ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວິວັດທະນາການ ກ່ຽວກັບ ນະໂຍບາຍ ຕ່າງປະເທດ ຂອງ ປະທານາທິບໍດີ ດໍໂນລ ທຣໍາ


Trump Putting Own Stamp on US Foreign Policy
please wait

No media source currently available

0:00 0:02:46 0:00

ສຳລັບລັດຖະບານ​ທີ່ຫາ​ກໍ​ເຂົ້າ​ມາ​ຮັບ​ຕຳ​ແໜ່ງ​ເມື່ອ​ເກົ້າ​ເດືອນ​ກ່ອນ ​ໂດຍ​ທີ່​ບໍ່​ມີປະສົບ​ພະການຫຍັງ​ຫຼາຍ ​ໃນນະ​ໂຍບາຍ​ການຕ່າງປະ​ເທດ​ ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​
ແລະ​ທີ​ມງານ​ຂອງ​ທ່ານ ​ໄດ້ສ້າ​ງຄວາມ​ປະ​ທັບ​ໃຈຢ່າງ​ໜ້າ​ສັນລະ​ເສີນ ​ຢູ່ທີ່​ການ​ເຕົ້າ​
ໂຮມກອງ​ປະຊຸມ​ສະມັດ​ຊາ​ໃຫຍ່ສະຫະ​ປະຊາ​ຊາດ​ ໃນ​ອາທິດ​ແລ້ວ​ນີ້.ຈາກ​ສຳນັກງານ
ໃຫຍ່ ​ສະຫະ​ປະຊາ​ຊາດ ທີ່​ນະຄອນ​ນິວຢອກ Peter Heinlein ນັກ​ຂ່າ​ວວີ​ໂອ​ເອ ມີ
ລາຍ​ງານ​ກ່ຽວ​ກັບ​ ບັນດາ​ທີ່​ປຶກສາ​ວົງໃນ​ຂອງ​ປະ ທານາທິບໍດີ​ທຣໍາ ​ໄດ້​ເອົາບົດ​ບາດ
ທີ່​ສຳຄັນ ທາງ​ດ້ານ​ການ​ທູດ​ເພີ້​ມຂຶ້ນ ຊຶ່ງ​ກິ່ງ​ສະຫວັນ ຈະ​ນຳລາຍ​ລະອຽດ ​
ມາສະ​ເໜີ​ທ່ານ.

ຈາ​ກຄຳ​ເວົ້າ ທີ່​ເປັນ​ຂ່າວພາດຫົວ ໃນ​ການໂຈ​ມຕີ​ເກົາຫລີເໜືອນັ້ນ ປະທາ ນາທິບໍດີ
ສະຫະລັດ ທ່ານ​ດໍ​ໂນ​ລ ​ທຣໍາ ກ່າວ​ວ່າ:

“ມະນຸດ​ຈະ​ຫລວດ​ກຳລັງ​ປະຕິບັດ​ງານເພື່ອຂ້າ​ໂຕ​ຕາຍ ​ແລະ​ລະບອບ​ຂອງ​ລາວ.”

​ໃນການ​ໃຊ້ຄຳ​ເວົ້າທີ່ຮຸນ​ແຮງ ​ຕໍ່​ອີຣ່ານນັ້ນ ປະທານາທິບໍດີ​ທຣໍາ ກ່າວ​ວ່າ:

“ພວ​ກ​ເຮົາ​ບໍ່​ສາມາດ​ທີ່​ຈະປ່ອຍ​ໃຫ້ ລະບອບການ​ປົກຄອງຄາດ​ຕະກອນ ສືບ​ຕໍ່​ກິດຈະການສ້າງຄວາມ​ບໍ່​ທຸ່ນ​ທ່ຽງ​ເຫລົ່າ​ນີ້.”

​ໃນ​ໄລຍະ​ສີ່​ມື້​ ຂອງ​ການ​ປະຊຸມ​ຢ່າງ​ຍືດຍາວ​ກັບ​ບັນດາ​ຜູ້ນຳຂອງ​ໂລກນີ້ ປະທານາທິ
ບໍດີ​ດໍ​ໂນ​ລ ທຣໍາ ພ້ອມ​ດ້ວຍ​ຄຳ​ເວົ້າ​ແບບ​ບໍ່​ຈົ່ງບໍ່​ຢອມ ຈຳນວນ​ນຶ່ງ​ແມ່ນເວົ້າ​ໃນແບບ​
ງ່າຍໆ ​ເພື່ອຊຸກຍູ້ໃຫ້​ມີ​ຄວາມ​ກ້າວໜ້າ​ທາງ​ດ້ານການ​ທູດ ທີ່​ໄດ້ຫຼົບ​ຫລີກ​ ​ແມ່ນ​ແຕ່ລັດ
ຖະບຸລຸດ ​ທີ່​ມີ​ປະສົບ​ພະກາ​ນຢ່າງ​ຫຼວງຫຼາຍນັ້ນ.

ປະທານາທິບໍດີ​ທຣໍາ ກ່າວ​ວ່າ “ພວກ​ເຮົາ​ກຳລັງ​ສະ​ແຫວ​ງຫາສັນຕິ​ພາບ​ຢ່າງຈິງ​ຈັງ ​
ແ​ລະບາງທີ ​ໃນ​ທີ່​ສຸດ ສັນຕິພາບໃນ​ທົ່ວ​ພາກ​ຕາ​ເວັນ​ອອກ​ກາງ​ ແລະ​ຂ້າພະ​ເຈົ້າ​ຄິດ​
ວ່າ
ພວກເຮົາ​ມີ​ໂອກາດທີ່​ດີ ບາງ​ທີອາ​ດ​ເປັນ​ໂອກາດ​ທີ່ດີສຸດ​ແບບ​ບໍ່ເຄີ​ຍ ມີ​ມາ​ກ່ອນ
ແລະ​ນັ້ນ​ແມ່ນສິ່ງ​ທີ່​ພວກ​ເຮົາ​ຊອກ​ຫາທີ່ຈະ​ເຮັດ.”

ສັບປະດາ​ໃນ​ການ​ປະຊຸມ​ຂອງ​ສະຫະ​ປະຊາ​ຊາດ ​ໄດ້​ໃຫ້​ໂອກາດ​ແກ່ຄະນະທີ​ມ ງານນະ​
ໂຍບາຍ​ຕ່າງປະ​ເທດ​ຂອງປະທານາທິບໍ​ດີ​ທຣໍາ ​ຊອກ​ຫາ​ຈຸດ​ຢືນ. ​ເອກ​ອັກຄະ​ລັດຖະທູດ
ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Nikki Haley ທີ່​ປືກສາ​ຄວາມໝັ້ນຄົງ​ແຫ່ງ​
ຊາດ ທ່ານ H.R. McMaster ​ແລະ​ຮອງ​ປະທາ​ນາ​ທິບໍດີ Mike Pence ​ໄດ້​ພາກັນ​ຢູ່
ຄຽງຂ້າງ ​ໃນທຸກໆ​ກ​ອງ​ປະຊຸມກັບ​ບັນດາ​ຜູ້ ນຳ​ຕ່າງປະ​ເທດ.

​ເຊັ່ນ​ດຽວ​ກັບ​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ຜູ້​ທີ່​ຫລັງ​ຈາກ
​ໄດ້​ເລີ້ມຕົ້ນ​ຊ້າ ກໍ​ກຳລັງ​ຮັບ​ມື​ຢ່າງ​ໜັກ ຮວມທັງ​ການ​ປະຊຸມ​ທີ່ມີ​ຄວາມ ​ສຳຄັນ ​ກັບລັດ
ຖະມົນຕີ​ອີຣ່ານ ທ່ານ Javard Zarif ທີ່​ຮ້ອງ​ຄຳ​ປາ​ໄສ​ຂອງປະ ທານາທິບໍດີ​ທຣໍາ ຢູ່​
ກອງ​ປະຊຸມ ​ສະມັດຊາ​ໃຫຍ່ນັ້ນ​ວ່າເປັນ “ຄຳ​ປາ​ໄສ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກຽດ​ຊັງ.”

ທ່ານ Rex Tillerson ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ “ບໍ່​ມີ​ການຮ້ອງ​
ໃສ່​ກັນ. ພວກ​ເຮົາ​ບໍ່​ໄດ້​ແກ​ວ່ງ​ເກີບ​ໃສ່​ກັນ. ບໍ່​ແມ່ນດ້ວຍ​ນໍ້າ​ສຽງທີ່​ໂກດ​ແຄ້ນ​ຫຍັງ​
ໝົດ. ​ເປັນ​ເລື້ອງ​ແລກປ່ຽນ​ຄວາມ​ຈິງ​ແທ້ໆທີ່​ພວກ​ເຮົາ​ເຫັນ​ຂໍ້​ຕົກລົງ​ມີ​ຄວາມ​ແຕກ
ຕ່າງ​ກັນ​ຫລາຍ​ທີ່​ສຸດ.”

ປະທານາທິບໍດີ​ທຣໍາ ​ໄດ້​ມ້ວນທ້າຍ​ການ​ໂອ້​ລົມ​ທາງ​ການ​ທູດ​ເປັນ​ເວລາ​ສີ່​ມື້ຂອງ​ທ່ານ
​ກັບ​ບັນດາ​ຜູ້ນຳຂອງ​ຍີ່ປຸ່ນ ​ແລະ​ເກົາຫລີ​ໃຕ້ ທີ່ຢູ່່​ຄຽງ​ຂ້າງ​ທ່ານ ເພື່ອສະ​ແດງ​ໃຫ້​ເຫັນ​
ເຖິງຍຄວາມ​ເປັນ​ເອກ​ກະພາບ​ກັນ ​ໃນ​ຂະນະ​ທີ່​ທ່ານ​ປະກາດ​ການ​ລົງ​ໂທດຄັ້ງ​ໃໝ່ ​ທີ່
​ໜັກ​ກວ່າເກົ່າ​ ຕໍ່​ເກົາຫລີ​ເໜືອ.

ປະທາ​ນາ​ທິ​ບໍດີ​ທຣໍາ ກ່າວ​ວ່າ “ມື້ນີ້​ຂ້າພະ​ເຈົ້າປະກາດ​ດຳລັດ​ໃໝ່ ຂ້າພະ​ເຈົ້າ​ຫາ​ກໍ​
ເຊັນທີ່ຈະ​ຂະຫຍາຍ​ອຳນາດ​ຢ່າງສຳຄັນ ​ແນ​ໃສ່​ບັນດາ​ສ່ວນ​ບຸກຄົນ ບໍລິສັດ​ຕ່າງໆ
ສະ​ຖາ​ບັນ​ການ​ເງິນ ທີ່ໃຫ້ການ​ສະໜັບສະໜູນ ​ດ້ານ​ການ​ເງິນ ​ແລະ​ອຳ ນວຍ​ຄວາມ
​ສະດວກ​ດ້ານ​ການ​ຄ້າ ກັບ​ເກົາ​ຫລີ​ເໜືອ.”

ບັນດາ​ຜູ້​ສັງ​ເກດ​ການ​ກ່າວ​ວ່າ ການ​ກ່າວ​ໂຈມ​ຕີ​ດ້ວຍ​ຄວາມ​ກ້າຫານ ທາງ​ດ້ານ ການ​
ທູດ​ຂອງປະທານາທິບໍດີ​ທຣໍາ ກຳລັງທົດ​ສອບ​ ຄະນະ​ທີ​ມງານນະ​ໂຍບາຍ​ການ​ຕ່າງ
ປະ​ເທດຂອງທ່ານ​.

ທ່ານ Gary Schmitt ຈາກ​ສະ​ຖາ​ບັນ American Enterprise ກ່າວ​ວ່າ“​ເຂົາ​ເຈົ້າ​ກຳ
ລັງ​ຂີ່​ມ້າ​ພະຍົດ. ຍາກ​ທີ່​ຈະ​ເອົາ​ຕີນ​ຂອງ​ທ່ານ​ຊຸບໃສ່​ໄວ້ ​ເວລາ​ປະທານາທິບໍດີ​ບໍ່​ຄ່ອຍ
ມັກ​ຢູ່​ສື່ໆ ພ້ອມ​ທັງ​ການ​ສົ່ງຂໍ້ຄວາມ​ໃນ​ການ​ຂຽນ​ລົງ​ທາງ Twitter ​ແລະ​ຄຳ​ເວົ້າ​ທີ່​ທັ່ງ
ອອກ​ມານັ້ນ ​ເຮັດ​ໃຫ້​ເປັນ​ການຍາກ ​ທີ່​ຈະ​ມີ​ນະ​ໂຍບາຍທີ່​ສອດຄ່ອງ​ກັນ​ໄດ້. ດັ່ງທີ່​ໄດ້​
ກ່່າວ​ມາ ຂ້າພະ​ເຈົ້າ​ຄິດ​ວ່່າ ​ເປັນ​ກໍລະນີ ທີ່​ສ່ວນ​ໃຫຍ່​ແລ້ວ ທຸກ​ສິ່ງ​ຢ່າງ​ກຳລັງເລີ້ມ​ເຂົ້າ
ຮູບ​ເຂົ້າຮອຍ.”

​ໃນ​ຂະນະ​ທີ່​ທ່ານ​ເດີນທາງ​ຈາກ​ສະຫະ​ປະຊາ​ຊາດນັ້ນ ປະທານາທິບໍດີ​ທຣໍາ ​ໄດ້​ເນັ້ນ​ໜັກ
ແນວ​ຄິດ​ຂອງ​ທ່ານ​ເອງ​ຢູ່​ໃນ​ນະ​ໂຍບາຍ​ຕ່າງປະ​ເທດ​ສະຫະລັດຊຶ່ງ​ເປັນນະ​ໂຍບາຍທີ່​ກຳ
ລັງມີ​ການ​ປັບ​ຕົວ ​ແຕ່​ກໍ​ມີ​ການ​ເພັ່ງ​ເລັງທີ່​ເຫັນ​ໄດ້​ແຈ້ງ​ຂຶ້ນ.

XS
SM
MD
LG