ບັນຫາເດັກອ້ວນພີເກີນໄປ ມີທ່າອ່ຽງເພີ້ມຂຶ້ນ ໃນສະຫະລັດ
ເດັກນ້ອຍທີ່ອ້ວນພີເກີນໄປ ແມ່ນມີຢູ່ທົ່ວທຸກບ່ອນ ແມ່ນແຕ່ຢູ່ໃນປະເທດກໍາລັງ ພັດທະນາ ແລະມີຢູ່ໃນກຸ່ມຄົນໃນທຸກລະດັບລາຍໄດ້ແລະຊົນຊັ້ນ ໃນບັນດາ ປະເທດທີ່ພັດທະນາແລ້ວ ແຕ່ວ່າການສຶກສາຄົ້ນຄວ້າຫລາຍບັ້ນ ສະແດງໃຫ້ ເຫັນວ່າ ເດັກນ້ອຍທີ່ອ້ວນພີເກີນໄປ ແມ່ນມີຢູ່ໃນເຂດຄຸ້ມບ້ານຂອງຄົນທຸກ ແລະໃນເຂດຕົວເມືອງ ຫລາຍກວ່າເຂດອື່ນ.