ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວ​ລາວ ໃນ​ ສ​ຫລ ກຽມ​ໄປ​ປ່ອນ​ບັດ ໃນການ​ເລືອກ​ຕັ້ງ​ ກ​າງ​ສະ​ໄໝ


ແມ່​ຍິງ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ໄປ​ປ່ອນ​ບັດ ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ທີ່​ເມືອງ​ດູ​ແຣມ ລັດ​ຄາ​ໂຣ​ໄລ​ນາ​ເໜືອ ເມື່ອ​ວັນ​ທີ 8 ພຶດ​ສະ​ພາ 2018.
ແມ່​ຍິງ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ ໄປ​ປ່ອນ​ບັດ ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ທີ່​ເມືອງ​ດູ​ແຣມ ລັດ​ຄາ​ໂຣ​ໄລ​ນາ​ເໜືອ ເມື່ອ​ວັນ​ທີ 8 ພຶດ​ສະ​ພາ 2018.

ໃນລາຍການພິເສດ ຂອງວີໂອເອພາກ​ພາ​ສາ​ລາວ ສໍາລັບແລງມື້ນີ້ ​ໄພ​ສານ ຈະນໍາເອົາ ທັດ​ສະນະ​ຄວາມ​ເຫັນ ກ່ຽວ​ກັບການເລືອກຕັ້ງກາງສະໄໝ ຈາກປະຊາຄົມລາວ ແລະມົ້ງ ອາເມຣິກັນ ມາ​ສ​ະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານຜູ້ຟັງ ການເລືອກກາງສະໄໝແມ່ນ​ຫຍັງ? ການ​ເລືອກ​ຕັ້ງ​ກາງ​ສະ​ໄໝໃນ​ປີນີ້ ແມ່ນ​ຂີດ​ໝ​າຍ​ ຄົບ​ຮອບ 2 ປີ ​ໃນ​ການ​ເຂົ້າ​ຮັບ​ຕຳ​ແໜ່ງ ​ຂອງ​ປະທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ຊຶ່ງ​ຈະເປັນ​ການ​ເລືອກ​ຕັ້ງ​ເອົາ​ສະ​ມ​າ​ຊິກ​ສະ​ພາ​ສູງ 35 ທ່ານຈາກ​ຈຳ​ນວນ​ທັງ​ໝົດ 100 ທ່ານ ສະ​ມາ​ຊິກສະ​ພາ​ຕ່ຳ​ທັງ​ໝົດ 435 ທ່ານ ຜູ້​ປົກ​ຄອງ​ລັດ ໃນ​ 36 ລັດ ແລະ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ ຊຶ່ງ​ມີ​ຂຶ້ນ​ໃນ​ທຸກໆສອງປີ.

​ອີງຕາມຄວາມຄິດ​ຄວາມເຫັນ ຂອງສະມາຊິກປະຊາຄົມລາວ ບັນດາເຜົ່າ ທີ່ມີສັນຊາດອາ ເມຣິກັນ ບາງຄົນ ກໍເໝືອນກັບຄົນອາເມຣິກັນທົ່ວໄປ ຄາດ​ວ່າຈະ​ພາ​ກັນ ໄປປ່ອນບັດ ແຕ່
ເນື່ອງຈາກວ່າ ພວກທ່ານບໍ່ຄ່ອຍສົນໃຈ ເລື້ອງການເມືອງ ຈຶ່ງບໍ່​ສົນໃຈວ່າ ຜູ້ສະໝັກຈະ
ມາຈາກພັກໃດ ແຕ່ຈະເນັ້ນໃສ່ວ່າຜູ້ໃດສາ​ມາດ​ແກ້​ໄຂບັນຫາທີ່ມີຜົນກະທົບຕໍ່ປະຊາຄົມ
ຂອງຕົນ ກໍຄືປະຊາຄົມຂອງ ພວກຊົນກຸ່ມນ້ອຍ ໃນສະຫະລັດ ເຊັ່ນຊາວອາເມຣິກັນ ເຊື້ອ
ສາຍເອເຊຍນັ້ນເປັນຫຼັກ ເຖິງແມ່ນບາງທ່ານຈະເຫັນວ່າ ການຮັບປະກັນໃຫ້ມີ​ຄວາມເທົ່າ
ທຽມ ຫລືຄວາມກໍ້າເກິ່ງກັນທາງອໍານາດ ລະຫວ່າງສາມພາກສ່ວນໃນລະບົບການປົກ
ຄອງຂອງ ສະຫະລັດ ຊຶ່ງລວມມີ ຝ່າຍບໍລິຫານກໍຄືຄະນະລັດຖະບານ ຊຶ່ງມີປະທານາທິ
ບໍດີເປັນຫົວໜ້າ ຝ່າຍນິຕິບັນຍັດ ຊຶ່ງ​ໄດ້​ແກ່ ລັດຖະສະພາ​ທັງ​ສອງ ແລະຝ່າຍ ຕຸລາການ ຊຶ່ງແມ່ນສານສູງສຸດນັ້ນເປັນເລື້ອງສໍາຄັນ.

