ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສານ​ສູງ​ສຸດ ສ​ຫລ ຕັດ​ສິນບໍ່​ໃຫ້ລັດ​ຖະ​ບານ​ຂອງ ປ. ທ​ຣຳ ຕື່ມ​ຄຳ​ຖາມ​ກ່ຽວ​ກັບ​ສັນ​ຊາດໃສ່​ ​ຟອມ​ສຳ​ຫລວດ ພົນ​ລະ​ເມືອງ


​ຕຶກສຳນັກງານ​ຂອງສານ​ສູງ​ສຸດ ສະຫະລັດ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ດີ​ຊີ
​ຕຶກສຳນັກງານ​ຂອງສານ​ສູງ​ສຸດ ສະຫະລັດ ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ດີ​ຊີ

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ​ໄດ້​ຕອບ​ໂຕ້ຄືນຕໍ່​ຄຳ​ຕັດ​ສິນ​ຂອງ​ສານ​ສູງ​ສຸດ​ທີ່​ກີດ​ກັນ​ຄວາມ​ພະ​ຍາ​ຍາມ​ຂອງລັດ​ຖະ​ບານ​ທ່ານ​ທີ່​ຈະ​ຕື່ມ​ຄຳ​ຖາມ ກ່ຽວ​ກັບ​ການ​ເປັນ​ສັນ​ຊາດ​ເຂົ້າ​ໃນການ​ສຳ​ຫລວດ​ສະ​ຖິ​ຕິພົນ​ລະ​ເມືອງສະ​ຫະ​ລັດ ທີ່​ຈະ​ມາ​ເຖິງນີ້ ໂດຍ​ເວົ້າ​ວ່າທ່ານ​ໄດ້​ຖາມ​ທະ​ນາຍ​ຄວາມ​ຂອງ​ທ່ານວ່າ ຈະ​ມີ​ວິ​ທີ​ໃດ​ບໍ່ ເພື່ອ​ເຮັດ​ໃຫ້​ການ​ນັບ​ຈຳ​ນວນ​ຄົນ​ທົ່ວ​ປະ​ເທດ​ເລື່ອນ​ໄປ.

ໃນ​ການ​ຂຽນ​ລົງ​ໃນ​ທວີດ​ເຕີໃນ​ເວ​ລາບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ສານ​ມີ​ຄຳ​ຕັດ​ສິນ​ອອກ​ມາ, ທ່ານ​ທ​ຣຳ​ກໍ​ເວົ້າ​ວ່າ "ມັນ​ເປັນ​ເລື້ອງ​ທີ່​ເປັນໜ້າຢາກ​ຫົວ​ຫລາຍ" ທີ່​ລັດ​ຖະ​ບານບໍ່​ສາ​ມາດ​ຖາມ​ປະ​ຊາ​ຊົນກ່ຽວ​ກັບ​ສັນ​ຊາດ​ຂອງ​ເຂົາ​ເຈົ້າ​ຢູ່​ໃນ​ການ​ສຳ​ຫລວດ​ສະ​ຖິ​ຕິພົນ​ລະ​ເມືອງ ທີ່​ມີ​ຂຶ້ນ​ໃນທຸກໆ​ 10 ປີ.

ສານ​ສູງ​ສຸດ​ໄດ້​ຕັດ​ສິນ​ກ່ຽວ​ກັບ​ຄຳ​ອະ​ທິ​ບາຍ​ຂອງ​ລັດ​ຖະ​ບານ​ທີ່​ເວົ້າວ່າ ຄຳ​ຖາມ​ກ່ຽວ​ກັບ​ສັນ​ຊາດ​ມີ​ຈຸດ​ປະ​ສົງເຮັດ​ໃຫ້ກົດ​ໝາຍ​ດ້ານ​ສິດ​ທິ​ໃນ​ການ​ປ່ອນ​ບັດ ​ໄດ້​ ຖືກ​ປະ​ຕິ​ບັດໄດ້ດີ​ຂຶ້ນກວ່າ​ເກົ່າ​ນັ້ນ "ເຮັດ​ໃຫ້​ມີ​ການ​ຫັນ​ເຫເອົາ​ຄວາມ​ສົນໃຈ​ຂອງ​ຄົນ" ອອກ​ໄປ​ຈາກ​ປະ​ເດັນດັ່ງ​ກ່າວຫລາຍກວ່າ​ສິ່ງ​ທີ່​ກ່າວ​ຢູ່​ໃນ​ຄຳ​ອະ​ທິ​ບາຍນັ້ນ.

