ຢູ່ຝັ່ງທະເລກໍ້າຕາເວັນອອກຂອງສະຫະລັດ ປະຊາຊົນຫລາຍລ້ານຄົນ ກໍາລັງດິ້ນຮົນ ເພື່ອຟື້ນໂຕຄືນ ຈາກຄວາມເສຍຫາຍ ແລະຜົນກະທົບອື່ນໆ ທີ່ເກີດຈາກ ຊຸບເປີ້ພາຍຸ ແຊນດີ. ຄວາມພະຍາຍາມກອບກູ້ສະພາບການຄືນມາ ກໍາລັງດໍາເນີນໄປ ແຕ່ປະຊາຊົນ ຈໍານວນຫລວງຫລາຍ ຍັງບໍ່ມີໄຟຟ້າໃຊ້ ຫລືພາຫານະຂົ່ນສົ່ງ.
ຊີວິດຂອງຊາວນີວຢອກ ຍັງປະສົບຄວາມຫຍຸ້ງຍາກຢູ່ ຫລັງຈາກພາຍຸແຊນດີ
໓໗
ທ້າວ Zoe Jurusik, ອາຍຸ 20 ປີ ພາຍເຮືອ ໄປຕາມຖະໜົນໃນເມືອງທີ່ຖືກນໍ້າຖ້ວມ ລຸນຫລັງທີ່ມີລົມພາຍຸ Hurricane Sandy ເຊົາພັດແລ້ວ ຢູ່ໃນເຂດຫາດຊາຍ Bethany Beach ທີ່ Delaware ຂອງລັດຣອດໄປແລນໃນວັນທີ 30 ຕຸລາ, 2012
໓໘
ນີ້ແມ່ນຮູບຖ່າຍໂດຍອົງການຂົນສົ່ງປະຈໍາເທດສະບານໄດ້ສະແດງໃຫ້ເຫັນວ່າ ຄົນກໍາລັງຂຶ້ນລົດເມ ໃນຂະນະທີ່ການບໍລິການລົດເມ ສ່ວນນຶ່ງໄດ້ເລື້ມເປີດນໍາໃຊ້ຄືນແລ້ວ ໃນວັນທີ 30 ຕຸລາ, 2012
໓໙
ທ້າວ Jeff Willard ໄຕ້ທຽນໄຂຢູ່ໃນຫ້ອງຮັບແຂກຂອງລາວ ໃນຂະນະທີ່ແຟນຂອງລາວນາງ Diana Conte (ຢູ່ທາງຊ້າຍຂ້າງຫລັງ) ແລະລູກຂອງນາງ Ricky, ລໍຖ້າໄຟຟ້າກັບຄືນມາໃນເມືອງ Ventnor ຂອງລັດ ນີວເຈີຊີ ໃນວັນທີ 30 ຕຸລາ, 2012
໔໐
ຜູ້ຄົນຢຸດຢູ່ຕາມແຄມນໍ້ າBrooklyn ໃນວັນທີ 30 ຕຸລາ, 2012 ເພື່ອເບິ່ງຂົວ Brooklyn ແລະຕຶກສູງໃນເມືອງ Manhattan ລັດນີວຢອກ.