ຍານທີ່ບໍ່ມີຄົນຂັບ ຊຶ່ງເປັນທີ່ຮູ້ກັນໃນອີກຊື່ນຶ່ງວ່າ Drone ນັ້ນ ແມ່ນຖືກນຳມາໃຊ້ເພີ່ມຂຶ້ນ ໃນກໍລະນີສຸກເສີນຕ່າງໆ ເຊັ່ນ ການຊອກຄົ້ນຫາ ແລະການປະຕິບັດງານກູ້ໄພ ຫຼັງຈາກທີ່
ໄດ້ເກີດໄພພິບັດຕ່າງໆແລ້ວ. ແຕ່ຄວາມເປັນຫວ່ງກັງວົນກ່ຽວກັບຄວາມແອອັດຈົນເກີນ ໄປຢູ່ໃນທ້ອງຟ້າທົ່ວໄປຂອງສະຫະລັດ ພາ ໃຫ້ອົງການຄຸ້ມຄອງການບິນຂອງລັດຖະບານ
ກາງ ຫຼື FAA ຈະຈຳກັດການນຳໃຊ້ງານຍານດັ່ງກ່າວຢ່າງເຄັ່ງຄັດ. ພວກນັກຄົ້ນຄ້ວາ
ຈາກມະຫາວິທະຍາໄລລັດ Maryland ຫວັງວ່າ ກົດລະບຽບຕ່າງໆ ຈະມີການຜ່ອນຜັນ
ໃຫ້ແກ່ Drone ທີ່ ໃຊ້ໃນການຂົນສົ່ງ ອຸບປະກອນການແພດສຸກເສີນ. ນັກຂ່າວຂອງ
VOA George Putic ມີລາຍງາຍງານກ່ຽວກັບເລື່ອງນີ້ ຊຶ່ງວັນນະສອນ ຈະນຳເອົາ
ລາຍລະອຽດ ມາສະເໜີທ່ານ.
Drone ທີ່ໃຊ້ຖ່ານໄຟສາຍ ບິນອ້ອມ ອ່າວ Chesapeake ຫວ່າງມໍ່ໆມານີ້ ເພື່ອນຳສົ່ງ
ຫໍ່ອຸບປະກອນການແພດສຸກເສີນນ້ອຍໆ ຊຶ່ງຖ້າວ່າສົ່ງໂດຍທາງລົດ ກໍຈະໃຊ້ເວລາ
ປະມານ 2 ຊົ່ວໂມງເຄິ່ງ ແລະຖ້າໃຊ້ Drone ກໍຈະປະມານ 20 ນາທິີເທົ່ານັ້ນ.
ທ່ານ Matt Scassero ຈາກມະຫາວິທະຍາໄລ ລັດ Maryland ກ່າວວ່າ “ມັນໄດ້ດຳ
ເນີນໄປດ້ວຍດີ, ທຸກໆຄົນ ນັບແຕ່ຄວາມເຫັນຂອງໂຮງພະຍາບານ ຄວາມເຫັນຂອງ
ພວກເຮົາ ຄວາມເຫັນຂອງພວກເຮົາ ຄວາມເຫັນຂອງອົງການ FAA ຂອງລັດ ຂອງ
ທຸກໆຄົນ ແມ່ນມີຄວາມດີໃຈເພື່ອສະແດງອອກເຖິງຄວາມສາມາດໃນສິ່ງທີ່ພວກທ່ານ
ສາມາດເຮັດໄດ້ແລະປະຈຸບັນນີ້ ພວກເຮົາສາມາດຂະຫຍາຍຂອບເຂດອອກໄປຕື່ມ
ອີກ ແລະສາມາດເຮັດໄດ້ຫຼາຍກວ່ານີ້ ໃນອານາຄົດ.”
ນີ້ແມ່ນພຽງແຕ່ການທົດລອງໂດຍພວກນັກຄົ້ນຄວ້າຂອງມະຫາວິທະຍາໄລ ລັດ
Maryland ແຕ່ວ່າ ຜູ້ໃດຜູ້ນຶ່ງກໍສາມາດວາດມະໂນພາບເບິ່ງເຫດສຸກເສີນແທ້ໆ ເຊັ່ນ
ແຜ່ນດິນໄຫວຫຼືບໍ່ ກໍເຫດນ້ຳຖ້ວມ.
ໃນກໍລະນີ ທີ່ຊີວິດຂອງຄົນໄຂ້ແມ່ນກາງຕໍ່ຢຸກຢາ ທີ່ຢູ່ຫ່າງໄກ ຫລາຍສິບກິໂລແມັດນັ້ນ.
ພວກນັກຄົ້ນຄ້ວາ ກ່າວວ່າ ພວກ Drone ສົ່ງເຄື່ອງທາງອາກາດ ແມ່ນທາງອອກທີ່ດີ
ທີ່ສຸດ. ແຕ່ວ່າຍັງມີກົດລະບຽບບາງຢ່າງ ເປັນບັນຫາຢູ່.