ພວກ​ທີ່ຄັດ​ຄ້ານ​ຕໍ່​ການ​ເອົາ​ຄຳ​ຖາມ​ກ່ຽວ​ກັບ​ສັນ​ຊາດ​ເຂົ້າ​ນັ້ນເວົ້າ​ວ່າ ມັນ​ຈະ​ເປັນ​ການເຮັດ​ໃຫ້​ພວກ​ທີ່ບໍ່​ແມ່ນ​ສັນ​ຊາດ​ອາ​ເມ​ຣິ​ກັນ​ບໍ່​ກ້າ​ຕອບ​ຄຳ​ຖາມ​ຢູ່​ໃນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ, ຊຶ່ງ​ໃນ​ທີ່​ສຸດກໍ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ການ​ຕາງ​ໜ້າ​ໃຫ້​ຢູ່​ໃນ​ລັດ​ຖະ​ສະ​ພາ.
ຫົວ​ໜ້າ​ຜູ້​ພິ​ພາກ​ສາໃນ​ສານ​ສູງ​ສຸດ, ທ່ານ John Roberts ໄດ້ຮ່ວມ​ກັນ​ກັບ ພວກຜູ້ພິ​ພາກ​ສາ​ທີ່​ມີ​ຫົວ​ເສ​ລີ​ນິ​ຍົມ ໃນ​ການ​ອອກ​ຄຳ​ຕັດ​ສິນ​ທີ່​ໄດ້​ຮັບ​ສຽງ​ສະ​ໜັບ​ສະ​ໜຸນ 5 ຕໍ່ 4 ສຽງ​ນັ້ນ.

ນອກນັ້ນ ສານ​ສູງ​ສຸດ​ຂອງ​ປະ​ເທດຍັງ​ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ວານນີ້​ອີກວ່າ ຕົນ​ປະ​ຕິ​ເສດ ບໍ່​ເຂົ້າໄປ​ແຊກ​ແຊງໃນເລື້ອງດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ແບ່ງ​ເຂດ ແດນລົງ​ຄະ​ແນນ​ສຽງ​ໃນ​ລະ​ດັບ​ເມືອງຄືນຢູ່​ໃນ​ລັດ​ຕ່າງໆ. ການ​ຂີດແບ່ງເຂດ ແດນ​ໃນ​ການ​ລົງ​ຄະ​ແນນ​ສຽງຄືນ ມີ​ຈຸດ​ປະ​ສົງ​ເພື່ອ​ຮັບ​ປະ​ກັນ​ວ່າ ​ການ​ຕາງ​ໜ້າ​ຂອງ​ປະ​ຊາ​ຊົນຢູ່​ໃນ​ຫ້ອງ​ການນິ​ຕິ​ບັນ​ຍັດ​ຂອງ​ລັດມີ​ສັດ​ສ່ວນ​ເທົ່າ​ກັນເມື່ອ​ມີ​ພົນ​ລະ​ເມືອງ​ເພີ້ມ​ຂຶ້ນ ແລະ​ປ່ຽນ​ບ່ອນ​ຢູ່.

ພວກ​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ໃນ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ ແລະ​ພວກ​ສັງ​ກັດ​ພັກເດ​ໂມ​ແຄ​ຣັດໃນ​ລັດ​ແມ​ຣີ​ແລນ ຖື​ກກ່າວ​ຫາ​ວ່າ​ພາ​ກັນ​ແບ່ງ​ເຂດ​ແດນ​ໃນ​ການ​ປ່ອນ​ບັດຢູ່​ໃນ​ລະ​ດັບ​ເມືອງ​ຄືນ​ໃໝ່ ເພື່ອ​ຮັກ​ສາ​ອຳ​ນາດ​ໄວ້ ​ໃນ​ກຳ​ມື​ຂອງ​ພັກ​ທີ່​ກຳ​ອຳ​ນາດ​ຢູ່ໃນເວ​ລານັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG