No media source currently available
ໃນວັນອາທິດມື້ນີ້ ຊາວຄຣິສຢູ່ທົ່ວໂລກ ພາກັນສະຫລອງບຸນ Easter ຫລືບຸນ ປັ໊ກ ຊຶ່ງເປັນວັນທີ່ສັກສິດທີ່ສຸດຢູ່ໃນປະຕິທິນຂອງພວກເຂົາເຈົ້າ ເປັນຂີດໝາຍ ລະນຶກເຖິງການຟື້ນຄືນຊີບຂອງພະເຢຊູ ຊຶ່ງພວກທີ່ເຊື່ອຖືສາສະໜາດັ່ງກ່າວ ເວົ້າວ່າ ໄດ້ມີຂຶ້ນໃນເວລາສາມວັນຫລັງຈາກພະອົງໄດ້ຊົງຖືກຄຶງໃສ່ກັບໄມ້ກາງ ເຂນໄວ້.