ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຕີໝາຍເລກນຶ່ງ ທ່ານນາງເມລາເນຍ ທຣຳ ເຂົ້າຮັກສາພະຍາບານ ທີ່ໂຮງໝໍທະຫານ


ສະຕີໝາຍເລກນຶ່ງ ທ່ານນາງເມລາເນຍ ທຣຳ
ສະຕີໝາຍເລກນຶ່ງ ທ່ານນາງເມລາເນຍ ທຣຳ

ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງເມລາເນຍ ທຣຳ ຍັງຢູ່ທີ່ໂຮງໝໍທະຫານ
ແຫ່ງນຶ່ງໃກ້ໆນະຄອນຫຼວງວໍຊິງຕັນ ໃນວັນອັງຄານມື້ນີ້ ນຶ່ງມື້ຫລັງຈາກໄດ້ຮັບຂັ້ນຕອນການປິ່ນປົວກ່ຽວກັບຕຸ່ມເນື້ອເຍື່ອທີ່ບໍ່ເປັນອັນຕະລາຍ ຢູ່ໃນໝາກໄຂ່ຫຼັງ.

ໂຄສົກຍິງຂອງສະຕີໝາຍເລກນຶ່ງ ກ່າວວ່າ ທ່ານນາງໄດ້ຮັບການປິ່ນປົວໃນຕອນເຊົ້າ
ວັນຈັນວານນີ້ ດ້ວຍຜົນສຳເລັດແລະບໍ່ມີບັນຫາໃດໆທັງສິ້ນ.

ທ່ານນາງເມລາເນຍ ທຣຳ ມີທ່າທາງວ່າ ຍັງຈະຢູ່ທີ່ໂຮງໝໍວອລເຕີຣີດ ໄປຈົນໝົດອາ
ທິດນີ້.

ກ່ອນໄປຢ້ຽມຢາມພັນລະຍາຂອງທ່ານນັ້ນ ປະທານາທິບໍດີດໍໂນລ ທຣຳ ໄດ້ຂຽນລົງໃນ
ທວີດເຕີ້ວ່າ ທ່ານນາງແມ່ນມີຄວາມຮູ້ສຶກທີ່ດີ ແລະກໍໄດ້ສະແດງຄວາມຂອບໃຈຕໍ່ທຸກໆ
ຄົນ ທີ່ປາຖະໜາໃຫ້ທ່ານນາງຫາຍດີໄວໆນັ້ນ.

U.S. First Lady Melania Trump remains in a military hospital near Washington Tuesday, a day after she underwent a procedure to treat a benign kidney condition.

A spokeswoman for the 48-year-old first lady says the procedure Monday morning was successful and was performed without complications.

Mrs. Trump is likely to remain at Walter Reed for the rest of the week.

Before visiting his wife, President Trump tweeted she is in good spirits," and he thanked everyone for the well-wishes.

XS
SM
MD
LG