ຍັງ​ເຫຼືອ​ເວ​ລາ​ ອີກນຶ່ງອາທິດ ການປ່ອນບັດເລືອກຕັ້ງ ກາງສະໄໝ ກໍ​ຈະ​ມາ​ຮອດແລ້ວ
​ທ່ານອິນໂຕ ຈໍາພັນ ຄົນ​ລາວ​ສັນ​ຊາດອ​າ​ເມ​ຣິ​ກັນ ​ຈາກເຂດນະ​ຄອນລອສແອນເຈີ​ລິ​ສ ທີ່ມີອາຊີບ ເປັນ ທະນາຍຄວາມແລະເປັນເຈົ້າຂອງບໍລິສັດທະ​ນາຍ​ຄວາມ ກ່າວ​ຕໍ່ວີໂອ
ເອວ່າ ທ່ານຢາກເບິ່ງວ່າ ໃຜຈະສົນໃຈໃນການປົກປ້ອງຜົນປະໂຫຍດຂອງຊາວອາເມ
ຣິກັນ ເຊື້ອສາຍລາວ ກໍຄືເຊື້ອສາຍ ເອເຊຍ.

ໃນການເລືອກຕັ້ງທີ່ຈະມາເຖິງນີ້ ທ່ານກ່າວວ່າ ຊາວຄາລິຟໍເນຍ​ຜູ້ນຶ່ງ​ ຈະ​ເລືອກເອົາສະ
ມາຊິກ ສະພາສູງທ່ານນຶ່ງ ແລະສະມາຊິກສະພາຕໍ່າທ່ານນຶ່ງ ທີ່​ຢູ່​ໃນ​ເຂດຂອງ​ຕົນ ແລະ
ສ່ວນຕົວທ່ານ ແລ້ວ ທ່ານເປີດເຜີຍວ່າ ຈະເລືອກເອົາ ທ່ານນາງ Judy Chu ຊາວອາເມ
ຣິກັນເຊື້ອສາຍຈີນ ໃຫ້ເປັນສະມາຊິກສະພາຕໍ່າ ມາປະຈໍາຢູ່ວໍ​ຊິງ​ຕັນເພາະທ່ານໄດ້ຮູ້ກັບ
ຜູ້ກ່ຽວ ມາໄດ້ຫລາຍປີ ແລ້ວ. ສ່ວນສະມາຊິກສະ ພາສູງນັ້ນ ທ່ານຍັງບໍ່ທັນຕັດສິນໃຈໄດ້
ເທື່ອວ່າ ຈະເລືອກເອົາຜູ້ເກົ່າ ຫລືຜູ້ໃໝ່ດີ ຊຶ່ງທັງສອງທ່ານນີ້ ລ້ວນແຕ່ ສັງກັດພັກເດໂມ-
ແຄຣັດ.