ທ່ານ Scassero ກ່າວຕື່ມວ່າ “ການບັງຄັບພວກ Drone ໃຫ້ບິນກາຍຂອບເຂດ
ທີ່ບໍ່ສາມາດມອງເຫັນໄດ້ນັ້ນ ແມ່ນມີປະສິດທີ່ຜົນ ເມື່ອທ່ານສາມາດທີ່ຈະບິນມັນ
ກາຍຂອບເຂດທີ່ບໍ່ສາມາດມອງເຫັນໄດ້ນັ້ນ ຄືໄລຍະທາງໄກ.”
ກົດລະບຽບທີ່ບັງຄັບວ່າ Drone ຈະຕ້ອງບິນຢູ່ໃນຂອບເຂດທີ່ສາມາດມອງເຫັນໄດ້
ຂອງຜູ້ຄວບຄຸມ ແມ່ນຂໍ້ບັງຄັບຂອງອົງການ FAA ຫຼັງຈາກທີ່ໄດ້ອຸບປະຕິເຫດຫລາຍໆຄັ້ງ
ທີ່ພົວພັນ Drone ແລະເຮືອບິນ. ຂໍ້ບັງຄັບດັ່ງກ່າວນີ້ພ້ອມກັບ ຂໍ້ຈຳກັດອື່ນໆຂອງອົງການ
FAA ສຳຫຼັບ Drone ນັ້ນໄດ້ກຳຈັດຮັດແຄບຢ່າງເຄັ່ງຄັດຕໍ່ໄລຍະທາງການບິນຂອງ Drone.
ໃນການບິນທົດລອງຈັດສົ່ງອຸບປະກອນການແພດທີ່ອ່າວ Chesapeake ນັ້ນ ໄດ້ມີການ
ໃຊ້ເຮລິຄອບເຕີ ບິນຕິດຕາມ Drone ໄປ.
ໃນຂະນະທີ່ລໍຄອຍເພື່ອໃຫ້ມີການຜ່ອນຜັນກ່ຽວກັບກົດລະບຽບຢູ່ນັ້ນ ພວກນັກຄົ້ນຄ້ວາ
ແມ່ນພາກັນຄິດເຖິງການຈະຂະຫຍາຍຂອບເຂດ ໃນການນຳໃຊ້ Drone.
ທ່ານ Scassero ກ່າວຕື່ມວ່າ “ຂົງເຂດນຶ່ງ ທີ່ພວກເຮົາເພັ່ງເລັງຢ່າງແຂງຂັນ ກໍແມ່ນ
ການຈັດສົ່ງອະໄວຍະວະ. ໃນປະຈຸບັນນີ້ ອະໄວຍະວະຈະຕ້ອງ ມີມະນຸດຕິດຕາມ
ໄປນຳ ຕະຫຼອດ 24 ຊົ່ວໂມງ ແລະ 7 ມື້ຕໍ່ອາທິດ. ການທີ່ນຳສົ່ງໂດຍເຮືອ ບິນບໍ່ມີຄົນ
ຂັບນັ້ນ ຍັງບໍ່ສາມາດເຮັດແບບນີ້ໄດ້ ເພາະສະນັ້ນ ພວກເຮົາຈະຜ່ານຂັ້ນຕອນນີ້
ໄດ້ຢ່າງໃດ ຮວມທັງລະບົບການແຊ່ເຢັນ ແລະອື່ນໆໃນທຳນອງນັ້ນ.”
ສຳຫຼັບຈຸດປະສົງດັ່ງກ່າວນີ້ ພວກນັກຄົ້ນຄ້ວາກຳລັງທົດສອບ Drone ທີ່ໃຫຍ່ຂຶ້ນ
ມີໝາກປິ່ນຫຼາຍອັນ ຫຼືບໍ່ ກໍເປັນເຄື່ອງຈັກທີ່ໃຊ້ເຊື້ອໄຟ ທີ່ສາມາດນຳສົ່ງສິ່ງຂອງທີ່
ໜັກຂຶ້ນ ແລະບິນໄດ້ໃນໄລຍະໄກ. ພວກເຂົາເຈົ້າກ່າວວ່າ ພວກເຂົາເຈົ້າຕ້ອງການໃຫ້
ເທັກໂນໂລຈີດັ່ງກ່າວ ພ້ອມແລ້ວທີ່ຈະຖືກນຳໃຊ້ ເວລາໃດທີ່ກົດລະ ບຽບໃນການນຳໃຊ້
Drone ອຳນວຍໃຫ້ມີການໃຊ້ຍານດັ່ງກ່າວກວ້າງຂວາງອອກໄປກວ່ານີ້.