ຢູ່ທົ່ວສະຫະລັດ ຂະບວນການ #ຂ້ອຍກໍຄືກັນ ແລະການເດີນຂະບວນ ຂອງພວກແມ່
ຍິງ ກຳລັງປ່ຽນປ່ຽນແປງການອະພິປາຍດ້ານການເມືອງຂອງປະເທດ ແລະກະຕຸ້ນໃຫ້
ພວກແມ່ຍິງ ຈຳນວນຫຼາຍເປັນປະຫວັດການ ລົງສະໝັກແຂ່ງຂັນເອົາຕຳແໜ່ງທາງ
ການເມືອງ ຢູ່ໃນການເລືອກຕັ້ງກາງສະໄໝທີ່ສຳຄັນ ຂອງປີນີ້. ນັກຂ່າວວີໂອເອ ປະ
ຈຳສະພາຕໍ່າ ແຄັດເທີລິນ ກິບສັນ ມີລາຍງານກ່ຽວກັບບັນດາຜູ້ສະໝັກແມ່ຍິງລຸ້ນໃໝ່
ທີ່ນຳເອົາແນວຄິດໃໝ່ໆເຂົ້າມາທ້າທາຍ ເພື່ອທັບມ້າງຂີດຈຳກັດຕໍ່ພວກແມ່ຍິງນັ້ນ.
ກິ່ງສະຫວັນ ຈະນຳເອົາລາຍລະອຽດ ກ່ຽວກັບເລື່ອງນີ້ ມາສະເໜີທ່ານ.
ການເດີນຂະບວນຂອງພວກແມ່ຍິງໃນປີກາຍນີ້ ໄດ້ກະຕຸກຊຸກຍູ້ ໃຫ້ນາງ ອາລີສັນ
ກອລເບຣດ ລົງສະໝັກແຂ່ງຂັນ. ນາງກ່າວກ່ຽວກັບເລື່ອງນີ້ວ່າ:
“ຂ້າພະເຈົ້າມີປະສົບການກ່ຽວກັບຊີວິດຄືກັນ. ຂ້າພະເຈົ້າເຂົ້າໃຈໃນອັນທີ່ຄົນທຳ
ມະດາສາມັນ ພາກັນປະເຊີນໜ້າຢ່າງໃດ?
ການຕັດສິນໃຈຂອງນາງ ເພື່ອທ້າທາຍສະມາຊິກສະພາຕໍ່າພັກຣີພັບບລິກັນ ໄດ້ມີຂຶ້ນ
ບໍ່ເທົ່າໃດອາທິດຕໍ່ມາ ຫຼັງຈາກສະມາຊິກສະພາທ່ານນີ້ ໄດ້ປະຕິເສດຕໍ່ຄຳ ຮ້ອງຂໍຂອງ
ນາງ ທີ່ໃຫ້ຮັກສາເງິນຊ່ວຍເຫຼືອສຳລັບຈ່າຍຄ່າປະກັນໄພສຸຂະພາບ.
ນາງກອລເບຣດ ກ່າວວ່າ “ທ່ານເວົ້າວ່າ ຂ້າພະເຈົ້າຄິດວ່າຄົນສ່ວນໃຫຍ່ບໍ່ສົນໃຈ
ດອກຖ້າຫາກແມ່ຍິງຈ່າຍຄ່າປະກັນໄພສຸຂະພາບແພງແດ່ໜ້ອຍນຶ່ງ. ແລະຂ້າພະ
ເຈົ້າຄິດວ່າພວກແມ່ຍິງພາກັນສົນໃຈເລື່ອງນີ້.”
ນາງກອລເບຣດ ທີ່ລ້ຽງລູກໂດຍບໍ່ມີຜົວ ແລະເກັ່ງໃນເລື່ອງສື່ສັງຄົມສະໄໝໃໝ່ ພ້ອມ
ດ້ວຍປະສົບການ 10 ປີໃນການເຮັດວຽກກັບລັດຖະບານກ່າວວ່າ ການທີ່ ຈະຕໍ່ສູ້ກັບ
ນັກການເມືອງ ທີ່ຜ່ານປະສົບການມານັ້ນ ບໍ່ເຄີຍຢັບຢັ້ງນາງໄວ້ເລີຍ.
ນາງກອລເບຣດ ກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກຜູ້ຊາຍເຫລົ່ານີ້ມີຫຍັງແດ່ທີ່ຈະ
ມາສະເໜີໃຫ້? ເຂົາເຈົ້າໄດ້ເຮັດຫຍັງມາ? ຄຸນນະວຸດທິຂອງເຂົາເຈົ້າແທ້ໆແລ້ວ
ມີຫຍັງແດ່?”
ແຕ່ບັນດານັກຄົ້ນຄວ້າກ່າວວ່າ ນັ້ນແມ່ນນິໄສທີ່ບໍ່ຄ່ອຍປົກກະຕິ ຂອງພວກນັກ ການເມືອງແມ່ຍິງ.
ນາງເຈັນນິເຟີ ລໍແລັສ ຈາກມະຫາວິທະຍາໄລອາເມຣິກັນ ກ່າວວ່າ “ເວລາ ພວກແມ່
ຍິງ ແລະພວກຜູ້ຊາຍ ມີປະສົບພະການໃນການເຮັດວຽກຄືກັນ ແລະ ເຂົາເຈົ້າມີ
ເປົ້າໝາຍໃນຄວາມເຊື່ອໝັ້ນວ່າ ພວກເຮົາຄາດໝາຍຫຼາຍທີ່ສຸດຈາກ ຜູ້ສະໝັກ
ສ່ວນໃຫຍ່ ພວກຜູ້ຊາຍພາກັນແຍງແຫວ່ນເບິ່ງ ແລະກ່າວວ່າ “ແມ່ນ ແລ້ວ ຂ້າພະ
ເຈົ້າມີຄຸນນະວຸດທິ ລົງສະໝັກແຂ່ງຂັນເອົາຕຳແໜ່ງ” ແລະແມ່ຍິງ ປະມານ 20
ເປີເຊັນ ມີທ່າທາງວ່າ ຈະສະແດງຄວາມສົງໄສໃນຕົນເອງ.”
ແລະຢູ່ໃນທົ່ວໂລກ ສະຫະລັດແມ່ນຍັງຫລ້າຫລັງ 103 ປະເທດຢ່າງຫຼວງຫຼາຍ ໃນ
ການມີສະມາຊິກສະພາແມ່ຍິງ ເປັນຍ້ອນເຫດຜົນຫຍັງ? ບັນດາປະເທດທີ່ມີອັດຕາເປີ
ເຊັນສູງ ເຊັ່ນວ່າ ຄິວບາ ເມັກຊິໂກ ແລະອາຟຣິກາໃຕ້ ແມ່ນມີໂຄຕ້າ ຫລືລະບົບພັກທີ່
ເຂັ້ມແຂງໃນການເລືອກເອົາບັນດາຜູ້ສະໝັກແມ່ຍິງ.
ນາງລໍແລັສກ່າວວ່າ “ພວກເຮົາມີລະບົບຜູ້ສະໝັກທີ່ບໍລິຫານງານໃຫ້ແກ່ຕົນເອງ ຢູ່
ໃນສະຫະລັດ ຊຶ່ງໝາຍຄວາມວ່າ ທ່ານຖືກປ່ອຍປະໄວ້ ໃຫ້ຢູ່ຕາມລຳພັງຕົນ ເອງ ແລະພວກແມ່ຍິງທີ່ບໍ່ເຫັນແມ່ຍິງຄົນອື່ນໆຈຳນວນຫຼວງຫລາຍຢູ່ໃນວົງການ ເມືອງ ພວກແມ່ຍິງທີ່ຍັງມີລາຍໄດ້ໜ້ອຍກວ່າພວກຜູ້ຊາຍ ພວກແມ່ຍິງທີ່ບໍ່ສ່ວນ ພົວພັນ
ກັບການເມືອງ ອາດຈະເຫັນວ່າເປັນຍາກທີ່ຈະລົງສະໝັກແຂ່ງຂັນ.”
ແລະໃນຂະນະທີ່ຄື້ນຟອງການລາອອກຂອງສະມາຊິກສະພາໄດ້ຖືກເປີດເຜີຍໃຫ້ຮູ້ ຫວ່າງມໍ່ໆມານີ້ ພວກແມ່ຍິງຜູ້ທີ່ໄດ້ໂດດຂ້າມສິ່ງກີດຂວາງຕ່່າງໆເພື່ອເອົາຊະ ນະການ
ເລືອກຕັ້ງນັ້ນ ແມ່ນປະເຊີນໜ້າກັບບັນຍາກາດທີ່ຍາກລຳບາກ ຢູ່ໃນລັດຖະສະພາ.
ນາງທຸລຊີ ກັບບາດ ທີ່ສັງກັດພັກເດໂມແຄຣັດ ກ່າວວ່າ “ນັບເປັນເວລານານມາແລ້ວ ທີ່ພວກລ່ວງລະເມີດທາງເພດ ໄດ້ພາກັນຢູ່ຢ່າງເສລີ ທີ່ຕຶກລັດຖະສະພາ ຊຶ່ງເປັນ
ບ້ານເຮືອນຂອງປະຊາຊົນ ໃນຂະນະທີ່ຜູ້ລອດມາໄດ້ຈາກການລວນລາມ ທາງເພດ ແລະການໂຈມຕີ ໄດ້ຖືກໂດດດ່ຽວ ຖືກດູໝິ່ນ ແລະເຮັດໃຫ້ລະອາຍ ເພື່ອບໍ່ໃຫ້ເວົ້າ
ຫຍັງອອກມາ. ພໍແລ້ວ ພໍແລ້ວ.”
ແຕ່ວ່າການສົນທະນາໄດ້ເລີ້ມໂດຍ ຂະບວນການ #ຂ້ອຍກໍຄືກັນ ບໍ່ໄດ້ເປັນ
ພຽງແຕ່ຝ່າຍດຽວ.
ນາງເຈັນນີເຟີ ຮິກກິນ ຈາກອົງການແມ່ຍິງດຽວນີ້ ກ່າວວ່າ “ຂ້າພະເຈົ້າບໍ່ເຄີຍ ຖືວ່າ ຂະບວນການ #ຂ້ອຍກໍຄືກັນ ເປັນພັກການເມືອງໃດນຶ່ງ. ຂ້າພະເຈົ້າຄິດ ວ່າເປັນ
ການຈັດຕັ້ງທາງເພດ.”
ນາງຮິກກິນ ຮັບຮູ້ວ່າ ເປັນກຸ່ມຕໍ່ຕ້ານປະທານາທິບໍດີທຣໍາ ທີ່ກະຕຸ້ນໃຫ້ພວກແມ່ ຍິງພັກເດໂມແຄຣັດ ພາກັນລົງສະໝັກແຂ່ງຂັນ. ແຕ່ນາງກ່າວວ່າ ພັກຣີພັບບລິ ກັນກໍຍິນດີຕ້ອນຮັບພວກແມ່ຍິງ ທີ່ເປັນຜູ້ສາມາດແກ້ໄຂບັນຫາ ແລະຕ້ອງການ ໂອກາດທີ່ຈະປັບປ່ຽນວໍຊິງຕັນ.
ນາງຮິກກິນກ່າວວ່າ “ຄວາມຫຼາກຫລາຍໃນການເຂົ້າເປັນສະມາຊິກໃນພັກຂອງ ພວກເຮົາເບິ່ງຄືວ່າ ແມ່ນຈຸດເພັ່ງເລັງແລະບູລິມະສິດສຳລັບລັດຖະສະພາຊຸດນີ້ ບາງທີ່ອາດຫຼາຍ ກ່ອນນັ້ນ ເພື່ອໃຫ້ມີແມ່ຍິງ ເຂົ້າຮ່ວມໂຕະ ໃນການເຈລະຈາ
ກ່ຽວກັບບັນຫາ ຊັບຊ້ອນຕ່າງໆ ເຊັ່ນວ່າເລື່ອງຄົນເຂົ້າເມືອງ ຫລືຂະບວນການ
#ຂ້ອຍກໍຄືກັນ ແລະການລວນລາມທາງເພດ ແຜ່ກະຈາຍຢູ່ວໍຊິງຕັນ ຢ່າງໃດ?
ຄວາມຮູ້ສຶກທີ່ດັງກ້ອງໄປທົ່ວທັງສອງພັກ.
ນາງກອລເບຣດ ກ່າວວ່າ “ຖ້າຫາກວ່າຕ້ອງການເວລາ ມັນແມ່ນ ດຽວນີ້.”
ໂອກາດໃໝ່ ທີ່ອາດຈະປ່ຽນແປງໂສມໜ້າ ແລະປະເພນີຂອງລັດຖະສະພາ
ກໍໄດ້.