ອີກ​ສາ​ເຫດ​ນຶ່ງ​ທີ່​ສຳ​ຄັນ​ ກໍ​ຄືເລື່ອງ​ຄວາມກໍ້າເກິ່ງກັນທາງອໍານາດ ລະຫວ່າງສາມພາກ
ສ່ວນໃນລະບົບການປົກຄອງ ຂອງສະຫະລັດ ຊຶ່ງ​ທ່ານ​ອິນ​ໂຕກ່າວ​ວ່າ ພັກເດ​ໂມ​ແຄ​ຣັດ
ໃນ​ຄວາມ​ຄິດ​ຂອງ​ທ່ານ​ແລ້ວ ຄວນ​ມີ​ໂອ​ກາດ​ ທີ່​ຈະ​ເຂົ້າ​ຄວບ​ຄຸມ ​ສະພາ​ຕ່ຳ​ຄືນ:

"ສ່ວນຫຼາຍນີ້ ຄັນຜະເດັດການໜີ້ມັນບໍ່ດີຈັກອັນ ແມ່ນບໍ່ລະ ອັນດຽວນີ້ແປວ່າພັກຣີ
ພັບບລີ ກັນ ຄວບຄຸມໝົດ ຄັນເຮັດຫຍັງບໍ່ຕ້ອງຟັງໃຜກໍໄດ້ ມັນກໍບໍ່ຄັກປານໃດທາງ
ນີ້ໜີ້ຄິດວ່າ ຢ່າງ ໜ້ອຍທີ່ສຸດ House Representative ໜີ້ຄວນຊິປ່ຽນມາເປັນເດ
ໂມແຄຣັດຄິດວ່າໂອກາດ ຄືຊິສູງ ແຕວ່າ Senate ໜີ້ ຄືຊິເປັນໄປໄດ້ຍາກ ຊິມາປ່ຽນ
ເປັນເດໂມແຄຣັດ."

ສ່ວນແມ່ຍິງໄວກາງຄົນຊາວມົ້ງອາເມຣິກັນຜູ້ນຶ່ງ ທີ່ກໍາລັງຕັ້ງບໍລິສັດ ທີ່ປຶກສາ ຂອງລາວ
ເອງ ຢູ່ ນະ​ຄອນເຊນປອລ ລັດເມນີໂຊ​ຕ້າກໍມີຄວາມຄິດເຫັນຄ້າຍຄືກັນກັບທ່ານອິນໂຕ ແຕ່ກໍບໍ່ໄດ້​ໃຫ້ຄວາມສຳ​ຄັນ​ ກ່ຽວ​ກັບ​ຄວາມກໍ້າເກິ່ງ ທາງອໍານາດ ລະຫວ່າງສາມພາກ
ສ່ວນ ໃນລະບົບການ ປົກຄອງຂອງສະຫະລັດ ຫຼາຍເທົ່າກັນກັບເລື້ອງຄວາມເທົ່າທຽມ
ກັນ ລະຫວ່າງຊົນຊາດຊົນເຜົ່າ ກຸ່ມນ້ອຍ ກັບຄົນຜີວຂາວຊຶ່ງເປັນປະຊາຊົນສ່ວນໃຫຍ່ ໃນສະຫະລັດ. ເນື່ອງຈາກວ່າ ທ່ານນາງ ເປັນນັກສົ່ງເສີມຄວາມສະ​ເໝີ​ພາບໃນການໄດ້
ຮັບໂອກາດທາງການສຶກສາ ​ດັ່ງນັ້ນທ່ານນາງຈຶ່ງ ໃຫ້ຄວາມສໍາຄັນໃນດ້ານນີ້ເປັນພິເສດ.
ແຕ່​ຂະ​ນະ​ດຽວ​ກັນ ​ທ່ານ​ນາງ​ກໍໄດ້​ສະ​ແດງຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ການ​ເຂົ້າ​ໄປ​ກຳ​ອຳ​
ນາດ ຂອງ​ພັກ​ໃດ​ພັກ​ນຶ່ງ​ຫຼາຍ​ເກີນໄປ​ຢູ່​ໃນ​ສະ​ພາ.

ແມ່ນ​ແລ້ວ ຂ້ອຍ​ຄິດ​ວ່າ ຍ້ອນ​ສຽງ​ສ່ວນ​ຫຼາຍ ສຽງ​ສ່ວນ​ນ້ອຍ ຂອງ​ພັກ​ໃດ​ພັກ​ນຶ່ງ ເມື່ອ​
ພັກ​ນຶ່ງ​ມີ​ສະ​ມາ​ຊິກຫຼາຍກວ່າ​ອີກ​ພັກ​ນຶ່ງ ມັນ​ຈຶ່ງ​ເປັນ​ການ​ເສຍ​ປຽບ​ໃນ​ການ​ລົງ​ຄະ​ແນນ​
ສຽງ ຂ້ອຍ​ບໍ່​ຮູ້​ວ່າ ເຮັດ​ຈັ່ງ​ໃດ​ຈຶ່ງ​ຈະ​ປ່ຽນ​ແປງ​ສະ​ພາບ​ການ​ດັ່ງກ່າວນັ້ນ​ໄດ້ ຂ້ອຍ​ກໍ​ເຫັນ​
ຄື​ກັນໃນ​ໄລ​ຍະ​ຫຼາຍ​ປີ​ມາ​ໜີ້ ມີ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີກັນ​ໃນ​ຈຳ​ນວນ​ຫຼາຍ​ຂຶ້ນເຂົ້າ​ໄປ
​ນັ່ງ​ໃນ​ສະ​ພາ​ຕ່ຳ ມີ​ສະ​ມາ​ຊິກ​ພັກ​ຣີ​ພັບບ​ລີ​ກັນ​ຫຼາຍ​ຂຶ້ນເຂົ້າ​ໄປ​ນັ່ງ​ໃນ​ສະ​ພາ​ສູງ ຂ້ອຍ​
ຈຶ່ງ​ຮູ້​ສຶກ ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ຫົວ​ຂໍ້ຕ່າງໆຮວມ​ທັງ​ພວກ​ເຮົາ ຊຶ່ງ​ເປັນ​ພວກ​ຊົນ​
ກຸ່ມ​ນ້ອຍ ບໍ່​ຄື​ກັນ​ກັບຂອງ​ພວກ​ເຂົາ​ເຈົ້າທີ່ມີ​ສຳ​ລັບ​ຄົນ​ອື່ນ ຂ້ອຍ​ບໍ່​ຮູ້ ບາງ​ເທື່ອ​ ຂ້ອຍ​ກໍ
​ບໍ່​ຢາກ​ເຊື່ອ​ໝັ້ນ ​ໃນ​ລະ​ບົບ​ປານ​ໃດ ໃນ​ ເມື່ອ​ຂ້ອຍ​ເຂົ້າ​ໃຈ​ໃນ​ລະ​ບົບ​ຢູ່​ອາ​ເມ​ຮິ​ກາ ຊຶ່ງ​
ມີ​ທັງ​ດີ ແລະ​ບໍ່​ດີ ຂ້ອຍ​ຈຶ່ງ​ມີຄວາມ​ລະ​ມັດ​ລະ​ວັງ ແລະ​ຮຽນ​ຮູ້​ຫຼາຍ​ຂຶ້ນ ກວ່າ​ແຕ່​ກ່ອນໆ.​

ຜົນ​ຂອງ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ ຈະອອກ​ມາ​ແບບ​ໃດ​ນັ້ນ ​ບໍ່​ມີ​ຜູ້ໃດ​ສາ​ມາດ​ທຳ​ນາຍ
​ໄດ້ ແຕ່​ໃນ​ວັນ​ທີ 6 ພະ​ຈິກ​ຈະ​ມານີ້ ບັນ​ດາ​ຜູ້​ມີ​ສິດ​ປ່ອນ​ບັດ​ທັງຫລາຍ ​ຈະ​ເປັນ​ຜູ້​ຕັດ​ສິນ​
ຊີ້​ຂາດ​ວ່າ​ພັກ​ໃດ ຈະ​ໄດ້​ເຂົ້າ​ໄປ​ກຳ​ສຽງ​ສ່ວນ​ຫຼາຍ​ ຢູ່ໃນ​ສະ​ພາ​ສູງ​ ແລະ​ ສະ​ພາ​ຕ່ຳ ຕະ​
ຫຼອດ​ທັງ​ເລືອກ​ເອົາຜູ້​ປົກ​ຄອງ​ລັດ​ຕ່າງໆແລະ​ການ​ເລືອກຕັ້ງ​ທ້ອງ​ຖິ່ນ.

XS
SM
MD
LG