດ, 2019
ກຳ​ປັ່ນ​ລາດ​ຕະ​ເວນ​ຂອງທະ​ຫານ​ມາ​ຣິນ​ລາດ​ຊະ​ອາ​ນາ​ຈັກ​ອັງ​ກິດ ເຂົ້າ​ໄປ​ສະ​ກັດ ກຳ​ປັ່ນຂົນ​ສົ່ງ​ນ້ຳ​ມັນ​ Grace 1 ຢູ່​ໃນ​ທະ​ເລ​ໃກ້ໆ ເກາະ​ຈີບບ​ຣອ​ລ​ທາ (Gibraltar), ຊຶ່ງ​ເປັນ​​ດິນ​ແດນ​ໃນ​ຄວາມ​ຄວບ​ຄຸມ​ຂອງອັງ​ກິດນັ້ນ​ໄວ້, ວັນ​ທີ 4 ກໍ​ລະ​ກົດ, 2019

ຕຳ​ຫລວດຂອງ​ເກາະ​ຈີບບ​ຣອ​ລ​ທາ (Gibraltar), ຊຶ່ງ​ເປັນດິນ​ແດນ​ໃນ​ຄວາມ​ຄວບ​ຄຸມ​ຂອງອັງ​ກິດ ໄດ້​ຍຶດ​ເອົາ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ຂອງ​ອີ​ຣ່ານ ທີ່​ສົງ​ໄສວ່າ ກຳ​ລັງ​ຂົນ​ສົ່ງ​ນ້ຳ​ມັນ​ໄປ​ຍັງ​ຊີ​ເຣຍ ຊຶ່ງ​ເປັນ​ການ​ລະ​ເມີດ​ຕໍ່​ການ​ລົງ​ໂທດ​ຂອ​ງ​ສ​ະ​ຫະພາບ​ຢູ​ໂຣບ.

ນີ້​ເປັນ​ຄັ້ງ​ທຳ​ອິດ ​ທີ່​ປະ​ເທດ​ນຶ່ງ​ໃນ​ຢູ​ໂຣບໄດ້​ເອົາ​ບາດ​ກ້າວ​ຢ່າງ​ກ້າແກ່ນ​ແບບ​ນັ້ນ ເພື່ອ​ເຮັດ​ໃຫ້​ການ​ລົງ​ໂທດ​ປະ​ຕິ​ບັດ​ງານ​ຢ່າງເປັນ​ປົກ​ກະ​ຕິໄດ້.

ເຈົ້າ​ໜ້າ​ທີ່​ຂອງ​ເກາະ​ຈິບບ​ຣອ​ລ​ທາ (Gibraltar), ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ ທະ​ຫານ​ມາ​ຣິນ​ຂອງ​ລາດ​ຊະ​ອາ​ນາ​ຈັກ​ອັງ​ກິດໄດ້​ເຂົ້າ​ໄປ​ສະ​ກັດກຳ​ປັ່ນ (ເກ​ຣ​ສ) Grace 1 ໃນ​ຕອນ​ເຊົ້າ​ຂອງວັນ​ພະ​ຫັດວານນີ້ ຢູ່​ໃນ​ເຂດ​ໜ່ານ​ນ້ຳທີ່​ທັງ​ອັງ​ກິດ ແລະ​ສະ​ເປນ​ອ້າງ​ເອົາ​ກຳ​ມະ​ສິດຢູ່​ໃນ​ທະ​ເລເມ​ດີ​ແຕ​ເຣ​ນຽນ ຊຶ່ງ​ຢູ່ໄກ​ຈາກເກາະຈິບບ​ຣອ​ລ​ທາ (Gibraltar) 4 ກິ​ໂລ​ແມັດ. ເຂົາ​ເຈົ້າ​ໄດ້​ກັກກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ລຳ ນັ້ນໄວ້.

"ພວກ​ເຮົາ​ມີ​ເຫດ​ຜົນ​ທີ່​ຈະ​ເຊື່ອ​ໄດ້​ວ່າກຳ​ປັ່ນ Grace 1 ກຳ​ລັງ​ຂົນ​ສົ່ງ​ນ້ຳ​ມັນ​ດິບ​ໄປ​ຍັງໂຮງ​ກັ່ນ​ນ້ຳ​ມັນ ແບນ​ຢາ​ສ (Banyas) ໃນ​ຊີ​ເຣຍ," ນັ້ນ​ຄື​ຄຳ​ເວົ້າ​ຂອງ ທ່ານ ເຟ​ບຽນ ພິກ​ຄາ​ໂດ (Fabian Piccardo) ຫົວ​ໜ້າ​ຫ້ອງ​ການ​ລັດ​ຖະ​ມົນ​ຕີຂອງເກາະ​ຈິບບ​ຣອ​ລ​ທາ (Gibraltar). "ໂຮງ​ກັ່ນ​ນ້ຳ​ມັນ ແມ່ນ​ຊັບ​ສິນ​ຂອງ​ອົງ​ການ​ທີ່ຖືກ​ສະ​ຫະ​ພາບ​ຢູ​ໂຣບ​ລົງ​ໂທດ​ຢູ່​ໃນ​ຊີ​ເຣຍ."
ທ່ານ ໂຈ​ເຊັຟ ບໍແຣ​ລ (Josep Borrell), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ເປນກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ສະ​ຫະ​ລັດ​ໄດ້​ຂໍ​ໃຫ້ເກາະ​ຈິບບ​ຣອ​ລ​ທາ (Gibraltar) ຍຶດ​ເອົາ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນລຳນັ້ນ.

ທ່ານ ຈອນ ໂບ​ລ​ຕັນ (John Bolton) ບໍ່​ໄດ້​ໃຫ້​ຄຳ​ເຫັນ​ວ່າ ສະ​ຫະ​ລັດ​ໄດ້​ຂໍ​ໃຫ້ ເກາະ​ດັ່ງກ່າວ​ເຮັດ​ແນວນັ້ນ ຫລືບໍ່ ແຕ່​ກໍ​ມີ​ຄວາມ​ຍິນ​ດີ​ຕໍ່​ການ​ຍຶດ​ເອົາ​ນັ້ນ ໂດຍ​ເວົ້າ​ວ່າ ສະ​ຫະ​ລັດ​ແລະ​ພັນ​ທະ​ມິດ​ຂອງ​ຕົນ ຈະ​ສືບ​ຕໍ່​ຂັດ​ຂວາງຊີ​ເຣຍ ແລະ​ອີ​ຣ່ານ ບໍ່​ໃຫ້ "ໄດ້​ຮັບ​ກຳ​ໄລຈາກ​ການ​ຄ້າຜິດ​ກົດ​ໝາຍ​ອັນ​ນີ້."

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ອີຣ່ານ ໄດ້​ຍື່ນໜັງ​ສື​ຕໍ່​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດປະ​ຈຳ​ເຕ​ຫະ​ຣ່ານ ເພື່ອ​ສະ​ແດງ "ການ​ຄັດ​ຄ້ານ​ຢ່າງ​ແຮງ ຕໍ່​ການ​ຍຶດ​ເອົາ​ຊັບ​ສິນ​ຂອງ​ຕົນ “ແບບ​ຜິດ​ກົດ​ໝາຍ ແລະ​ບໍ່ເປັນ​ທີ່ຍອມ​ຮັບ​ເອົາ​ໄດ້ດັ່ງ​ກ່າວ.”

ອີ​ຣ່ານ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ປະ​ທາ​ນາ​ທິ​ບໍ​ດີ ບາ​ຊາ ອາ​ລ-ອາ​ຊາດ (Bashar al-Assad) ຂອງ​ຊີ​ເຣຍ ໃນ​ການ​ສູ້​ລົບ​ກັ​ບ​ກຳ​ລັງ​ຂອງ​ພວກຕໍ່​ຕ້ານ​ລັດ​ຖະ​ບານ​ຫລາຍກຸ່ມ ທີ່ພະ​ຍາ​ຍາມ​ໂຄ່ນ​ລົ້ມ​ທ່ານນັ້ນ. ຊີ​ເຣຍ​ໄດ້ຍຶດເອົາ​ເນື້ອ​ທີ່ເກືອບ​ໝົດປະ​ເທດ ​ເຂົ້າ​ມາ​ຢູ່​ໃນ​ການ​ຄວບ​ຄຸມ​ຂອງ​ຕົນຄືນ​ອີກ ຍົກ​ເວັ້ນແຕ່ ແຂວງອິດ​ລິບ (Idlib) ແລະ​ເຂດ​ທີ່​ໝັ້ນ​ຂອງ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ ທີ່​ຢູ່​ກະ​ແຈກ​ກະ​ຈາຍ​ກັນ​ຫລາຍ​ແຫ່ງນັ້ນ.

ສະ​ຫະ​ພາບ​ຢູ​ໂຣບ ຫລື EU ແລະ​ສະ​ຫະ​ລັດ ໄດ້​ວາງ​ມາດ​ຕະ​ການລົງ​ໂທດ​ຕໍ່ຊີ​ເຣຍ. ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳໄດ້​ວາງ​ມາດ​ຕະ​ການລົງ​ໂທດ​ຕໍ່ການ​ສົ່ງ​ອອກ​ນ້ຳ​ມັນ​ຂອງ​ອີ​ຣ່ານ​ໃນ​ປີ​ກາຍນີ້ ໃນ​ຕອນ​ທີ່​ເພິ່ນ​ຖອ​ນເອົ​າ​ສະ​ຫະ​ລັດ ​ອອກ​ຈາກ ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ກັບ​ອີ​ຣ່ານປີ 2015.

ການປິດຕັນ​ຕະ​ຫລາດ​ນ້ຳ​ມັນ​ຂອງ​ອີ​ຣ່ານ​ໄວ້ ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ອີ​ຣ່ານ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG