ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ ລາວ ​ເຂົ້າ​ຮ່ວມ ການຝຶກ​ອົບຮົມ​ ກ່ຽວກັບ ​ການ​ຄ້າ​ສັດ​​ປ່າ ​ແລະ​ ສົ່ງ​ອອກໄມ້​ທ່ອນ


ບັນດາເຈົ້າໜ້າທີ່ ສປປ ລາວ ທີ່ເຂົ້າຮ່ວມອົບຮົມ ການ​ວິ​ເຄາະຂັ້ນ​ສູງ ກ່ຽວກັບ​ການ​ຄ້າຂາຍ​ສັດ​​ປ່າ ​ແລະ​​ໄມ້​ທ່ອນ ທີ່ໄດ້ຮັບການອຸບປະຖຳ ຈາກສະຖານທູດ ສະຫະລັດ ແລະ ສປຊ ໃນວັນທີ 6 ກໍລະກົດ 2015.
ບັນດາເຈົ້າໜ້າທີ່ ສປປ ລາວ ທີ່ເຂົ້າຮ່ວມອົບຮົມ ການ​ວິ​ເຄາະຂັ້ນ​ສູງ ກ່ຽວກັບ​ການ​ຄ້າຂາຍ​ສັດ​​ປ່າ ​ແລະ​​ໄມ້​ທ່ອນ ທີ່ໄດ້ຮັບການອຸບປະຖຳ ຈາກສະຖານທູດ ສະຫະລັດ ແລະ ສປຊ ໃນວັນທີ 6 ກໍລະກົດ 2015.

ໃນ​ວັນ​ທີ 6 ກໍລະ​ກົດຜ່ານມານີ້ ກົມ​ຕຳຫຼວດ​ສິ່ງ​ແວດ​ລ້ອມ ກະ
ຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ ສປປ ລາວ ​ໄດ້​ເຂົ້າ​ຮ່ວມຊຸດ
​ຝຶກ​ອົບຮົມ​ ໄລ​ຍະ​ສັ້ນ​ ໃນ​ການ​ວິ​ເຄາະ​ຂັ້ນ​ສູງ ກ່ຽວກັບ​ການ​ຄ້າ
​ຂາຍ​ສັດປ່າ ​ແລະ​ສົ່ງ​ໄມ້​ທ່ອນ​ອອກ​ຢ່າງ​ຜິ​ດກົດໝາຍ ອີງຕາມ
ລາຍງານສະຖານທູດສະຫະລັດ ປະຈຳ ສປປ ລາວ.

ການ​ອົບຮົມ​ຊຸດ​ນີ້​ ແມ່ນສະ​ໜັບສະ​ໜູນ​ໂດຍລັດຖະບານສະຫະລັດ ​ແລະ​ອົງ ການ​ສະຫະ​ປະຊາ​ຊາດ ​ເພື່ອ​ຕ້ານ​ຢາ​ເສບ​ຕິດ ​ແລະ​ອາດຊະຍາ​ກຳ.

ຊຸດ​ອົບຮົມ​ນີ້ ໄດ້​ສ້າງ​ຄວາມເຂັ້ມ​ແຂງໃຫ້ແກ່ຄວາມ​ສາມາດ​ຂອງ​ການ​ປະຕິບັດ​ ມາດ​ຕະ
ການ​ດ້ານ​ກົດໝາຍ ​ເພື່ອ​ປະຕິບັດ​ການ​ວິ​ເຄາະ ວິ​ໄຈ​ທາງ​ຍຸດ​ທະ​ສາດ ຂອງ​ຄະດີ​ລັກລອບ​
ຄ້າຂາຍ​ສັດປ່າ ທີ່​ສົ່ງ​ເສີມ​ຄວາມ​ອາດ​ສາມາດ ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ ໃນ​ການ​ດຳ​ເນີນ​ການ
​ສືບສວນ​ຄະດີ​ຄ້າຂາຍ​ສັດປ່າ. ຊຸດ​ຝຶກ​ອົບຮົມ 10 ວັນ​ນີ້​ ຈະ​ກວມ​ເອົາ​ບົດບາດ​ຂອງ​ຂໍ້​ມູນ​ຂ່າວ​ກອງ ​ເພື່ອ​ປະກອບ​ເຂົ້າ​ໃນ​ທຸກ​ຂັ້ນ​ຕອນ​ຂອງ​ການ​ສືບສວນ ການ​ລັກລອບ​ຄ້າຂາຍ.
ວິ​ທີການ​ຕ່າງໆ​ຂອງ​ການ​ນຳ​ໃຊ້​ຂໍ້​ມູນ​ຂ່າວ​ກອງ ​ເຂົ້າ​ໃນ​ການ​ປະຕິບັດ​ມາດ​ຕະການ​ດ້ານ​ກົດໝາຍ ​ແລະ​ຂະຫຍາຍ​ຜົນ ຈາກ​ຜະລິດ​ຕະພັນ​ຂ່າວ​ກອງ​ດ້ານ​ວິຊາ​ການ ທີ່​ສົ່ງ​ຜົນ​ກໍ່​
ການ​ຕັດ ສິນ​ໃຈ​ໃນ​ການ​ສື​ບສວນ.

