ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດ ສະຫະລັດ ເກົາຫລີໃຕ້ ອາດເປີດເຜີຍຄວາມເຄັ່ງຕຶງ ໃນພັນທະມິດ


US-South Korea Summit Could Expose Strains in Alliance
please wait

No media source currently available

0:00 0:02:50 0:00

ກອງປະຊຸມສຸດຍອດລະຫວ່າງ ປະທານາທິບໍດີເກົາຫຼີໃຕ້ ທ່ານ Moon Jae-in ແລະປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ຈະມີຂຶ້ນໃນວັນທີ 28 ມິຖຸນານີ້ ຫຼັງ​
ຈາກ​ການ​ເສຍ​ຊີວິດຂອງທ້າວ Otto Warmbier ນັກສຶກສາສະຫະລັດ ທີ່ເປັນນັກໂທດ
ຖືກກັກຂັງຢູ່ເກົາຫຼີເໜືອເປັນເວລາກວ່າ 15 ເດືອນ ແລະໃນທີ່ສຸດກໍໄດ້ຖືກປ່ອຍໂຕອາ
ທິດກ່ອນ​ນັ້ນ ໃນສະພາບທີ່ບໍ່ຮູ້ສຶກໂຕ ຍ້ອນສະໝອງ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ. ຜູ້ນຳທັງ
ສອງຄາດວ່າ ຈະເນັ້ນໜັກ​ເຖິງ​ໄພຂົ່ມຂູ່ທີ່ມີ​ຮ່ວມກັນ ຈາກ​ອຳນາດ​ການ​ປົກຄອງ ​ທີ່ກົດ
ຂີ່ ແລະມີອາວຸດນິວເຄລຍຂອງ Kim Jong Un ເວລາທ່ານທັງສອງພົບປະກັນ ທີ່ນະ
ຄອນຫລວງວໍຊິງຕັນ. ແຕ່ Brian Padden ທີ່ຢູ່ເກົາຫຼີໃຕ້ ມີລາຍງານ ກ່ຽວ​ກັບການມີ​
ຄວາມ ​ເຫັນແຕກຕ່່າງຫຼາຍຂຶ້ນ ​ໃນ​ເລື່ອງ​ຄວາມໝັ້ນຄົງແລະການຄ້າ ທີ່ອາດບ່ອນທຳ
ລາຍຕໍ່ການສະແດງອອກ​ໃນ​ຄວາມ​ເປັນ​ເອກ​ກະພາບກັນ. ກິ່ງ​ສະຫວັນ ມີ​ລາຍລະອຽດ
ກ່ຽວ​ກັບ​ເລື່ອງ​ນີ້ ມາສະ​ເໜີທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

please wait

No media source currently available

0:00 0:03:56 0:00
ລິງໂດຍກົງ

ຜູ້ນຳທັງສອງ ໃນວໍຊິງຕັນ ແລະໂຊລ ກ່າວ​ເຖິງການປະຕິ​ບັດ​ແບບ​ທາລຸນ ຕໍ່ທ້າວ
Warmbier ໂດຍລັດຖະບານເກົາຫຼີເໜືອ ວ່າເປັນເຫດຜົນ​ອີກ​ອັນ​ນຶ່ງທີ່ຈະຍຸຕິຄວາມ
ກ້າວໜ້າຢ່າງວ່ອງໄວ ກ່ຽວ​ກັບໂຄງການນິວ​ເຄລຍ ​ແລະລູກສອນຂີປະນາວຸດຂອງ​
ພຽງ​ຢາງ.

ແຕ່ວ່າພັນທະມິດທັງສອງ ປາກົດວ່າຢູ່ໃນທ່າທີທີ່​ບໍ່​ເຫັນພ້ອມ​ນຳ​ກັນວ່າຈະເຮັດຢ່າງ
ໃດຈຶ່ງ​ຈະ​ບັນລຸ​ຜົນ​ໄດ້.

ລັດຖະບານປະທານາທິບໍດີທຣໍາ ໄດ້ໃຫ້ຄວາມສຳຄັນໃນໄລຍະສັ້ນ ​ເພື່ອປ້ອງກັນບໍ່​ໃຫ້ເກົາຫຼີເໜືອ ສາມາດພັດທະນາອາວຸດນິວເຄລຍຂີປະນາວຸດຂ້າມທະ ວີບ​ໄດ້.
ວໍຊິງຕັນໄດ້ເນັ້ນໜັກ ​ເຖິງການຂົ່ມຂູ່ດ້ວຍກຳລັງທະຫານ ແລະກົດດັນທາງ​ດ້ານເສດ
ຖະກິດຈາກຈີນ ທີ່ເປັນຄູ່ການຄ້າທີ່​ສຳຄັນຂອງພຽງຢາງ ແຕ່ວ່າບັດນີ້ ປະທານາທິບໍດີ
ທຣໍາ ໄດ້ສະແດງຄວາມຜິດຫວັງ ທີ່ວ່າຄວາມພະຍາຍາມຂອງປັກກິ່ງນັ້ນ ຍັງບໍ່ໄດ້ຜົນ.
ຜູ້ນຳເກົາຫຼີໃຕ້ ທີ່​ມີ​ຫົວ​ກ້າວໜ້າ ຕ້ອງການຢາກ​ສ້າງ​ຄວາມກໍ້າເກິ່ງ ລະຫວ່າງ ກາ​ນຢັບ
ຢັ້ງທາງທະຫານ ແລະການລົງໂທດ ດ້ວຍການ​ເຈລະຈາ ແລະການພົວພັນ ​ເພື່ອຫລຸດ
ຜ່ອນ​ຄວາມເຄັ່ງ​ຕຶງ.

ປະທານາທິບໍດີເກົາຫຼີໃຕ້ ທ່ານ Moon Jae-in ກ່າວວ່າ “ຂ້າພະເຈົ້າເຊື່ອວ່າ ສິ່ງທີ່
ທ່ານ Kim Jong Un ຕ້ອງການຫລາຍທີ່ສຸດກໍຄື ໄດ້ຮັບການຄໍ້າປະກັນຄວາມ
ປອດໄພ​ໃຫ້ແກ່ອຳນາດ​ປົກຄອງຂອງທ່ານ.”

ຂໍ້ສະເໜີຂອງທ່ານ Moon ອາດຈະບໍ່ໄດ້ຮັບການເຫັນພ້ອມນຳ​ ຈາກວໍຊິງຕັນ ໂດຍສະ
ເພາະຫລັງຈາກ ນະໂຍບາຍທີ່ເຂັ້ມງວດຂອງປະທານາທິບໍດີທຣໍາ ໄດ້ຮັບເຫັນພ້ອມ ຈາກນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe.

John Park ຈາກກຸ່ມປະຕິບັດງານເກົາຫຼີທີ່ມະຫາວິທະຍາໄລ Harvard ກ່າວວ່າ “ເກືອບເປັນການເຊື້ອເຊີນ ​ແບບການສະ​ແດງປະຕິກິລິຍາ ຈາກປະທານາທິບໍດີ
ທຣໍາ ທີ່ວ່າ ເປັນຫຍັງເກົາຫຼີໃຕ້ຈຶ່ງບໍ່​ເອົາ​ນະ​ໂຍບາຍ​ທີ່​ເຂັ້ມງວດ​ດັ່ງທີ່​ເຂົາ​ເຈົ້າ​ກຳ
ລັງເຫັນ​ຢູ່່​ແລ້ວ​ນັ້ນ ​ໃນພົວພັນ​ກັບ​ຄວາມ​ສຳພັນລະຫວ່າງສະຫະ​ລັດກັບຍີ່​ປຸ່ນ."

ການຕັດສິນໃຈຂອງ ປະທານາທິບໍດີ Moon ໃນການ​ເລື່ອນ​ເວລາ​ກ່ຽວ​ກັບ​ການຕິດ
ຕັ້ງລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ THAAD ​ຂອງ​ສະຫະລັດ ຢ່າງ​ເຕັມທີ່ ໂດຍອ້າງ​ເຫດຜົນ
ໃນ​ຄວາມ​ຈຳ​ເປັນ​ທີ່​ຈະຕ້ອ​ງ​ໄດ້​ທຳການ​ສຶກສາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ຊຶ່ງຍັງ​ໄດ້​ສ້າງ
ຄວາມ​ເປັນ​ຫ່ວງ ​ຢູ່​ວໍ​ຊິງ​ຕັນ. ​ເຖິງ​ຢ່າງ​ໃດ​ກໍ​ດີ ຫລາຍ​ຄົນ​ເຫັນ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ
ກ່າວ ​ເປັນ​ຊ່ອງທາງນຶ່ງ ທີ່​ຈະ​ຮັບ​ຟັງການ​ຄັດຄ້ານ​ຂອງ​ຈີນ ກ່ຽວ​ກັບ​ການ​ຕິດຕັ້ງ​ອາວຸດ
​ທັນ​ສ​ະ​ໄໝຂອງ​ອາ​ເມຣິກັນຢູ່​ໃກ້​ຊາຍ​ແດນ​ຂອງ​ຕົນ.

ປະທານາທິບໍດີ​ທຣໍາ ຍັງ​ໄດ້​ຂົ່ມຂູ່​ທີ່​ຈະ​ລົບ​ລ້າງຂໍ້​ຕົກລົງ​ກາ​ນຄ້າ​ເສລີ ລະຫວ່າງສະຫະ
ລັດກັບເກົາຫຼີ​ໃຕ້ ທີ່​ໄດ້ເຮັດ​ໃຫ້ ​ສະຫະລັດຂາ​ດດູ​ນການ​ຄ້າຫຼາຍກວ່າ 27 ພັນ​ລ້ານ​ໂດ
​ລາ​ໃນ​ປີ​ແລ້ວ​ນີ້.

ບັນດາ​ຜູ້ນຳ​ກາ​ນຄ້າ​ຢູ່​ເກົາຫຼີ​ໃຕ້ ​ແນະນຳ​ປະທານາທິບໍດີ​ Moon ສະ​ເໜີຕັ້ງກອງທຶນ
10 ພັນ​ລ້ານ​ໂດ​ລາ ​ເພື່ອ “ຊື້​ສິນຄ້າ​ອາ​ເມຣິກັນ” ​ເພື່ອຊຸກຍູ້​ການ​ນຳ​ເຂົາ​ນໍ້າມັນຂອງ​
ສະຫະລັດ ​ແລະຜະ​ລິດ​ຕະພັນ​ອື່ນໆ ທີ່​ປະທານາທິບໍດີ​ທຣໍາສາມາດ​ໂອ້ອວດໄດ້​ໃນ​
ການ​ຂຽນ​ລົງ Twitter.

ທ່ານ Jeffrey Jones ອະດີດ​ປະທານສະພາ​ການ​ຄ້າ​ສະຫະລັດ​ແລະ​ເກົາຫລີ​ໃຕ້
ກ່າວ​ວ່າ “ການ​ຂໍ້ຄວາມ​ໃນ​ Twitter ຂອງ​ທ່ານ​ເປັນພາກ​ສ່ວນ​ສຳຄັນ​ຂອງ​ການ​
ອອກນະ​ໂຍບາຍ ​ແລະ​ສະພາບ​ການ​ທາງ​ການ​ເມືອງ​ແລະ​ເສດຖະກິດ​ໂດຍ​ທົ່ວ​
ໄປຂອງ​ສະຫະລັດ​. ​ເພາະສະ​ນັ້ນ ປະທານາທິບໍດີ Moon ຄວນ​ວາງ​ແຜນລ່ວງ​
ໜ້າ​ວ່າທ່ານ​ຕ້ອງການ​ຫຍັງ​ທີ່​ຈະໃຫ້ປະທານາທິບໍດີ​ທຣໍາຂຽນ​ລົງ Twitter.”

ປະທານາທິບໍດີ Moon ມີ​ທ່າ​ທາງ​ວ່າ ​ຈະ​ກ່າວ​ຢ້ຳ​ເຖິງບໍລິສັດ​ຕ່າງໆ​ຂອງເກົາ ຫລີ​ໃຕ້
​ເຊັ່ນ​ວ່າ Hyundai ​ໄດ້​ສ້າງ​ບັນດາໂຮງງານ ຢູ່​ໃນ​ສະຫະລັດ ທີ່​ຈ້າງ 45,000 ຄົນ ​
ແລະ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ເສດຖະກິດ​ສະຫະລັດ 138 ພັນ​ລ້ານ​ໂດ​ລາ​.​

XS
SM
MD
LG