ນາງ Yousufzai ອາຍຸ 14 ປີ ທີ່ຖືກຍິງໂດຍພວກຕາລີບັນ ໄດ້ຖືກນໍາສົ່ງທາງເຮືອບິນໄປປົວ ຢູ່ປະເທດອັງກິດ.
ຜູ້ຄົນພາກັນສືບຕໍ່ ເປັນກໍາລັງໃຈ ໃຫ້ນາງນ້ອຍ Yousufzai ທີ່ຖືກຍິງ
17
ພວກນັກຮຽນຍິງປາກິສຖານ ເອົາຮູບຂອງນາງ Malala Yousafzai ອາຍຸ 14 ປີ ມາຕັ້ງສະແດງໄວ້ ເທິງໂຕະຂອງພວກຕົນ ທີ່ນະຄອນຫລວງ ອິສລາມາບັດ ຂອງປາກິສຖານ ໃນວັນທີ 12 ຕຸລາ, 2012
18
ຜູ້ຄົນໄປອະທິຖານສູດມົນພາວະນາໃຫ້ເດັກນັກຮຽນ ນາງ Malala Yousafzai ຢູ່ໃນໄລຍະສວດມົນໃນວັນສຸກ ທີ່ວັດສາສະໜາອິສລາມແຫ່ງນຶ່ງ ທີ່ນະຄອນກາຣາຈີ ຂອງປາກິສຖານ ໃນວັນທີ 12 ຕຸລາ, 2012
19
ພວກຜູ້ຍິງພາກັນໄຕ້ທຽນໄຫວ້ວອນ ໃນຂະນະທີ່ໂຮມຊຸມນຸມ ເພື່ອກ່າວປະນາມການໂຈມຕີ ເດັກນັກຮຽນ ນາງ Malala Yousafzai ຢູ່ໃນນະຄອນກາຣາຈີ ຂອງປາກິສຖານ ໃນວັນທີ 12 ຕຸລາ, 2012