​ໃນ​ສາມສິບ​ປີ​ທີ່​ຜ່ານ​ມາ ສາຍ​ພັນ​ສັດປ່າ​ຂອງ​ລາວ ​ແລະ​ປ່າ​ໄມ້​ໄດ້​ຮັບ​ຄວາມ​ເສຍ​ຫາຍ
​ແລະ​ມີ​ການ​ເຊື່ອມ​ໂຍງ​ລະຫວ່າງ ​ກຸ່ມ​ອາດຊະຍາ​ກອນຂ້າມ​ຊາດ ທີ່​ມີ​ການ ຈັດ​ຕັ້ງເອົາ​ຜົນ
​ປະ​ໂຫຍ​ດຈາກ​ປ່າ ​ແລະ​ການ​ຄ້າຂາຍ​ສັດປ່າ. ທ່ານ​ Noah Geesaman ​ເຈົ້າໜ້າ​ທີ່​ພະ​
ແນ​ກການ​ເມືອງ ​ແລະ​ເສດຖະກິດ ປະ​ຈຳ​ສະຖານ ທູດສະຫະລັດ ​ໄດ້​ກ່າວ​ວ່າ “ການ​ຄ້າ
ຂາຍ​ສັດ​ປ່າ ບໍ່​ພຽງ​ແຕ່ຂົ່ມຂູ່​ປ່າ​ສະຫງວນ ​ແລະ​ຊຸມ​ຊົນ​ຕ່າງໆ​ຈາກ​ແຫ​ລ່ງທຳ​ມະ​ຊາດ
ມັນ​ຍັງ​ເປັນໄພ​ຂົ່ມຂູ່​ຕໍ່​ຄວາມ​ປອດ​ໄພ​ຂອງ​ຊາດ​ນຳ​ອີກ ພວກ​ຄ້າຂາຍ​ສັດປ່າ ທີ່​ປະກອບ
​ອາວຸດ ຂ້າມ​ຊາຍ​ແດນ​ສາກົນ ​ໂດຍ​ມີ​ຈຸດປະສົງ ​ແລະ​ຝ່າຝືນ​ລະບຽບ​ກົດໝາຍ. ມີ​ບາງ​ຈຳ
​ພວກ​ທີ່ຢູ່​ໃນ​ວົງ​ການ​ດຽວກັນ ທີ່​ຄ້າຂາຍ​ສັດ​ປ່າ ​ຍັງ​ຄ້າ​ຂາຍ​ຢາ​ເສບ​ຕິດ ອາວຸດ ​ແລະ​ມະ
ນຸດ​ນຳ​ອີກ. ການ​ດຳ​ເນີນ​ຄະດີ​ຕໍ່​ພວກ​ຄ້າຂາຍ​ສັດ​ປ່າ ທີ່​ຜິດ​ກົດໝາຍ​ດັ່ງກ່າວ ຈະ​ສາມາດ
​ຊ່ວຍ​ປົກ​ປັກ​ຮັກສາແຫລ່ງທຳມະ​ຊາດ ທີ່​ມີ​ຄຸນຄ່າຢູ່​ໃນ ສປປ ລາວ, ພ້ອມ​ດຽວ​ກັນ​ນີ້ ​ກໍ​
ຍັງ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້ມີ​ອາດຊະຍາ​ກຳ​ຂ້າມ​ຊາດ​ອຶ່ນໆ ທີ່​ຮຸນ​ແຮງ​ເກີດ​ຂື້ນ.”

ການສຳ​ມະ​ນາ​ຄັ້ງ​ນີ້ ​ເປັນ​ສ່ວນ​ນຶ່ງ​ຂອງ​ຊຸດ​ອົບ​ຮົມ ​ໂດຍ​ລັດຖະບານ​ສະຫະລັດ ​ແລະ​ອົງ
​ການ​ສະຫະ​ປະຊາ​ຊາດ ​ເພື່ອ​ຕ້ານ​ຢາ​ເສບ​ຕິດ ​ແລະ​ອາດຊະຍາ​ກຳ ​ໂດຍ​ການ​ປະສານ
​ງານ​ກັບກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ກະ​ຊິ​ກຳ​ປ່າ​ໄມ້ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ພາຍ​ໃຕ້​ໂຄງການ​ພັດທະນາ​ລະດັບ​ໂລກ​ຂອງ​ສະຫະປະຊາຊາດ ​ເພື່ອ
​ຕ້ານ​ຢາ​ເສບ​ຕິດ ​ແລະ​ອາດຊະຍາ​ກຳ ​ໃນ​ການ​ຕໍ່ສູ້​ຕ້ານ​ອາດຊະຍາກຳປ່າ​ໄມ້ ​ແລະ​ຄ້າ
ຂາຍ​ສັດ​ປ່າ.

On July 6, the Lao PDR’s Environmental Police Department, under the Ministry of Public Security, will participate in an intensive Advanced Analyst Course on Wildlife and Timber Trafficking sponsored by United States and the UN Office on Drugs and Crime.

The course strengthens law enforcement capacity to carry out strategic analysis of wildlife smuggling cases, which supports their ability to conduct wildlife investigations. The ten-day course will cover the role of intelligence in supporting all phases of trafficking investigations, law enforcement intelligence methodologies, and the development of tactical intelligence products that contribute to decision-making in investigations.

Over the past thirty years, Lao wildlife species and forests have been heavily depleted, and there is a connection between transitional organized crime groups in forest exploitation and wildlife trafficking. “Wildlife trafficking not only threatens biodiversity and deprives communities of critical revenues from natural resources, it also poses a threat to national security,” said Mr. Noah Geesaman, Political and Economic Officer at the United States Embassy. “Wildlife traffickers, who are often associated with international criminal syndicates, defy national laws to illegally cross international borders. Some of the same rings that traffic in wildlife are known to traffic in narcotics, weapons and persons. Prosecuting wildlife traffickers can help Laos protect its natural and valuable biodiversity, while preventing other serious international crimes from occurring.”

This seminar is part of a series of trainings by the United States and the UN Office of Drugs and Crime in cooperation with the Ministry of Public Security, the Ministry of Forestry and Agriculture, and the Office of the Supreme People’s Prosecutor under the UNODC Global Program on Combatting Wildlife and Forest Crimes.

XS
SM
MD
LG