ອຜູ້ລອດຊີວິດມາໄດ້ ແລະພີ່ນ້ອງຂອງຜູ້ເສຍຊີວິດ ຮວມກັນຫລາຍຮ້ອຍຄົນ ໄປເຕົ້າໂຮມກັນ ຢູ່ເກາະບາຫລີ ເພື່ອຮ່ວມໃນພິທີຂີດໝາຍ ຄົບຮອບ 10 ປີ ຂອງການວາງລະເບີດ ທີ່ໄດ້ສັງຫານ 202 ຄົນ.
ພິທີລະນຶກເຖິງຜູ້ໄດ້ຮັບເຄາະ ຈາກການວາງລະເບີດ ທີ່ເກາະບາຫລີ

໕
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard, ຊ້າຍ, ຍ່າງໄປກັບລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ທ່ານ Marty Natalegawa ເພື່ອເອົາດອກໄມ້ໄປວາງ ໃນລະຫວ່າງພິທີຄົບຮອບ 10 ປີ ຂອງການໂຈມຕີທີ່ເກາະ Bali, ວັນທີ 12 ຕຸລາ 2012.

໖
ບັນດາພີ່ນ້ອງຂອງພວກເຄາະຮ້າຍປອບໃຈກັນແລະກັນ ໃນລະຫວ່າງພິທີຄົບຮອບ 10 ປີ ຂອງການວາງ ລະເບີດຢູ່ບາຫລີ ທີ່ສວນວັດທະນະທໍາ Garuda Wisnu Kencana ໃນເມືອງ Jimbaran, ເກາະ Bali, ວັນທີ 12 ຕຸລາ 2012.

໗
ພວກລອດຊີວິດແລະບັນດາພີ່ນ້ອງຂອງພວກເສຍຊີວິດ ຮ່ວມປະກອບສ່ວນ ໃນພິທີຄົບຮອບ 10 ປີ ຂອງການວາງລະເບີດຢູ່ບາຫລີ ທີ່ສວນວັດທະນະທໍາ Garuda Wisnu Kencana ໃນເມືອງ Jimbaran, ເກາະ Bali, ວັນທີ 12 ຕຸລາ 2012.

໘
ຜູ້ຄົນພາກັນເບິ່ງ ການປ່ອຍນົກເຂົາ ຢູ່ Dolphin Point ໃນຄຸ້ມ Coogee, ນະຄອນຊິດນີ, ປະເທດ ອອສເຕຣເລຍ, ໃນລະຫວ່າງພິທີຄົບຮອບ 10 ປີ ຂອງການວາງລະເບີດຢູ່ບາຫລີ, ວັນທີ 12 ຕຸລາ 2012. ມີນັກທ່ອງທ່ຽວຊາວອອສເຕຣເລຍ ເສຍຊີວິດ ເປັນຈໍານວນຫລວງຫລາຍ ໃນເຫດຮ້າຍຄັ້ງນັ້ນ.