ນາງ Yousufzai ອາຍຸ 14 ປີ ທີ່ຖືກຍິງໂດຍພວກຕາລີບັນ ໄດ້ຖືກນໍາສົ່ງທາງເຮືອບິນໄປປົວ ຢູ່ປະເທດອັງກິດ.
ຜູ້ຄົນພາກັນສືບຕໍ່ ເປັນກໍາລັງໃຈ ໃຫ້ນາງນ້ອຍ Yousufzai ທີ່ຖືກຍິງ
໑໓
ຜູ້ສະໜັບສະໜຸນພັກການເມືອງ Muttahida Qaumi Movement (MQM) ຂອງປາກິສຖານ ຄົນນຶ່ງ ສະແດງຄວາມໂສກເສົ້າ ໃນລະຫວ່າງການໂຮມຊຸມນຸມ ປະນາມການໂຈມຕີ ເດັກນັກຮຽນຍິງ Malala Yousufzai ອາຍຸ 14 ປີ, ທີ່ນະຄອນ Karachi, Pakistan, ວັນທີ 14 ຕຸລາ 2012.
໑໔
ຊາວຄຣິສຕ໌ປາກິສຖານ ພາກັນສວດມົນພາວະນາ ໃຫ້ນາງນ້ອຍ Malala Yousufzai ຫາຍດີ ຢູ່ໂບດ Sacred Heart Cathedral ໃນເມືອງ Lahore, Pakistan, ວັນທີ 14 ຕຸລາ 2012.
໑໕
ພວກນາຍຄູ ທ່ອງພະຄໍາພີໂຄຣານໃນຄະນະທີ່ ສູດມົນພາວະນາໃຫ້ເດັກນັກຮຽນ ນາງ Malala Yousafzai ຢູ່ເມືອງ Peshawar ຂອງປາກິສຖານ ໃນວັນທີ 12 ຕຸລາ, 2012
໑໖
ພວກນັກຮຽນປາກິສຖານ ສູດມົນພາວະນາ ໃຫ້ເດັກນັກຮຽນ ນາງ Malala Yousafzai ອາຍຸ 14 ປີ ທີ່ຖືກພວກຕາລີບັນຍິງ ຍ້ອນເວົ້າ ຕໍ່ຕ້ານກຸ່ມຫົວຮຸນແຮງດັ່ງກ່າວ ແລະປຸກລະດົມໃຫ້ມີການສົ່ງເສີມ
ການສຶກສາແກ່ຜູ້ຍິງ ຢູ່ໃນເມືອງ Peshawar, ປາກິສຖານ, ວັນທີ 12 ຕຸລາ 2012
ການສຶກສາແກ່ຜູ້ຍິງ ຢູ່ໃນເມືອງ Peshawar, ປາກິສຖານ, ວັນທີ 12 ຕຸລາ 2012