ຢູ່ຝັ່ງທະເລກໍ້າຕາເວັນອອກຂອງສະຫະລັດ ປະຊາຊົນຫລາຍລ້ານຄົນ ກໍາລັງດິ້ນຮົນ ເພື່ອຟື້ນໂຕຄືນ ຈາກຄວາມເສຍຫາຍ ແລະຜົນກະທົບອື່ນໆ ທີ່ເກີດຈາກ ຊຸບເປີ້ພາຍຸ ແຊນດີ. ຄວາມພະຍາຍາມກອບກູ້ສະພາບການຄືນມາ ກໍາລັງດໍາເນີນໄປ ແຕ່ປະຊາຊົນ ຈໍານວນຫລວງຫລາຍ ຍັງບໍ່ມີໄຟຟ້າໃຊ້ ຫລືພາຫານະຂົ່ນສົ່ງ.
ຊີວິດຂອງຊາວນີວຢອກ ຍັງປະສົບຄວາມຫຍຸ້ງຍາກຢູ່ ຫລັງຈາກພາຍຸແຊນດີ
໓໓
ທ້າວ Peter Andrews ຂົນເຄື່ອງອອກຈາກເຮືອນແຄມທະເລຂອງພໍ່ຂອງລາວ ທີ່ໄດ້ຮັບຄວາມເສຍຫາຍ ຍ້ອນຊຸບເປີ້ພາຍຸ Sandy, ວັນທີ 30 ຕຸລາ 2012, ທີ່ Coney Island, ນະຄອນ New York.
໓໔
ຜູ້ຄົນຢືນຢູ່ຂ້າງເຮືອນທີ່ຫັກພັງຫລັງນຶ່ງ ຍ້ອນຊຸບເປີພາຍຸ Sandy ໃນ Haven ຕາເວັນອອກ ລັດຄອນເນັກຕີກັດ ໃນວັນທີ 30 ຕຸລາ, 2012
໓໕
ລົດແທັກຊີ ຖືກນໍ້າຖ້ວມ ຍ້ອນຊຸບເປີ້ພາຍຸ Sandy, ວັນທີ 30 ຕຸລາ 2012, ທີ່ Weehawken, ລັດນີວເຈີຊີ.
໓໖
ທ້າວ Christopher Hannafin, ຂອງເມືອງ South Kingstown ລັດຣອດ ໄອແລນ ເຂົ້າໄປໃນເຮືອນນ້ອຍຂອງເພື່ອລາວ ໂດຍທາງປ່ອງຢ້ຽມ ເພື່ອກູ້ເອົາສິ່ງຂອງ ບໍ່ໃຫ້ຖືກໂຄງຫລັງຄາຫັກທັບ ຍ້ອນຊຸບເປີພາຍຸ Sandy, ຢູ່ຊາຍຝັ່ງແຄມຫາດຊາຍ Roy Carpenter ໃນບ້ານ Matunuck, ໃນເມືອງ South Kingstown, ຂອງລັດຣອດໄປແລນ ໃນວັນທີ 30 ຕຸລາ, 2012.